ປະຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ຍິ່ງໄຍນີ້ເປັນໄລຍະຂອງການຜັນປ່ຽນ ເສດຖະກິດກໍາລັງຟື້ນຟູຈາກສະພາວະ ຫຼັງໂຄວິດ-19 ແນ່ນອນວ່າ ມັນມີຫຼາຍໆສິ່ງທີ່ຕ້ອງໄດ້ປັບປ່ຽນ ຕັ້ງແຕ່ວິທີການເຮັດວຽກ ໄປຈົນຮອດວິທີຄິດຕ່າງໆ ສະນັ້ນ, ເຮົາຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ຫຼືອົງກອນເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້…
ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້.
ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ.
ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ.
ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ.
ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ທ່ານຄວນຄິດວ່າ ໂອກາດທີ່ຢູ່ບ່ອນຄົນຫຼາຍເປັນໂອກາດດີທີ່ຈະເຮັດໃຫ້ທ່ານເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວທ່ານເອງ.
ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມຂອງທ່ານກຳລັງຕຶງຄຽດກັບວຽກງານກໍຕາມ ຄວາມກົດດັນ, ຄວາມຫງຸດຫງິດ ຄວນເກັບເອົາໄວ້ໃນໃຈ ບໍ່ຕ້ອງສະແດງອອກເດັດຂາດ ເພາະການຄວບຄຸມອາລົມໄດ້ດີ ຍິ້ມແຍ້ມແຈ່ມໃສຢູ່ຕະຫຼອດ ມັນຄືບຸກຄະລິກຢ່າງໜຶ່ງຂອງຜູ້ນຳທີ່ມີຄຸນນະພາບ.
ເຮັດວຽກດ້ວຍເຫດ ແລະ ຜົນ: ເປັນເລື່ອງປົກກະຕິທີ່ຄວາມຄິດແຕ່ລະຄົນບໍ່ຄືກັນ ເມື່ອຄວາມຄິດຂອງທ່ານແຕກຕ່າງຈາກຄົນອື່ນ ຈົ່ງໝັ້ນໃຈທີ່ຈະອະທິບາຍກັບທຸກໆຄົນດ້ວຍເຫດ ແລະ ຜົນຂອງຄວາມຈິງ ເພື່ອໃຫ້ຄົນອື່ນໆຮູ້ວ່າ ຄວາມຄິດຂອງທ່ານແມ່ນເຮັດເພື່ອບໍລິສັດຢ່າງແທ້ຈິງ.
ຮູ້ໜ້າວຽກທີ່ທ່ານເຮັດຢ່າງແທ້ຈິງ: ທ່ານຕ້ອງພະຍາຍາມຮຽນຮູ້ໜ້າວຽກຂອງທ່ານໃຫ້ຫຼາຍ ລວມທັງສຶກສາສິ່ງແວດລ້ອມອ້ອມຂ້າງເພື່ອໃຫ້ບໍລິສັດໄດ້ມີການອັບເດດຂໍ້ມູນຕ່າງໆ ໃນການວາງແຜນເຮັດວຽກ ແລະ ສິ່ງໃດທີ່ບໍ່ຄວນເຮັດໃນໄລຍະເວລານັ້ນ
ຍົກຍ້ອງຄົນທີ່ມີຄວາມພະຍາຍາມ: ບໍ່ວ່າຈະເທດສະການໃດກໍຕາມ ຄວນສະແດງຄວາມຍ້ອງຍໍ, ສັນລະເສີນພະນັກງານ ຫຼື ເພື່ອນຮ່ວມງານ ບໍ່ວ່າທ່ານຈະຮູ້ຈັກ ຫຼື ບໍ່ຮູ້ຈັກກໍຕາມ
ຮູ້ຈັກ, ຮູ້ໃຈຫົວໜ້າ ແຕ່ບໍ່ເຖິງຂັ້ນວ່າເກາະແຄ່ງເກາະຂາ: ທ່ານຕ້ອງຮູ້ວ່າຫົວໜ້າທ່ານເປັນຄົນແນວໃດ, ລາວມັກລູກນ້ອງແບບໃດ ເຊັ່ນ: ຖ້າລາວມັກຄົນທີ່ຄິດແກ້ໄຂບັນຫາດ້ວຍຕົວເອງ ກ່ອນທີ່ຈະໃຫ້ຫົວໜ້າແກ້ໄຂບັນຫານັ້ນ ທ່ານຈົ່ງຮີບຮ້ອນຮັບເອົາບັນຫານັ້ນໄປແກ້ໄຂກ່ອນ ພ້ອມທັງຫາຂໍ້ສະຫຼຸບທີ່ດີນຳຫົວໜ້າ.
Cr: Kuanjai Magazine