Breaking News

ດັງຊົ່ວຂ້າມຄືນ!! ສາວໂພສຂອບໃຈໂຄວິດທີ່ເຮັດໃຫ້ພົບຮັກແທ້… “ຮັກແທ້ເກີດໄດ້ທຸກທີ່ທຸກເວລາ ຖ້າບໍ່ມີໂຄວີດໃນມື້ນັ້ນ ກໍບໍ່ມີງານແຕ່ງໃນມື້ນີ້”

ແບ່ງປັນ

ກາຍເປັນກະແສ ດັງຊົ່ວຂ້າມຄືນ ເມື່ອສາວເຈົ້າຂອງ Facebook ຊື່: ນີນ່າ ນີນ່າ ໂພສຮູບງານແຕ່ງແບບລຽບງ່າຍ ພ້ອມໃສ່ແຄັບຊັ່ນວ່າ#ຖ້າບໍ່ແມ່ນຍອ້ນໂຄວິດໃນມື້ນັ້ນ​ ເຮົາຄືຊີບໍ່ໄດ້ເປັນຜົວເມຍກັນໃນມື້ນີ້ຂອບໃຈຫລາຍໆເດີໂຄວິດ?❤️#ໃຜຊີໄປຄິດວ່າຄົບກັນແຕ່ສອງເດືອນກັບສອງມື້ຊີໄດ້ແຕ່ງງານກັນເຄິຍເຫັນແຕ່ໃນເຟດບາດມາເຈີກັບໂຕເອງຄິດວ່າຝັນແຕ່ພໍນອນຕື່ນມາຜົວນອນຢູ່ຂາ້ງໆ​ ແຖມຝາ້ຍມັດແຂນເຕັມໂອຍມັນຄືຄວາມຈີງ?3.29.2020ຄົບ5.31.2020ແຕ່ງ?‍❤️‍??” ເຊິ່ງຕາມແຫຼ່ງຂ່າວລະບຸວ່າ ທັງສອງແມ່ນຕົກຢູ່ໃນກຸ່ມສ່ຽງໃນໂລຍະ ໂຄວິດ-19 ລະບາດໜັກຢູ່ລາວ ແລະ ໄດ້ຖືກນໍາໄປກັກຕົວລວມກັນ ຈຶ່ງເປັນຈຸດເລີ່ມຕົ້ນກໍ່ໃຫ້ເກີດຄວາມຮັກມັກກັນ ຫຼັງຈາກສິ້ນສຸດໄລຍະກັກຕົວ ທັງສອງກໍໄດ້ຕົກລົງສຶກສາເບິ່ງໃຈ (ເປັນແຟນກັນ) ໄດ້ບໍ່ດົນ ຈຶ່ງຕັດສິນໃຈແຕ່ງງານກັນໃນທີ່ສຸດ ເຊິ່ງເປັນງານແບບລຽບງ່າຍ ມີຍາດພີ່ນ້ອງ 2 ຝ່າຍ ແລະ ໝູ່ເພື່ອນທີ່ຮັກແພງໄປຮ່ວມງານ… ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີນໍາເຈົ້າບ່າວ-ເຈົ້າສາວຫຼາຍໆເດີ້ ຂໍໃຫ້ຮັກກັນໝັ້ນແກ່ນຊົ່ວຝ້າດິນສະຫຼາຍເດີ້!!! ນີ້ແຫຼະທີ່ເພິ່ນວ່າ “ຮັກແທ້ເກີດຂຶ້ນໄດ້ທຸກທີ່ທຸກເວລາ” ບໍ່ຈໍາເປັນຕ້ອງແລ່ນນໍາຫາ ຮອດເວລາມັນຫາກມາເອງ!!

Image may contain: 12 people, people sitting

Image may contain: 6 people

Image may contain: 7 people, people sitting and food

Image may contain: 6 people, people sitting

Image may contain: 7 people, people sitting

Image may contain: 3 people, people sitting and indoor

ຂອບໃຈຮູບພາບຈາກ: ນີນ່າ ນີນ່າ

ແບ່ງປັນ