Breaking News

ຫວັງວ່າຈະເປັນຂ່າວດີ!! ຮອງນາຍົກເນັ້ນຍໍ້າໃນພິທີມອບ-ຮັບຕໍາແໜ່ງ ຜອ ໄຟຟ້າລາວຄົນໃໝ່ ໃຫ້ດໍາເນີນທຸລະກິດດ້ວຍຄວາມໂປ່ງໃສ…

ແບ່ງປັນ

ໃນໂອກາດໂອ້ລົມຕໍ່ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ຂອງຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ແລະ ຜູ້ວ່າການຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ຈັດຂຶ້ນຢູ່ສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນໃນວັນທີ 16 ມິຖຸນາ 2020. ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານລັດວິສາຫະກິດໄຟຟ້າລາວຊຸດໃໝ່ ສືບຕໍ່ເອົາໃຈໃສ່ປະຕິບັດຫລາຍວຽກງານສໍາຄັນ ເປັນຕົ້ນ: ສືບຕໍ່ປັບປຸງການດໍາເນີນທຸລະກິດຂອງໄຟຟ້າລາວດ້ວຍການຕ້ອງການໄລ່ລຽງການດໍາເນີນທຸລະກິດທີ່ດີຂຶ້ນ ແລະ ຫລຸດຜ່ອນຕົ້ນທຶນການຜະລິດໃຫ້ຕໍ່າລົງ, ແກ້ໄຂໜີ້ສິນທີ່ມີຢູ່ໃຫ້ຫລຸດລົງຢ່າງຕໍ່ເນື່ອງ, ປັບປຸງກົງຈັກການຂອງໄຟຟ້າລາວ ທັງຢູ່ສູນກາງ ແລະ ສາຂາໃນທົ່ວປະເທດໃຫ້ກະທັດຮັດ, ຄ່ອງຕົວ ແລະ ມີປະສິດທິພາບຫລາຍຂຶ້ນກ່ວາເກົ່າ ເພື່ອແນໃສ່ເຮັດໃຫ້ການໃຊ້ຈ່າຍດ້ານບໍລິຫານຫລຸດລົງ.
ທ່ານ ສົມດີ ດວງດີ ເນັ້ນໜັກຕື່ມວ່າ: ນອກຈາກນີ້ ໃນເວລາທີ່ເກີດໄພພິບັດທາງທໍາມະຊາດ ເຊັ່ນ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໄຟຟ້າລາວຕ້ອງຍື່ນມືເຂົ້າໄປຊ່ວຍ ເຫລືອແກ້ໄຂຢ່າງທັນການ, ລວມເຖີງເຂົ້າໄປມີສ່ວນຮ່ວມເຂົ້າໃນການພັດທະນາຢູ່ທຸກທ້ອງຖິ່ນທົ່ວປະເທດໃຫ້ຫລາຍຂຶ້ນ ເພາະໄຟຟ້າແມ່ນພາກສ່ວນໜຶ່ງທີ່ປະກອບສ່ວນສໍາຄັນເຂົ້າໃນຂະແໜງອຸດສາຫະກໍາ ກໍ່ຄື ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໂຄງປະກອບເສດຖະກິດຂອງລາວ.

ในภาพอาจจะมี 1 คน, ข้อความ

ในภาพอาจจะมี 2 คน, ผู้คนกำลังยืน

ในภาพอาจจะมี 8 คน, ผู้คนกำลังยืน

ຂ່າວ: ມົດແດງນ້ອຍ

ແບ່ງປັນ