Breaking News

ຮ້າຍແຮງກວ່າໂຄວິດ-19… ຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍຢູ່ ສປປ.ລາວ ເພີ່ມຂຶ້ນທຸກມື້ ທະລຸ 1.428 ຄົນ ເສຍຊີວິດແລ້ວ 4 ຄົນ!!

ແບ່ງປັນ

ສະຖານະການໂຄວິດ-19 ເລີ່ມຄີ່ຄາຍລົງ ແຕ່ກໍຍັງບໍ່ໝົດໄປ ທາງກະຊວງສາທາລະນະສຸກ ຍັງຕ້ອງເຮັດວຽກຢ່າງໜັກ ເພື່ອຕໍ່ສູ້ກັບພະຍາດລະບາດຕາມລະດູ ໂດຍສະເພາະໃນຊ່ວງລະດູຝົນຂອງທຸກໆປີ ນັ້ນກໍຄືພະຍາດ ໄຂ້ຍຸງລາຍ ທີ່ປັດຈຸບັນກໍາລັງລະບາດໜັກໃນບ້ານເຮົາ ເຊິ່ງອິງຕາມການລາຍງານຂອງ ສູນສື່ສານເພື່ອສຸຂະພາບ ແລະ ກະຊວງສາທາລະນະສຸກໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ 2020 ນີ້ ຢຸ່ລາວເຮົາແມ່ນມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 91 ຄົນ ປັດຈຸບັນຕົວເລກສະສົມທັງໝົດແມ່ນທະລຸ 1.428 ຄົນແລ້ວ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ… ໃນນັ້ນ ຢູ່ນະຄອນຫຼວງວຽງຈັນແມ່ນພົບຜູ້ຕິດເຊື້ອຫຼາຍກວ່າໝູ່ 358 ຄົນ ເສຍຊີວິດແລ້ວ 2 ຄົນ; ຮອງລົງມາແມ່ນ ແຂວງ ອັດຕະປື, ແຂວງ ວຽງຈັນ… ຕາມຕາລາງດ້ານລຸ່ມນີ້:

ຮູບພາບຂອງ ໂທລະໂຄ່ງ THOLAKHONG.

ແນວໃດກໍຕາມ ດ້ວຍຄວາມເປັນຫ່ວງເປັນໄຍຈາກ ຂວັນໃຈ ຂໍໃຫ້ທຸກຄົນລະຈົ່ງລະມັດລະວັງ ຮັກສາຕົວເອງ ໝັ່ນທໍາຄວາມສະອາດອ້ອມເຮືອນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດເພີ່ມຕຶ່ມອີກ…

ບົດຄວາມ: ຂວັນໃຈ

ທີ່ມາ: ໂທລະໂຄ່ງ

ແບ່ງປັນ