Breaking News

ໂສດແທ້ບໍ່?? ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ Miss World Laos 2017 ໂພສແຄັບຊັ່ນໂສດ ພ້ອມຮູບສຸດແຊ໊ບບບ…

ແບ່ງປັນ

ພາບສາວງາມທີ່ມັກອອກໄປຊ່ວຍເຫຼືອປະຊາຊົນໃນໄລຍະທີ່ປະເທດເຮົາພົບກັບວິກິດ ໂຄວິດ-19 ນັ້ນ ຍັງຄົງຕິດຕາ ແລະ ຝັງໃຈແຟນໆຢູ່ສະເໝີ… ນາງງາມໃຈບຸນ ເຈນນີ່ ຕົ້ນຄໍາ  Miss World Laos 2017 ທີ່ປັດຈຸບັນໄດ້ສະລັດ Look ນາງງາມ ເປັນສາວໝັ້ນທີ່ທັງງາມ ມັງເກັ່ງ ແຖມໃຈບຸນອີກຄົນໜຶ່ງ ແລະໄລຍະຫຼັງໆມານີ້ ສະຖານະການໂຄວິດເລີ່ມຄີ່ຄາຍລົງ ກໍມັກຈະເຮັດສາວເຈນຂອງເຮົາປ່ຽນຈາກການລົງຮູບຊ່ວຍເຫຼືອຄົນ ມາລົງຮູບແຊ໋ບໆຂອງຕົວເອງຫຼາຍຂຶ້ນ ແຖມຫຼາຍແຄັບຊັ່ນທີ່ໂພສລົງນັ້ນ ຍັງບອກວ່າ ໂສດ ນໍາອີກ ເຊິ່ງແອັດເຫັນແລ້ວກໍຢາກຈະໄດເຣັກຖາມໃນທັນທີວ່າ ທັງງາມທັງເກັ່ງແບບນີ້ຈະໂສດໄດ້ແນວໃດ 555+ ແຕ່ກໍເອົາໄວ້ໃຫ້ເປັນສ່ວນຕົວຂອງເພິ່ນຊະເນາະ!! ເພາະວ່າເຖິງຈະໂພສໂສດ ແຕ່ສາວເຈນ ຂອງເຮົາກໍແສນຈະ Strong no drama ໃດໆທັງໝົດ ແອັດກໍເລີຍວ່າຄອຍເປັນກໍາລັງໃຈໃຫ້ຢູ່ຫ່າງໆຢ່າງຫ່ວງໆດີກວ່າ… ພ້ອມທັງຄອຍອັບເດດໃຫ້ແຟນໆໄດ້ຕິດຕາມນໍາ ແລະ ມື້ນີ້ ກໍບໍ່ມີຫຍັງຫຼາຍ ກໍຢາກຈະມາອັບເດດຊີວິດຫຼັງໂສດ ຂອງສາວເຈນນີ່ ໃຫ້ແຟນໆໄດ້ເຫັນນໍາ ພ້ອມທັງຢາກບອກວ່າ ໂສດແລ້ວແຊ໋ບຫຼາຍເດີ້!!! ແລະ ຝາກຖາມສາວເຈນຢ່າງຈິງຈັງນໍາວ່າ ໂສດແທ້ບໍ່? ເພື່ອໃຫ້ໜຸ່ມນ້ອຍໜຸ່ມໃຫຍ່ມາຕໍ່ຄິວຂາຍຂະໜົມຈີບໄດ້ 555+

ນາງງາມໃຈບຸນ…

ຊີວິດຫຼັງໂສດ… ໂສດແທ້ບໍ່???

Stay at Home

ໂສດແລ້ວແຊ໋ບໄດ້… (ເຈນນີ່ບໍ່ໄດ້ກ່າວ)

 

ບົດຄວາມ: ຂວັນໃຈ

ຮູບພາບຈາກ: Tonkham Phonchanheuang

ແບ່ງປັນ