Breaking News

ຈາກການສໍາຫຼວດດັດສະນີຄວາມອຶດຫິວ!! ພົບວ່າເດັກນ້ອຍໃນ ສປປ ລາວ ຕົກຢູ່ອັນດັບທີ 87 ຈາກຈຳນວນທັງໝົດ 117 ປະເທດ…

ແບ່ງປັນ

ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ: ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳ ນວນທັງໝົດ 117 ປະເທດ.

ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກ ງານໂພຊະນາການ, ແຕ່ຍັງມີຫຼາຍວຽກ ງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິ ບັດ ແລະ ບັນລຸເປົ້າ ໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1.000 ວັນທຳອິດຂອງເດັກ ນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະ ພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ.

น้ำตาร่วงแหมะ เมื่อเห็นเด็กน้อยชาวลาวนั่งสั่นหนาวขายหน่อไม้ในถิ่น ...

ອົງການສະຫະປະຊາຊາດສໍາລັບເດັກ ລາຍງານຕື່ມວ່າ: ອີງຕາມການສໍາຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດ ຕາການຈະເລີນເຕີບໂຕແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາ ຫານ.

เด็กที่ถูกทอดทิ้งไว้ข้างหลัง: ปัญหาใหญ่ซึ่งยังรอการแก้ไขของจีน 1 ...
ປັດຈຸບັນນີ້, ໜຶ່ງໃນສາມຂອງເດັກນ້ອຍທີ່ມີອາຍຸລະ ຫວ່າງ 6 ເດືອນ ຫາ 5 ປີ ມີທ່າອ່ຽງທີ່ຈະປະເຊີນກັບບັນຫາດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະ ດ້ານສະຕິປັນຍາ, ເຊິ່ງຈະເຮັດໃຫ້ສັກກະຍະພາບໃນການດຳເນີນຊີວິດຫຼຸດລົງ. ໃນບາງແຂວງ, ອັດຕາການຂາດສານອາ ຫານສູງເກີນ 50 %. ລະດັບການຈະເລີນເຕີບໂຕທີ່ບໍ່ສົມບູນຂອງເດັກນ້ອຍໃນລາວຍັງຄົງໜ້າເປັນຫ່ວງຢູ່ທີ່ປະມານ 9%, ເຊິ່ງເປັນສັນຍານທີ່ບົ່ງບອກວ່າຍັງມີການໄດ້ຮັບອາຫານທີ່ບໍ່ພຽງພໍ.

⚘?~มาลาริน~เห็นด้วยค่ะ..โพลเผยคนจนมีความสุขมากกว่าคนรวยทุกด้าน ...

ຂ່າວ: ໜັງສືພິມວຽງຈັນທາມ

ແບ່ງປັນ