Breaking News

ຍອມແລ້ວແມ່!! ກາບໃນຄວາມງາມຂອງແມ່ລູກສາວຜິວສີແທນ… ຕັດຄໍາວ່າ ຕ້ອງຈ່ອຍຈຶ່ງຫຸ່ນດີ-ຕ້ອງຜິວຂາວຈຶ່ງງາມ ໄປໄດ້ເລີຍ!!

ແບ່ງປັນ

ສາວໆໃນແຖບອາຊີອາດຈະລື້ງເຄີຍກັບລົດສະນິຍົມທີ່ວ່າ ຮູບຮ່າງຕ້ອງຈ່ອຍຈຶ່ງເອີ້ນຫຸ່ນດີ ຜິວຕ້ອງຂາວຈຶ່ງງາມ ແລະອື່ນໆ ຈົນເຮັດໃຫ້ເທຣນສາວຜິວຂາວມາແຮງມາໂດຍຕະຫຼອດ ແລະ ໜັກໄປກວ່ານັ້ນຄື ເຮັດໃຫ້ຫຼາຍຄົນເບິ່ງຄົນທີ່ມີຜິວດໍາ-ແທນ ແລະ ຮູບຮ່າງຕຸ້ຍເປັນຄົນບໍ່ງາມ ຖືກເວົ້າໃສ່ຕ່າງໆນາ ຈົນເຮັດໃຫ້ພວກນາງຂາດຄວາມໝັ້ນໃຈ ບໍ່ກ້າເຮັດໃນຫຼາຍໆຢ່າງທີ່ເຂົາມັກ ຍ້ອນສັງຄົມທີ່ແບ່ງແຍກເຂົາເຈົ້າ!! ສາວໆໃຜທີ່ກໍາລັງພົບກັບບັນຫາ ຄິດວ່າຕົວເອງບໍ່ງາມ ຍ້ອນຕົວເອງຜິວດໍາ ຫຼືບໍ່ງາມຍ້ອນຕົວເອງບໍ່ຄືຄົນອື່ນທີ່ສັງຄົມເບິ່ງວ່າງາມ ຢາກໃຫ້ມາເບິ່ງສາວຜິວສີແທນກັບການຖ່າຍແບບສຸດໝັ້ນໃຈນີ້… ມີໃຜກ້າຖຽງບໍ່ ວ່ານາງບໍ່ງາມ ຫຼືຖ້າໃຜທີ່ບອກວ່ານາງບໍ່ງາມນັ້ນກໍເປັນຍ້ອນສະນິຍົມຂອງເຂົາເຈົ້າເອງ ສາວໆເອີຍແອັດຂໍຝາກເອົາໄວ້ວ່າ ຢຸດຍຶດຕິດກັບຄວາມຕ້ອງການຂອງສັງຄົມໄດ້ແລ້ວ ລຸກຂຶ້ນມາເປັນຕົວຂອງຕົວເອງຊະ ເພາະແອັດເຊື່ອສະເໝີວ່າ ແມ່ຍິງທຸກຄົນມີຄວາມງາມຢູ່ໃນຕົວ ຕ່າງແຕ່ໃຜຈະງາມແບບໃດນັ້ນເຈົ້າຕົວຈະເປັນຄົນເລືອກເອງ… #ກອດດດດ

ບົດຄວາມ: ຂວັນໃຈ

ຮູບພາບຈາກ: ຊຸບຊິບບັນເທີງ

ແບ່ງປັນ