Breaking News

ເລດີ້ ກາກ້າ ອອກມາໃຫ້ກໍາລັງໃຈຄົນຜິວສີ ແລະ ກ່າວໂຈມຕີ ທຣັ້ມ ທ່າມກາງສະຖານະການປະທ້ວງໜັກໃນ ສ.ອາເມຣິກາ… “ເຖິງເວລາທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຄົນຜິວສີ”

ແບ່ງປັນ

ໃນຕອນບ່າຍຂອງ ວັນອາທິດທີ່ຜ່ານມາ ນັກຮ້ອງສາວ ເລດີ້ ກາກ້າ ໄດ້ອອກມາໂພສຂໍ້ຄວາມຜ່ານ Social Media ຂອງຕົວເອງກ່ຽວກັບສະຖານະການ ຕໍ່ຕ້ານການຢຽດຫຍາມສີຜິວໃນ ສ.ອາເມຣິກາ ທີ່ສົ່ງຜົນໃຫ້ມີການປະທ້ວງເຖິງ 25 ເມືອງ ໃນ 16 ລັດ ເຫດການດັ່ງກ່າວແມ່ນເກີດຂຶ້ນຈາກ ເຫດການທີ່ ຈອສ ຟລອຍ ຊາຍໜຸ່ມຜິວສີທີ່ຖືກອະດີດເຈົ້າໜ້າທີ່ຕໍາຫຼວດຄົນຜິວຂາວ ໃນເມືອງ ມິນນີແອໂປລີສ ໃຊ້ກໍາລັງຈົນເຮັດໃຫ້ລາວເສຍຊີວິດ… ໂດຍໃນໂພສຂອງ ສາວກາກ້າ ໄດ້ລະບຸຍາວ ເຊິ່ງແປເປັນພາສາລາວວ່າ

“ຂ້ອຍມີຫຼາຍຢ່າງທີ່ຢາກຈະເວົ້າກ່ຽວກັບປະເດັນນີ້ ແຕ່ກໍຢ້ານວ່າຈະໄປສ້າງຄວາມໂກດແຄ້ນຫຼາຍຂຶ້ນ ຂ້ອຍບໍ່ຢາກເພີ່ມຄວາມຮຸນແຮງ ແຕ່ຢາກຊ່ວຍຫາທາງອອກ ຂ້ອຍເຈັບແຄ້ນກັບການເສຍຊີວິດຂອງ ຈອສ ຟລອຍ ຄືກັນກັບທີ່ເກີດຂຶ້ນກັບຄົນຜິວສີອີກຫຼາຍຄົນໃນຊ່ວງ 100 ກວ່າປີທີ່ຜ່ານມາ ເຊິ່ງສິ່ງນີ້ເກີດຂຶ້ນມາຍ້ອນການຢຽດຫຍາມສີຜິວແບບ Systemic Racism ແລະ ລະບົບຄໍຣັບຊັ່ນ ທີ່ສະໜັບສະໜູນໃຫ້ເກີດຂຶ້ນ”

“ສຽງຂອງກຸ່ມຄົນຜິວສີຖືກປົກປິດມາດົນຫຼາຍ ເຊິ່ງຄວາມມິດນີ້ກໍມີຜົນລັບທີ່ຮ້າຍແຮງສະເໝີ ແລະ ເຖິງວ່າພວກເຂົາຈະປະທ້ວງຈັກເທື່ອ ພວກເຂົາກໍຍັງບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ນໍາເທົ່າທີ່ຄວນ ມັນຄືຄວາມຈິງທີ່ວ່າທຸກມື້ໃນອາເມຣິກາ ກໍຍັງມີຄົນທີ່ຢຽດຫຍາມຄົນອື່ນສະເໝີ” 2 ຫຍໍ້ໜ້າທໍາອິດ ກາກ້າ ໄດ້ກ່າວເຖິງຄວາມສະເໝີພາບຂອງຄົນຜິວສີ ແລະ ຜິວຂາວ ແຕ່ຫຍໍ້ໜ້າຕໍ່ມາ ກາກ້າ ໄດ້ກ່າວໂຈມຕີ ປະທານາທິບໍດີ ໂດນັລ ທຣັ້ມ ຢ່າງກົງໄປກົງມາວ່າ:

Lady Gaga to Perform at Before Super Bowl 2020 Miami

“ເຮົາຮູ້ກັນມາດົນແລ້ວວ່າ ປະທານາທິບໍດີ ທຣັ້ມ ລົ້ມເຫຼວມາຕະຫຼອດ ເຖິງວ່າລາວຈະມີອໍານາດທາງໃນຄື ການເປັນຜູ້ນໍາສໍາຄັນທີ່ສຸດຂອງໂລກ ແຕ່ກໍໄດ້ແຕ່ສະທ້ອນໃຫ້ເຫັນແຕ່ຄວາມໂງ່ຈ້າ ແລະ ຄວາມລໍາອຽງທີ່ຊັດເຈນ ທ່າມກາງຊ່ວງເວລາທີ່ຄົນຜິວສີຕາຍຫຼາຍຂຶ້ນເລື້ອຍໆ ເຮົາຕ່າງຮູ້ວ່າ ລາວບໍ່ເຕັມບາດ ແລະ ເປັນພວກທີ່ມັກຢຽດຫຍາມຄົນອື່ນ ຕັ້ງແຕ່ມື້ທໍາອິດທີ່ຮັບຕໍາແໜ່ງ…”

ນອກຈານັ້ນ ກາກ້າ ໄດ້ບອກວ່າ “ນີ້ຄືເວລາທີ່ສໍາຄັນໃນປະຫວັດສາດ ທີ່ເຮົາຕ້ອງສະແດງຄວາມຮັກຕໍ່ຄົນຜິວສີ ພ້ອມໄດ້ຮ້ອງຂໍໃຫ້ຄົນມາໂອ້ລົມກັນແບບມີ Passion ຄວາມເຫັນໃຈ ແລະ ສ້າງແຮງບັນດານໃຈໃຫ້ກັນ ຈົນບັນຫາເຫຼົ່ານີ້ໝົດໄປ ໂດຍເຖິງວ່ານາງຈະເສຍໃຈ ແລະ ໂກດແຄ້ນກັບສິ່ງທີ່ເກີດຂຶ້ນ ແຕ່ກາກ້າກໍບອກວ່າ ຈະພະຍາຍາມເປັນກະບອກສຽງຕໍ່ໄປ ເພື່ອຊ່ວຍເຫຼືອແກ້ບັນຫາໃນທາງທີ່ບໍ່ໃຊ້ຄວາມຮຸນແຮງ”

Lady Gaga Reveals New Release Date for New Album Chromatica ...

ສໍາລັບ ເລດີ້ ກາກ້າ ທີ່ຫາກໍປ່ອຍເພງໃໝ່ Chromatica ອອກມາກໍໄດ້ເລື່ອນການຈັດ Listening Party ໃນຄືນວັນສຸກທີ່ຜ່ານມາ ເພາະຄວາມບໍ່ເໝາະສົມຂອງກິດຈະກໍາ ໃນໄລຍະທີ່ສະຖານະການໃນ ອາເມຣິກາ ກໍາລັງອ່ອນໄຫວ... ໃນຂະນະດຽວກັນ ນາງກໍບໍ່ແມ່ນນັກຮ້ອງຍິງຄົນດຽວທີ່ອອກມາກ່າວໂຈມຕີ ໂດນັລ ທຣັ້ມ ເພາະໃນມື້ກ່ອນນັ້ນ ເທເລີ່ ສະວີຟ ກໍໄດ້ອອກມາໂພສໂຈມຕີດ້ວຍຂໍ້ຄວາມທີ່ວ່າ “ຫຼັງຈາກທີ່ທ່ານເພີ່ມໄຟໃຫ້ຄຸກຮຸ່ງເຮືອງ ຊາດນິຍົມຜິວຂາວ ແລະ ການຢຽດຫຍາມເຊື້ອຊາດມາໂດຍຕະຫຼອດວາລະການເປັນປະທານາທິບໍດີ ທ່ານຍັງກ້າອອກມາເວົ້າເລື່ອງຄຸນນະທໍາປອມໆ” ກ່ອນທີ່ຈະຂົ່ມຂູ່ດ້ວຍປະໂຫຍກທີ່ວ່າ “ຖ້ານການໂຈນລະກໍາເກີດຂຶ້ນ ກໍເລີ່ມຍິງໄດ້ເລີຍ? ພວກເຮົາຈະໂຫວດໃຫ້ທ່ານອອກເດືອນພະຈິກນີ້”

Lady Gaga: 'I better hear no lip-syncing' at halftime show - TSN.ca


ທີ່ມາ: The Standard Pop

ຮຽບຮຽງ: Kuanjai

ແບ່ງປັນ