Breaking News

ນາງແບບຂ້າມເພດເຜີຍ!! ຄວາມປະທັບໃຈທີ່ສາມີ (ທອມ) ຍອມຖືພາລູກ… ຕອນນີ້ລູກໃນທ້ອງໄດ້ 8 ເດືອນແລ້ວ!!

ແບ່ງປັນ

ເປັນພາບທີ່ປະທັບໃຈຫຼາຍ ເຫັນແລ້ວເຮັດໃຫ້ຮູ້ສຶກໄດ້ເຖິງ ຄວາມສວຍງາມຂອງຄວາມຮັກ ກັບພາບທີ່ Danna Sultana ນາງແບບຂ້າມເພດຊາວ ໂຄລັມເບຍ ທີ່ກົ້ມລົງຈູມພິດທ້ອງຂອງສາມີ (ເປັນທອມ) ທີ່ກໍາລັງຖືພາໄດ້ 8 ເດືອນພ້ອມຂໍ້ຄວາມປະທັບໃຈ ທີ່ສາມີຍອມຖືພາລູກຊາຍຂອງທັງສອງ.

ສໍາລັບ Danna Sultana ແມ່ນເກີດມາດ້ວຍສະພາບຮ່າງກາຍເພດຊາຍ ແຕ່ແລ້ວກໍໄດ້ປັບປ່ຽນໃຫ້ກາຍເປັນເພດຍິງໃນພາຍຫຼັງ ໄດ້ພົບຮັກກັບ Esteban Landrau Danna Sultana ຜູ້ທີ່ເກີດມາໃນຮ່າງກາຍເພດຍິງ ແລະ ໄດ້ປັບປ່ຽນເປັນເພດຊາຍ… ປັດຈຸບັນໄດ້ໃຊ້ຊີວິດຄູ່ຮ່ວມກັນ ພ້ອມທັງກໍາລັງຈະໃຫ້ກໍາເນີດລູກຊາຍທີ່ໜ້າຮັກໃນອີກບໍ່ຮອດເດືອນຕໍ່ໜ້ານີ້… ແລະ Esteban ຍັງບອກອີກວ່າ ມົດລູກເລີ່ມມີການຮັດຕົວຫຼາຍຂຶ້ນ ອາດຈະເຮັດໃຫ້ລູກຂອງພວກເຂົາເກີດກ່ອນກໍານົດທີ່ນັດໝໍໄວ້.

ແຫຼ່ງຂ່າວຈາກສື່ທ້ອງຖິ່ນລາຍງານວ່າ ທັງສອງຄົນນັ້ນມີລູກນໍາກັນຕາມວິທີທໍາມະຊາດ ເພາະທັງ Danna ແລະ Esteban ຍັງຄົງມີອະໄວຍະວະເພດສະພາບເດີມຢູ່ ໂດຍກ່ອນໜ້ານີ້ທັງສອງໄດ້ປະກາດວ່າ ຖືພາໃນເດືອນ ກຸມພາທີ່ຜ່ານມາ ທ່າມກາງຄວາມຕື່ນເຕັ້ນ ແລະ ຮອຍຍິ້ມຫຼັງຮູ້ຜົນກວດ ທຸກຢ່າງມັນເປັນຄືຄວາມຝັນທີ່ເປັນຈິງ ແລະ ທັງສອງມີແຜນຈະຕັງຊື່ລູກຊາຍວ່າ Ariel….

ຈາກເລື່ອງລາວຂ້າງເທິງເຮັດຮູ້ວ່ານີ້ແຫຼະ ຄວາມຮັກ… ຄວາມຮັກ ມັນບໍ່ທໍາຮ້າຍໃຜ ມີແຕ່ຄົນທີ່ທໍາຮ້າຍກັນເອງ ຄວາມຮັກ ເປັນສິ່ງທີ່ສວຍງາມ ຄວາມຮັກ ເກີດຂຶ້ນໄດ້ກັບທຸກເພດທຸກໄວ…

ທີ່ມາ: @dannasultanadailymailunilad

ແບ່ງປັນ