Breaking News

ເກັ່ງຫຼາຍ!! ນຸ້ຍ ສຸພາພອນ Miss Universe Laos 2017 ດັງໄກ ສະແດງເປັນຕົວລະຄອນຫຼັກໃນຊີຣີ່ “ເຈົ້າຄືດວງໃຈ” ທີ່ປະເທດໄທ

ແບ່ງປັນ

ເປັນອີກນາງງາມທີ່ເຕັມໄປດ້ວຍຄວາມສາມາດຂອງລາວເຮົາອີກຄົນໜຶ່ງສໍາລັບ ສາວນຸ້ຍ ສຸພາພອນ Miss Universe Laos 2017 ທີ່ເຮົາມັກຈະເຫັນຜົນງານຂອງສາວນຸ້ຍ ໃນຫຼາຍໆບົດບາດ ບໍ່ວ່າຈະເປັນ ນາງງາມ, ນາງແບບ, ນາງເອກໂຄສະນາ ແລະອື່ນໆ ເຊິ່ງເຮົາຈະເຫັນໄດ້ວ່າ ສາວນຸ້ຍ ນັ້ນມີຄວາມສາມາດ ເຮັດໄດ້ດີໃນທຸກບົດບາດ ແລະ ອີກຢ່າງໜຶ່ງທີ່ສາວນຸ້ຍ ເຮັດໄດ້ດີບໍ່ໜ້ອຍໄປກວ່າສິ່ງຕ່າງໆ ກໍຄືເລື່ອງການສະແດງ. ເຊິ່ງບໍ່ດົນມານີ້ ສາວນຸ້ຍກໍໄດ້ໂດງດັງຈາກນາງເອກຮູບເງົາຂອງຜູ້ກໍາກັບພັນລ້ານ ຄືອ້າຍເຈ້ຍ ປາຊີຟິກ ເລື່ອງ ຮັກມະຍ່ອມມະແຍ່ມ ໂດຍງານນີ້ສາວນຸ້ຍຂອງເຮົາກໍຕີບົດນາງເອກສາຍຫ້າວແບບແຕກກະຈາຍ ແລະ ໄດ້ຮັບຄວາມຍ່້ອງຍໍຈາກແຟນຄຣັບຢ່າງລົ້ນຫຼາມ… ຮູບເງົາ ຮັກມະຍ່ອມມະແຍ່ມ ກະແສຍັງບໍ່ໝົດ ແຕ່ນາງເອກສາວຂອງເຮົາ ນຸ້ຍ ສຸພາພອນ ກໍໄດ້ຮັບວຽກການສະແດງເຂົ້າມາອີກ ເປັນບົດຕົວລະຄອນຫຼັກໃນ ຊີຣີ່ ALZHIMER / เธอคือดวงใจ ແປລາວກໍຄື ເຈົ້າຄືດວງໃຈ ນັ້ນເອງ ເຊິ່ງເປັນຊີຣີ່ຈາກປະເທດເພື່ອນບ້ານເຮົາ ຄືປະເທດໄທນັ້ນເອງ…

ສໍາລັບຊີຣີ່ເລື່ອງ ເຈົ້າຄືດວງໃຈນີ້ ແມ່ນຫາກໍປ່ອຍອອກມາ Ep ທໍາອິດໃນວັນທີ 22 ເມສານີ້ ເຊິ່ງຕອນນີ້ກໍຍັງ On Air ຢູ່ ຖ້າໃຜຢາກຕິດຕາມຜົນງານຂອງສາວນຸ້ຍ ວ່າຈະສະແດງໄດ້ດີຂະໜາດໃດນັ້ນ ກໍສາມາດຕິດຕາມໄດ້ທາງ YouTube ຊ່ອງ bezel production ເດີ້… ແຕ່ມື້ນີ້ ແອັດກໍມີຕົວຢ່າງເລັກໆ ນ້ອຍໆ ມາໃຫ້ແຟນໆໄດ້ເບິ່ງນໍາ ໄປເບິ່ງເລີຍ…

ແບ່ງປັນ