Breaking News

ຄົນດີຕ້ອງຍົກຍ່ອງ!! ກໍາປູເຈຍ ຍົກຍ່ອງໃຫ້ ນາຍົກລັດຖະມົນຕີ ຮຸນ ເຊນ ເປັນຮີໂຣ່ນໍາພາປະເທດໃຫ້ລອດພົ້ນຈາກໂຄວິດ-19 ໂດຍປາສະຈາກຜູ້ເສຍຊີວິດ…

ແບ່ງປັນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 27 ພຶດສະພາ 2020 ວ່າ ທ່ານເປົາ ສົກ ຫນື່ງໃນທີ່ປຶກສາຂອງສົມເດັດຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ແລະຍັງເປັນຫນື່ງໃນສະມາຊິກສະມາຄົມນັກຂຽນຂະເເມ (ເຄດັບເບິລຢູເອ) ເປີດເຜີຍເມື່ອວັນອັງຄານວ່າທີມທີ່ປຶກສາຂອງຜູ້ນຳກຳປູເຈຍ ແລະສະມາຊິກອີກຫລາຍຄົນຂອງເຄດັບເບິລຢູເອກຳລັງຮ່ວມກັນຂຽນຫນັງສືບອກເລົ່າພາລະກິດຂອງສົມເດັດຮຸນ ເຊັນ ໃນການນຳບ້ານເມືອງພົ້ນໄພວິກິດໂລກລະບາດໂຄວິດ-19

ທັງນີ້ ຫນັງສືເລື່ອງດັ່ງກ່າວຫນ້າຈະຕີພິມ ແລະວາງຈຳຫນ່າຍໄດ້ໄວທີ່ສຸດທ້າຍເດືອນມິຖຸນານີ້ ຫລືບໍ່ເກີນຕົ້ນເດືອນກໍລະກົດ ມີຄວາມຍາວ 270 ຫນ້າ ແລະຊື່ເລື່ອງທີ່ເປັນພາສາຂະເເມຊື່ງເມື່ອແປເປັນພາສາອັງກິດກົງຕົວໄດ້ຄວາມວ່າ ຮຸນເຊນ ຮີໂຣ່ຮູບງາມຜູ້ຝ່າຟັນກະແສໃນການຕໍ່ສູ້ກັບໂຄວິດ-19 ( Hun Sen : The Handsome Hero Who Went Against the Current to Fight COVID-19 )

Cambodia's longtime leader Hun Sen begins another term

ທ່ານເປົາ ສົກ ກ່າວຕໍ່ໄປວ່າ ຄະນະຜູ້ຈັດເຮັດຫນັງສືເຫຼັ້ມນີ້ຕ້ອງການບັນທຶກຊ່ວງເວລານີ້ໄວ້ເປັນ ປະຫວັດສາດ ວ່າກຳປູເຈຍສາມາດຕໍ່ສູ້ກັບພະຍາດຮ້າຍໄດ້ຢ່າງມີປະສິດທິພາບ ແລະຄວບຄຸມສະຖານະການໄດ້ຍອດຍ້ຽມກວ່າອີກຫລາຍປະເທດ ຫນັງສືທີ່ກຳລັງຈະເຜີຍແຜ່ນີ້ຈື່ງຖືໄດ້ວ່າເປັນ ປະຫວັດສາດຂອງມະນຸດຊາດ ສຽງວິພາກວິຈານທີ່ມີຕໍ່ການດຳເນີນງານຂອງລັດຖະບານໃນການຈັດການສະຖານະການໂລກລະບາດໂຄວິດ-19 ສະທ້ອນວ່າ ກຸ່ມຄົນເຫລົ່ານັ້ນ ບໍ່ເຂົ້າໃຈສີລະປະຂອງພາວະຜູ້ນຳ

ສົມເດັດຮຸນ ເຊັນ ປະຈຸບັນອາຍຸ 67 ປີ ຖືເປັນຫນື່ງໃນຜູ້ນຳລັດຖະບານຊື່ງຢູ່ໃນຕຳແຫນ່ງຍາວນານທີ່ສຸດຂອງໂລກ ແຕ່ທ່າມກາງສຽງວິພາກວິຈານ ແລະການປະນາມຂອງຫລາຍປະເທດ ວ່າຜູ້ນຳກຳປູເຈຍ ກົດຂີ່ ຝ່າຍກົງກັນຂ້າມທາງການເມືອງ ສ່ວນສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນກຳປູເຈຍນັ້ນ ມີຜູ້ປ່ວຍສະສົມຢ່າງຫນ້ອຍ 124 ຄົນ ຕັ້ງແຕ່ທ້າຍເດືອນມີນາທີ່ຜ່ານມາ ແລະເຫລືອຜູ້ທີ່ຍັງຮັບການປິ່ນປົວຢູ່ພຽງ 2 ຄົນ ໂດຍຍັງບໍ່ມີຜູ້ເສຍຊີວິດ

Hun Sen turns to China as Cambodia-EU relations cool

ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

ແບ່ງປັນ