Breaking News

ເຫັນແລ້ວເສົ້າໄປນໍາ!! ຄູອາສາສອນມາຫຼາຍປີແຕ່ບໍ່ໄດ້ຮັບຕົວເລກ ສຸດຕ້ອງຈໍາໃຈຖິ້ມອຸດົມການ ແລະ ລູກສິດທີ່ຮັກດັ່ງດວງໃຈ… (ມີຄຣິບ)

ແບ່ງປັນ

ອີກໜຶ່ງປະກົດການທີ່ເກີດຂື້ນກັບຄູອາສາທີ່ ມຕ.ຫ້ວຍເງິນ ເມືອງ.ຈຳປາສັກ , ແຂວງ.ຈຳປາສັກ ສອນມາຫຼາຍປີບໍ່ມີວີ່ແວວວ່າຊິໄດ້ລັດຖະກອນ ຈົນສຸດທ້າຍຈຳຕ້ອງຍອມວາງບິກ-ສໍ ເກັບໃບປະລິນຍາ (ປະລິນຍາຄົນຈົນ) ລົງໄວ້ລີ້ນຊັກກ້ອງໂຕ໊ະແລ້ວແກວ່ງກະແຈລົງນໍ້າຂອງ ອຳລາຈາກໜ້າທີ່ການງານດ້ວຍນໍ້າຕາ ທັງໆທີ່ມີອຸດົມການອັນສູງສົ່ງ ຮັກໃນອາຊີບ ມີຄວາມຜູກພັນກັບລູກສິດດັ່ງດວງໃຈ ອຸທິດຊີວິດເພື່ອໜ້າທີ່ຕະຫຼອດມາ ຫລືຍ້ອນເປັນພຽງລູກຊາວໄຮ່-ນາຜູ້ຍາກຈົນບໍ່ມີເງິນ-ບໍ່ມີເສັ້ນສາຍລາຍລ່ອງ ເຮັດໜ້າທີ່ເປັນແມ່ພິມຂອງຊາດມາຫຼາຍປີບອກວ່າບໍ່ມີໂກຕ້າ (ໂຕເລກລັດຖະກອນ) ແຕ່ຜູ້ທີ່ຈົບມາອ່ຽມໆໃໝ່ໆເກືອບວ່າບໍ່ໄດ້ສອນຈັກປີພັດມີຊື່ໃນໂຕເລກ”ມີໂກຕາໄດ້ເຂົາລັດຖະກອນ ຈຳເປັນຕອ້ງອຳລານັກຮຽນນັກສືກສາ ຊອກວຽກໃໝ່ເຮັດ… ຂໍ້ຄວາມ ແລະ VDO ດັ່ງກ່າວແມ່ນຖືກເຜີຍແຜ່ອອກມາທາງໂລກ Social ແລະ ຖືແຊໄປເປັນຈໍານວນຫຼວງຫຼາຍ ຍ້ອນເຂົ້າໃຈຫົວອົກຄວາມເປັນຄູອາສາ ທີ່ຮັກໃນອາຊີບດັ່ງດວງໃຈ ແຕ່ກໍຕ້ອງເອົາຊີວິດ ແລະ ຄອບຄົວຕົວເອງໃຫ້ຢູ່ລອດຄືກັນ!!! ແນວໃດ ຂວັນໃຈ ກໍຂໍເປັນກໍາລັງໃຈໃຫ້ຄູອາສາທຸກທ່ານ ທີ່ເຮັດວຽກດ້ວຍຄວາມມັກ-ຮັກ ດ້ວຍອຸດົມການເດີ້…

VDO ດັ່ງກ່າວ… 

ໂພສດັ່ງກ່າວ…

Image may contain: one or more people and text

ແບ່ງປັນ