Breaking News

ອ່ານດ່ວນ!!! 9 ສູດສ້າງສະເໜ່ ຍົກລະດັບຄຸນຄ່າໃນຕົວເອງ ໃຫ້ກາຍເປັນແມ່ຍິງທີ່ງາມ ແລະດູແພງ….

ແບ່ງປັນ

ສໍາລັບສາວໆຜູ້ທີ່ມີນິໄສມັກເກັບຕົວ ຫຼືມີບັນຫາໃນການສື່ສານກັບຄົນອື່ນ ຍິນດີນໍາເດີ້… ເຈົ້າມີຄວາມຫວັງແລ້ວ!! ສະເໜ່ບໍ່ແມ່ນຄຸນສົມບັດທີ່ຕິດຕົວຄົນເຮົາມາຕັ້ງແຕ່ເກີດ ແຕ່ມັນເປັນຜົນລັບຈາກພຶດຕິກໍາການຮຽນຮູ້ຕ່າງຫາກ ແລະ ນີ້ຄື 9 ວິທີສ້າງສະເໜ່ໃຫ້ເຈົ້າຕົວເອງຈ່າາາາ

  1. ໃຊ້ຄໍາເວົ້າທີ່ຄົນອື່ນໆສາມາດເຂົ້າໃຈໄດ້: ການສື່ສານທີ່ມີປະສິດທິພາບສູງສຸດຄື ການໃຊ້ພາສາທີ່ຊັດເຈນ ເຂົ້າໃຈງ່າຍ ແທນທີ່ຈະເປັນພາສາທີ່ຄຸມເຄືອ
  2. ສະແດງຄວາມຮູ້ສຶກຂອງຕົວເອງ: ຜູ້ທີ່ມີສະເໜຈະສະແດງຄວາມຮູ້ສຶກຂອງຕົວເອງອອກມາຢ່າງເປັນທໍາມະຊາດ ແລະ ຈິງໃຈ ເຊິ່ງຈະສົ່ງຜົນຕໍ່ອາລົມ ແລະ ຄວາມຮູ້ສຶກຂອງອີກຝ່າຍນໍາ ນີ້ຄືການແຜ່ລະບາດທາງອາລົມ ຫຼື ການຮຽນແບບ ແລະ ເຊື່ອມຕໍ່ອາລົມ ດັ່ງນັ້ນ ຖ້າເຈົ້າຮູ້ສຶກຕື່ນເຕັ້ນຄົນອື່ນກໍຈະຮູ້ສຶກຕື່ນເຕັ້ນໄປນໍາ
  3. ເວົ້າເຖິງສັກກາຍະພາບຂອງເຈົ້າ ເພາະມັນໜ້າປະທັບໃຈກວ່າຄວາມສໍາເລັດທີ່ເຈົ້າສະສົມມາ: ຄວາມສໍາເລັດບໍ່ແມ່ນສິ່ງທີ່ດຶງດູດຄວາມສົນໃຈຂອງຄົນອື່ນ ແຕ່ເປັນຄວາມສາມາດຂອງເຈົ້າຕ່າງຫາກ ເບິ່ງຄືວ່າຄວາມບໍ່ແນ່ນອນທີ່ມາພ້ອມກັບໂອກາດ ຈະໜ້າສົນໃຈກວ່າການສະທ້ອນເຖິງຄວາມເປັນຈິງທີ່ມີຢູ່ແລ້ວ
  4. ຮຽນແບບຄົນທີ່ກໍາລັງໂອ້ລົມຢູ່ນໍາ: ກຸ່ມນັກຈິດຕະວິທະຍາພົບວ່າ ເມື່ອຄົນສອງຄົນກໍາລັງໂອ້ລົມກັນໄດ້ແບບເຂົ້າຂາກັນດີ ພວກເຂົາຈະເລີ່ມຮຽນແບບທ່າທາງຂອງອີກຝ່າຍ ເຊິ່ງເປັນສັນຍານບົ່ງບອກເຖິງຄວາມເຊື່ອໃຈ ຖ້າອີກຝ່າຍນັ່ງໄຂວ່ຂາ ເຈົ້າກໍຈະນັ່ງໄຂ່ວຂາຄືກັນ ຫຼືຖ້າເຈົ້າຈິບນໍ້າດື່ມອີກຝ່າຍກໍຈະຈິບນໍ້າຄືກັນ ແລະ ຖ້າຕ້ອງການປະສົບຄວາມສໍາເລັດໃນການເຈລະຈາ ງານວິໄຈໄດ້ບອກໄວ້ວ່າ ເຈົ້າຄວນຮຽນແບບພຶດຕິກໍາຂອງຝ່າຍກົງກັນຂ້າມ
  5. ອ້າແຂນກວ້າງເພື່ອສົ່ງສັນຍານວ່າເຈົາຍິນດີຕ້ອນຮັບ: ຜູ້ຊ່ຽວຊານດ້ານພາສາກາຍເຫັນດີນໍາວ່າ ການສະແດງທ່າທາງຍ່ອມເຫັນໄດ້ຊັດເຈນກວ່າຄໍາເວົ້າ ການເອົາມືລ້ວງກະເປົາ ແລະ ຫໍ່ບ່າໄຫຼ່ ຄືການສົ່ງສັນຍານວ່າ ເຈົາບໍ່ສົນໃຈ ແຕ່ການອ້າແຂນກວ້າງຈະເປັນການສື່ວ່າ ເຈົາພ້ອມແລ້ວ
  6. ເອົາໝາໄປຍ່າງຫຼິ້ນນໍາ ເພາະມັນຊ່ວຍໃຫ້ເຈົ້າເບິ່ງເປັນຄົນເອົາໃຈໃສ່: ກຸ່ມນັກວິໄຈສະຫຼຸບວ່າ ເຈົ້າເປັນຄົນທີ່ເອົາໃຈໃສ່ ແລະ ພ້ອມມີຄວາມສໍາພັນໃນໄລຍະຍາວ ນອກຈາກນີ້ ຍັງເຮັດໃຫ້ເຈົ້າເບິ່ງເປັນຄົນຜ່ອນຄາຍ ເຂົ້າເຖິງໄດ້ງ່າຍ ແລະ ມີຄວາມສຸກ
  7. ຍິ້ມໃຫ້ຫຼາຍຂຶ້ນ: ກຸຸ່ມນັກວິໄຈໃນ ເຊີວິດສະແລນ ໄດ້ສຶກສາຄວາມສໍາພັນລະຫວ່າງການມີສະໜ່ ກັບການຍິ້ມ ພົບວ່າ ຍິ່ງຄົນເຮົາຍິ້ມຫຼາຍເທົ່າໃດ ໃບໜ້າກໍຈະຍິ່ງມີສະເໜ່ຫຼາຍເທົ່ານັ້ນ ຄວາມຈິງແລ້ວ ການສະແດງສີໜ້າຄື ການແກ້ບັນຫາຄວາມບໍ່ມີສະເໜ່ທີ່ໄດ້ປຽບກວ່າ
  8. ໃຫ້ຄົນອື່ນເວົ້າເຖິງຕົວເຮົາເອງ: ການເວົ້າເຖິງຕົວເອງຈະກະຕຸ້ນສະໝອງສ່ວນດຽວກັບທີ່ເວົ້າເຖິງເລື່ອງເພດ ຫຼືອາຫານແຊບ ເມື່ອຄົນເຮົາເວົ້າເຖິງປະສົບການຂອງຕົວເອງ ພວກເຂົາຈະຮູ້ສຶກອ່ອນແອ ຈາກນັ້ນກໍຈະສ້າງສາຍສໍາພັນທາງສັງຄົມ ແລະ ມີອາລົມຮ່ວມກັບຄວາມຮູ້ສຶກຂອງອີກຝ່າຍ
  9. ຍ່າງດ້ວຍຄວາມໄວເທົ່າກັບຄົນອື່ນ ພວກເຂົາຈະຄິດວ່າເຈົ້າມີຄວາມເປັນມິດ: ການສຶກສາຈາກມະຫາວິທະຍາໄລ ເດິແຣມ ພົບວ່າ ການກ້າວຍ່າງສາມາດບົ່ງບອກເຖິງບຸກຄະລິກກະພາບຂອງຄົນໆໜຶ່ງໄດ້ ຜູ້ທີ່ຍ່າງຊ້າຈະມີບຸກຄະລິກກະພາບແບບເປີດເຜີຍ ສ່ວນຄົນທີ່ຍ່າງໄວຈະຖືກເບິ່ງວ່າ ມີຄວາມຜິດປົກກະຕິທາງຈິດ ຫຼືໂຣກປະສາດ ໃນຂະນະດຽວກັນ ການສຶກສາຈາກມະຫາວິທະຍາໄລ ອີລລິນນອຍ ພົບວ່າ ຜູ້ຊາຍຈະຍ່າງດ້ວຍຄວາມໄວເທົ່າກັບແມ່ຍິງ ຫາກເຂົາຮູ້ສຶກສົນໃຈແມ່ຍິງຄົນນັ້ນ.

Cr: https://women.mthai.com/women-variety/440068.html

ແບ່ງປັນ