Breaking News

ແມ່ນແທ້ບໍ?? ເຫດຜົນທີ່ຄົນຍຸກນີ້ຢາກເຮັດວຽກຢູ່ບ້ານ ຫຼາຍກວ່າປະຈຳຢູ່ຫ້ອງການ (Freelance)

ແບ່ງປັນ

ວຽກມີປະສິດທິພາບຫຼາຍຂຶ້ນ ຈາກການສໍາຫຼວດຄວາມພຶງພໍໃຈຂອງພະນັກງານພົບວ່າ ພະນັກງານທີ່ເຮັດວຽກຢູ່ບ້ານຈະມີຄວາມສຸກ ແລະເຮັດວຽກໄດ້ມີປະສິດທິພາບຫຼາຍກວ່າພະນັກງານປະຈຳ ແລະເຮັດວຽກຢູ່ຫ້ອງການ

ພັກຜ່ອນໄດ້ຫຼາຍກວ່າ ໃນທາງກົງກັນຂ້າມເວລາທີ່ເຮັດວຽກຢູ່ບ້ານ ບໍ່ຈຳເປັນຈະຕ້ອງສົນໃຈສາຍຕາຂອງຫົວໜ້າ ຫຼືເພື່ອນຮ່ວມງານ ຈະພັກຫຼາຍພຽງໃດ ຫຼືດົນເທົ່າໃດກໍໄດ້ ຂໍພຽງແຕ່ເຮັດວຽກຂອງເຮົາໃຫ້ອອກມາດີ ແລະ ແລ້ວທັນເວລາ

ເລືອກເວລາເຮັດວຽກຕາມໃຈ ບໍ່ວ່າໃຜກໍປາຖະໜາຢາກຕື່ນສວາຍໆ ແລະ ເລືອກເວລາເຮັດວຽກໄດ້ຕາມໃຈຕົນເອງ ເຊິ່ງຄົນບາງກຸ່ມ ກໍມັກເຮັດວຽກໃນເວລາກາງຄືນ ເພາະເຊື່ອວ່າຈະມີສະມາທິ ແລະມີປະສິດທິພາບຫຼາຍກວ່າ ແຕ່ກໍຂຶ້ນກັບແຕ່ລະບຸກຄົນ ແລະຕາມຄວາມລຶ້ງເຄີຍຂອງໃຜມັນ ໃນຂະນະທີ່ ບາງຄົນກໍມັກເຮັດວຽກໃນຕອນເຊົ້າໆ ເພາະສະໝອງປອດໂປ່ງວ່າຊັ້ນ ເຊິ່ງແລ້ວແຕ່ຄວາມຖະໜັດຂອງໃຜມັນ ດັ່ງນັ້ນ ຈົ່ງຄົ້ນຫາຕົວເອງໃຫ້ພົບ ວ່າເວລາໃດທີ່ເຮົາຈະມີພະລັງ ແລະ ສະມາທິຫຼາຍທີ່ສຸດ ແລ້ວຈົ່ງຢ່າປ່ອຍໃຫ້ເວລາທີ່ເຮົາມີໄອເດຍຖິ້ມໄປລ້າໆ

Landing Your First Client as a Freelancer with No Experience ...

ບໍ່ຕ້ອງເດີນທາງໄປເຮັດວຽກ ເພາະການເດີນທາງໄປເຮັດວຽກເຮັດໃຫ້ເຮົາເສຍທັງເງິນ (ມີຄ່າໃຊ້ຈ່າຍ) ແລະ ເວລາ

ບໍ່ມີຜົນກະທົບກັບບໍລິສັດ ຄວາມກັງວົນທີ່ວ່າ ຖ້າໃຫ້ພະນັກງານເຮັດວຽກຢູ່ບ້ານ ອາດບໍ່ດີຕໍ່ບໍລິສັດ ເພາະອາດບໍ່ສາມາດຄວບຄຸມການເຮັດວຽກຂອງພະນັກງານໄດ້ ບໍ່ແມ່ນຄວາມຈິງເລີຍ ເພາະໃນຍຸກປະຈຸບັນ ຮູບແບບຂອງບັນດາບໍລິສັດທີ່ເປີດໃໝ່ ແມ່ນອະນຸຍາດໃຫ້ພະນັກງານທຸກຄົນເຮັດວຽກຢູ່ບ້ານ (online) ແລະບໍລິສັດເຫຼົ່ານີ້ກໍປະສົບຜົນສຳເລັດ ມີກຳໄລເປັນຫຼາຍສິບລ້ານ ຫຼາຍຮ້ອຍລ້ານໂດລາໄດ້

Where to Get Started as a Freelance Writer

ສະນັ້ນ ຄົນຍຸກໃໝ່ແບບເຮົາ ຈົ່ງກ້າທີ່ຈະເປັນຕົວຂອງຕົນເອງ ກຳນົດວິທີການເຮັດວຽກທີ່ມີປະສິດທິພາບດ້ວຍຕົນເອງ  ແລ້ວໄປຕໍ່ລອງຫົວໜ້າເບິ່ງເດີ້ ໂດຍອາດຈະເລີ່ມຈາກໜຶ່ງມື້ຕໍ່ເດືອນ ຫຼື ໜຶ່ງມື້ຕໍ່ອາທິດ ແລ້ວຈະຕົກໃຈກັບຜົນງານຂອງຕົນເອງຢ່າງແນ່ນອນ.

ແບ່ງປັນ