Breaking News

5 ພະຍາດຈະຖາມຫາ ຖ້າບໍ່ກິນເຂົ້າເຊົ້າ

ແບ່ງປັນ

ອາຫານເຊົ້າເປັນອາຫານທີ່ຄົນສ່ວນຫຼາຍບໍ່ມັກໃສ່ໃຈຈົນຕິດເປັນນິໃສ ເພາະອາດຟ້າວໄປເຮັດວຽກ ຫຼືອາດນອນຕື່ນສວາຍ ຖ້າໃຜຮູ້ໂຕວ່າກຳລັງເປັນໜື່ງໃນຈຳນວນທີ່ກ່າວມານັ້ນ ຂໍໃຫ້ທ່ານຈົ່ງຮີບປັບປ່ຽນພຶດຕິກຳດັ່ງກ່າວໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍເຊິ່ງແຕ່ລະພະຍາດທີ່ຈະກ່າວມານີ້ບອກເລີຍວ່າເປັນຕາຍ້ານຫຼາຍ:

อาหารเช้า' สำคัญไฉน - Thaihealth.or.th | สำนักงานกองทุนสนับสนุนการ ...

  1. ພະຍາດອ້ວນ

ບາງທ່ານເຂົ້າໃຈຜິດມາໂດຍຕະຫຼອດວ່າການອົດອາຫານເຊົ້າຕ້ອງຈ່ອຍຈະຕຸ້ຍໄດ້ຢ່າງໃດ? ແນ່ນອນທີ່ສຸດວ່າຕ້ອງຕຸ້ຍຂຶ້ນແນ່ນອນ ເພາະວ່າຖ້າທ່ານບໍ່ກິນອາຫານເຊົ້າລະບົບເຜົາຜານໃນຮ່າງກາຍຈະເຮັດວຽກຊ້າລົງເຮັດຮູ້ສຶກຢາກອາຫານເລື້ອຍໆ ແລະ ເຮັດໃຫ້ກິນຫຼາຍກວ່າທີ່ຮ່າງກາຍຕ້ອງການ.

  1. ພະຍາດເບົາຫວານ

ອາຫານເຊົ້າເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາຄາບທັງ 3 ຄາບເພາະຮ່າງກາຍຕ້ອງການພະລັງ ງານ ແລະ ສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາມາດຊ່ວຍຫຼຸດພາວະ ປົກກະຕິຂອງຮໍໂມນ ອິນຊູລິນ (Insulin) ເຊິ່ງຖືເປັນສາເຫດຂອງການເກີດພະຍາດເບົາ ຫວານກວ່າ 40-50% ດັ່ງນັ້ນບໍ່ແມ່ນພຽງແຕ່ໄວສູງອາຍຸທີ່ສາມາດເປັນພະຍາດເບົາຫວານ ໄດ້ແຕ່ຄົນທີ່ມັກບໍ່ກິນອາຫານເຊົ້າກໍ່ສາມາດເປັນເບົາຫວານໄດ້ທຸກເພດທຸກໄວເຊັ່ນກັນ.

  1. ກະເພາະລຳໃສ້

ກະເພາະອາຫານຂອງຄົນເຮົາເມື່ອເຖິງເວລາ ມັນກໍ່ຈະຫຼັ່ງນ້ຳຢ່ອຍອອກມາເພື່ອຍ່ອຍອາຫານເປັນເວລາປົກກະຕິ ແຕ່ເຮົາເອງກັບອົດອາຫານບໍ່ຍອມກິນ ນ້ຳຍ່ອຍເຫຼົ່ານີ້ກໍ່ຈະບໍ່ຖືກໃຊ້ງານ ແລະ ຖືກຂັງຢູ່ໃນຮ່າງກາຍຂອງຄົນເຮົາເຮັດໃຫ້ຫຼອດອາຫານ ແລະ ເຫຍື່ອບຸໂພງອາຫານເກີດການລະຄາຍເຄືອງ ແລະ ຖ້າເຮົາປ່ອຍໃຫ້ເປັນແບບນີ້ຕໍ່ໄປດົນໆຈະເຮັດໃຫ້ກົດນ້ຳຍ່ອຍເຫຼົ່ານີ້ຍ້ອນກັບຈາກຫຼອດອາກຫານຂຶ້ນໄປເທິງຄໍຫອຍ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຢ່າງຍິ່ງ.

  1. ຄວາມຈຳເຊື່ອມ (Alzheimer)

ພະຍາດດັ່ງກ່າວກ່ຽວກັນໂດຍກົງກັບຄົນທີ່ບໍ່ກິນອາຫານເຊົ້າ ກໍ່ເພາະວ່າອາຫານເປັນສິ່ງສຳຄັນທີ່ສຸດສຳຫຼັບສະໝອງ ໃນເວລາກາງຄືນທີ່ເຮົານອນຫຼັບຮ່າງກາຍຂອງຄົນເຮົາຈະບໍ່ໄດ້ຮັບສານອາຫານດົນກວ່າ 8-10 ຊົ່ວໂມງ ຖ້າເຮົາບໍ່ກິນອາຫານເຊົ້າອີກຈະເຮັດໃຫ້ນ້ຳຕານໃນເລືອດຕໍ່າລົງເຮັດໃຫ້ນ້ຳຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຈື່ຈຳເຮັດວຽກໄດ້ບໍ່ເຕັມທີ່ ແລະ ເຮັດໃຫ້ສະໝອງເຊື່ອມໃນທີ່ສຸດ.

  1. ພະຍາດຫົວໃຈ ແລະ ຫຼອດເລືອດ

ເມື່ອຮ່າງກາຍຄົນເຮົາບໍ່ໄດ້ຮັບອາຫານໃນຕອນເຊົ້າ ຈະເຮັດໃຫ້ເປັນພະຍາດອ້ວນ ພະຍາດເບົາຫວານ ແລະ ອີກຫຼາຍໆພະຍາດ ເຊິ່ງເມື່ອເປັນພະຍາດທີ່ກ່າວມານັ້ນຈະເຮັດໃຫ້ຄໍເຣດຕໍຣໍໃນຮ່າງກາຍເຮົາສູງຂຶ້ນ ນັ່ນເຮັດໃຫ້ມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈ ແລະ ຫຼອດເລືອດ, ມີຜົນສຳຫຼວດຈາກ USA ພົບວ່າຄົນທີ່ບໍ່ກິນອາຫານເຊົ້າມີໂອກາດທີ່ຈະເປັນພະຍາດຫົວໃຈ ແລະ ຫຼອດເລືອດ ເຖິງ 50% ກັນເລີຍ.

ເມື່ອທ່ານເຫັນແຕ່ລະພະຍາດທີ່ເຮົາໄດ້ກ່າວມາຂ້າງເທິງແລ້ວອາດເຮັດໃຫ້ທ່ານຕົກໃຈເລີຍແມ່ນບໍ່? ສະນັ້ນຄວນຫັນມາເບິ່ງແຍງສຸຂະພາບໂດຍເລີ່ມຈາກການກິນອາຫານເຊົ້າ ກິນທຸກໆມື້ ແລະ ກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຄວບຄູ່ກັນໄປເທົ່ານີ້ທ່ານກໍ່ຈະບອກລາພະຍາດຮ້າຍຕ່າງໆບໍ່ໃຫ້ມາທຳຮ້າຍທ່ານໄດ້ອີກຕໍ່ໄປ.

ຂໍ້ມູນຈາກ: (Gotoknow)

ແບ່ງປັນ