Breaking News

ພິກວິກິດໃຫ້ເປັນໂອກາດ!! ໂຣນັລໂດ້ ນັກເຕະບານລະດັບໂລກ ສ້າງສະຖິຕິຫາເງິນຈາກ IG ໄດ້ຫຼາຍທີ່ສຸດໃນໄລຍະໂຄວິດ-19…

ແບ່ງປັນ

ເຖິງວ່າໂຄວິດ-19 ຈະສົ່ງຜົນກະທົບຫຼາຍຢ່າງ ໂດຍສະເພາະນັກເຕະບໍ່ໄດ້ລົງແຂ່ງຂັນເຮັດໃຫ້ລາຍຮັບຫຼຸດລົງຢ່າງໜ້າຕົກໃຈ, ແຕ່ບໍ່ແມ່ນກັບ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ສາມາດກວາດລາຍໄດ້ຫຼາຍທີ່ສຸດໃນສະຖານະການທີ່ຜ່ານມາ… ໂຣນັລໂດ ລວມເຖິງນັກເຕະຄົນອື່ນໆຕ່າງກໍພາກັນກັກຕົວຢູ່ເຮືອນ ໃນໄລຍະການລະບາດຂອງ ໂຄວິດ-19 ເຮັດໃຫ້ທຸກຄົນທີ່ເຮັດອັບເດດຄວາມເຄື່ອນໄຫວຂອງຕົວເອງຜ່ານທາງສື່ອອນລາຍ ລວມເຖິງການຮັບງານຈາກຜູ້ສະໜັບສະໜູນຕ່າງໆບໍ່ໃຫ້ຂາດ. ຫຼ້າສຸດ ແອດເທນ ສື່ຕ່າງປະເທດໄດ້ສໍາຫຼວດທາງ ສື່ອອນລາຍ ຂອງບັນດານັກເຕະວ່າ: ຕະຫຼອດ 2 ເດືອນທີ່ຜ່ານມາ ນັບຕັ້ງແຕ່ວັນທີ 12 ມີນາ – 14 ພຶດສະພາ 2020 ມີຍອດຜູ້ຕິດຕາມ ແລະ ໂພສຂາຍເຄື່ອງຈາກຜູ້ສະໜັບສະໜູນໄດ້ຫຼາຍທໍ່ໃດ ໂດຍນັບຄ່າສະເລ່ຍທີ 1 ລ້ານຜູ້ຕິດຕາມໂພສໜຶ່ງ ເທົ່າກັບ 3.130 ປອນ.

Instagram: How Instagram shopping is transforming small and medium ...ປາກົດວ່າ: ໂຣນັລໂດ ສາມາດເກັບລາຍໄດ້ສູງສຸດເຖິງ 1,8 ລ້ານປອນ ຈາກຍອດລວມຜູ້ຕິດຕາມທັງໝົດ 219 ລ້ານຄົນ ໃນອິນສະຕາແກຣມ ( ໄອຈີ ) ໂດຍໄລຍະທີ່ຜ່ານມາລາວໂພສກ່ຽວກັບຜູ້ສະໜັບສະໜູນທີ່ ອິນສະຕາແກຣມ ພຽງ 4 ຄັ້ງ ແລະ ຕົກໂພສລະ 470.584 ປອນ.

ອັນດັບ 2 ເປັນຂອງ ລິໂອເນລ ເມສຊີ ຈາກບາເຊໂລນາ ໂພສໄປ 4 ຄັ້ງເຊັ່ນກັນ ຕົກໂພສລະ 324.843 ປອນ ລວມທັງໝົດ 1,2 ລ້ານປອນ.

ສ່ວນອັນດັບ 3 ເປັນຂອງ ເນມາ ກອງໜ້າຂອງ ປາຣີສ ແຊງ-ແຊກແມງ ຈາກການໂພສ 4 ຄັ້ງຕົກໂພສລະ 298.053 ໄດ້ຮັບເງິນໄປທັງໝົດ 1,1 ລ້ານປອນ

ທີ່ມາ: LAOS Update

ແບ່ງປັນ