Breaking News

“ZHOU QUNFEI” ຈາກສາວໂຮງງານ ສູ່ເສດຖີພັນລ້ານ… ແມ່ຍິງທີ່ລວຍດ້ວຍຕົນເອງ ທີ່ລວຍທີ່ສຸດໃນໂລກ!!!

ແບ່ງປັນ

ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້ ຄໍາໆນີ້ເປັນຄໍາເວົ້າທີ່ຫຼາຍຄົນອາດຈະເຄີຍໄດ້ຍິນແລະ ຮູ້ຈັກກັນດີ ເຊິ່ງມື້ນີ້ຂວັນໃຈຈະຍົກເອົາເລື່ອງລາວຂອງແມ່ນຍິງຄົນໜື່ງທີ່ມີຊີວິດດັ່ງຄໍາທີ່ວ່າ ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນໄດ້  ມາໃຫ້ທຸກຄົນໄດ້ຮູ້ຈັກນໍາກັນ!! ເລື່ອງລາວຂອງລາວຈະໜ້າສົນໃຈແນວໃດ ມາຕິດຕາມພ້ອມກັນເລີຍ… ແມ່ຍິງຄົນນີ້ຊື່ວ່າ  Zhou Qunfei ເປັນ CEO ຂອງ Lens Technology ເປັນບໍລິສັດຜະລິດແວ່ນຕາ ໃຫ້ກັບແບຣນດັງລະດັບໂລກ ບໍ່ວ່າຈະເປັນ  Tesla, Microsoft, Apple, Samsung ແລະ LG…World's richest self-made woman Zhou Qunfei shares the key to success

ປັດຈຸບັນ ນາງ Zhou  ອາຍຸ 50 ປີ. ໂດຍໃນປີ 2017 ໄດ້ຮັບການຈັດອັນດັບຈາກ Forbes ວ່າເປັນແມ່ຍິງທີ່ຮັ່ງມີດ້ວຍຕົນເອງ ທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີຊັບສິນທັງໝົດປະມານ 250,000 ລ້ານບາດ ແນວໃດກໍຕາມ ກ່ອນທີ່ແມ່ຍິງຄົນນີ້ຈະມາຮອດຈຸດນີ້ ເສັ້ນທາງຊີວິດຂອງລາວບໍ່ໄດ້ໂຮຍດ້ວຍກີບດອກກຸລາບຢ່າງງົດງາມຄືດັ່ງທີ່ຫຼາຍຄົນຄິດໄວ້…  ອຸປະສັກໃນຊີວິດຂອງ Zhou Qunfei  ເລີ່ມຂຶ້ນຕັ້ງແຕ່ກ່ອນທີ່ຈະມືນຕາມາເບິ່ງໂລກ ຍ້ອນຕອນທີ່ແມ່ຖືພານາງຢູ່ ພໍ່ຂອງນາງທີ່ເຄີຍເປັນພະນັກງານຢູ່ໃນໂຮງງານ ກໍເກີດອຸບັດຕິເຫດ ເຮັດໃຫ້ພິການທາງສາຍຕາ ແລະ ເສຍນິ້ວມືໄປ. ຕໍ່ມາເມື່ອອາຍຸໄດ້ 5 ປີ ກໍສູນເສຍແມ່ໄປ ສະນັ້ນ, ຈຶ່ງເຮັດໃຫ້ຄອບຄົວລໍາບາກຫຼາຍ  ສິ່ງທີ່ເກີດຂຶ້ນຢູ່ໃນຫົວຂອງ Zhou Qunfei  ຕະຫຼອດເວລາໃນຕອນນັ້ນກໍຄື “ຈະເຮັດແນວໃດຈື່ງຈະຢູ່ຫຼອດໃນມື້ຕໍ່ໄປ”

ຕອນທີ່ Zhou ອາຍຸ 16 ປີ ລາວໄດ້ລາອອກຈາກໂຮງຮຽນ ແລະ ອອກມາເຮັດວຽກພິເສດ ເປັນພະນັກງານປະກອບເລນໂມງ ພ້ອມທັງເລືອກທີ່ຈະຮຽນບັນຊີເສີມພາກຄໍ່າ  ດ້ວຍຄວາມຝັນທີ່ມີ ວ່າມື້ໜື່ງຢາກຈະເປັນເຈົ້າຂອງທຸລະກິດສ່ວນຕົວ… ແມ່ຍິງຄົນນີ້ໃຊ້ເວລາເກັບເງິນເປັນເວລາຫຼາຍປີ ຈົນມາຮອດປີ 1993 ກໍສາມາດເກັບເງິນໄດ້ກ້ອນໜື່ງ ປະມານ 20 ກວ່າລ້ານກີບ ຈຶ່ງມາລົງທຶນເປີດໂຮງງານທໍາອິດເປັນຂອງຕົນເອງ ຜະລິດສິ່ງທີ່ລາວມີປະສົບການຢູ່ແລ້ວນັ້ນກໍຄື ເລນໂມງ

ເລີ່ມຕົ້ນຈາກໂຮງງານທີ່ມີພະນັກງານບໍ່ຮອດ 10 ຄົນ ແລະ ພະນັກງານທັງໝົດນັ້ນກໍພີ່ນ້ອງຂອງລາວ ເຊິ່ງກໍໃຊ້ເວລາຫຼາຍປີໃນການຂະຫຍາຍທຸລະກິດ ຈົນກາຍເປັນໂຮງງານທີ່ມີພະນັກງານຫຼັກພັນຄົນ ໃນປີ 2003 ໂຮງງານຂອງ Zhou  ກໍສາມາດເຊັນສັນຍາກັບ Motorola  ໄດ້ສໍາເລັດ.

ໃນປີ 2015 ບໍລິສັດ Lens Technology  ຂອງ Zhou ກໍສາມາດຈົດທະບຽນໃນຕະຫຼາດຫຼັກຊັບ ຈົນມາຮອດປັດຈຸບັນ ບໍລິສັດນີ້ມີມູນຄ່າສູງປະມານ 340,000 ຄົນ, ມີພະນັກງານ 200,000 ຄົນ ແລະ ຍອດຂາຍປີ 2019 ຫຼາຍກວ່າ  130,000 ລ້ານຄົນ ເຊິ່ງເຕີບໃຫຍ່ຢ່າງຕໍ່ເນື່ອງໃນໄລຍະຫຼາຍປີທີ່ຜ່ານມາ

Top 10 richest self-made women in the world - Chinadaily.com.cn

ຖ້າເຮົາເບິ່ງຮູບພາບ  Zhou ໃນມື້ນີ້ ເຮົາອາດຈະເຫັນວ່າເປັນພຽງແມ່ຍິງເກັ່ງທີ່ປະສົບຜົນສໍາເລັດຄົນໜຶ່ງ ເຊິ່ງກໍມີຫຼາຍຄົນທີ່ປະສົບຄວາມສໍາເລັດໃນປັດຈຸບັນ ແຕ່ຄວາມຈິງແລ້ວ ກ່ອນນາງຈະມາຮອດຈຸດໆນີ້ໄດ້ ຊີວິດຕ້ອງໄດ້ຜ່ານບົດທົດສອບຫຼາຍຢ່າງ ແລະ ຄວາມອົດທົນພະຍາຍາມເປັນສິ່ງທີ່ເຮັດໃຫ້ Zhou ຜ່ານທຸກເລື່ອງລາວມາໄດ້. ໂດຍສະເພາະໃນຊ່ວງທີ່ຍາກລໍາບາກ ໂດຍນາງໄດ້ກ່າວເປັນໃຈຄວາມໄວ້ວ່າ “ຖ້າເຮົາຍ່າງມາໄດ້ເຄິ່ງທາງແລ້ວ ເຮົາຈະບໍ່ກ້າທີ່ຈະກັບໄປເລີ່ມຕົ້ນໃໝ່ອີກຄັ້ງ ດັ່ງນັ້ນ ຖ້າພົບອຸປະສັກ ຈົ່ງອົດທົນ ແລະ ສູ້ຕໍ່ໄປ ແລະ ຄວາມອົດທົນນີ້ ກໍຈະນໍາພາເຮົາໄປສູ່ຄວາມສໍາເລັດໄດ້ໃນທີ່ສຸດ”

ແຫລ່ງຂໍ້ມູນ: ลงทุนเกิร์ล 

ແບ່ງປັນ