Breaking News

ສາບານວ່າຖຽງນາ!! ເທີ ຢູ່ນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັງໂພສຮູບພາບ Studio ຫຼັໃໝ່ ສະຫຼອງໄດ້ຮັບໂຫຼ່ຈາກ YouTube ຄົບຮອບ 5 ປີ…

ແບ່ງປັນ

ເປັນຕົວຢ່າງທີ່ຄວນເອົາເປັນແບບຢ່າງຫຼາຍ ສໍາລັບ Net Idol ຊື່ດັງ ເຈົ້າຂອງ ເພຈ Una Studio ຄື ເທີ ຢູນ່າ ເຈົ້າພໍ່ຜູ້ໄທ ທີ່ເລີ່ມເຂົ້າສູ່ວົງການດ້ວຍຄວາມມັກຮັກ ຈົນກ້າວມາເປັນ Net Idol ທີ່ມີຜູ້ຕິດຕາມຫຼາຍເຖິງ 4 ແສນກວ່າຄົນໃນປັດຈຸບັນ… ສໍາລັບເສັ້ນທາງການເຂົ້າສູ່ວົງການບັນເທີງນັ້ນ ເທີ ຢູນ່າ ໄດ້ປະສົບຄວາມສໍາເລັດຈາກການເປັນ You Tuber ເມື່ອ 5 ປີກ່ອນ ໂດຍໄດ້ຮັບໂຫຼ່ລາງວັນຈາກ You Tube ຫຼັງຈາກມີຜູ້ຕິດຕາມຄົບ 1 ລ້ານຄົນ!!! ຕໍ່ມາໜຸ່ມເທີ ກໍບໍ່ໄດ້ຢຸດພັດທະນາຕົວເອງຂຶ້ນເລື້ອຍໆ ນອກຈາກພັດທະນາຄວາມຮູ້ຄວາມສາມາດ ແລະ ຜົນງານແລ້ວ ຍັງໄດ້ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຢູ່ເປັນປະຈໍາ ຈົນຫຼ້າສຸດໜຸ່ມເທີ ກໍໄດ້ອອກມາໂພສເຖິງຄວາມສໍາເລັດອີກຂັ້ນ ຄືການເປີດ Studio ໃໝ່ກາງນາ ທີ່ມີຄວາມອາລັງການບໍ່ແມ່ນໜ້ອຍ… ບໍ່ແມ່ນແຕ່ໜຸ່ມເທີເອງທີ່ພູມໃຈກັບຄວາມສໍາເລັດນີ້ ແຕ່ທາງແຟນຄຣັບທີ່ຕິດຕາມມາຕະຫຼອດກໍພູມໃຈເຊັ່ນດຽວກັນ ເພາະນີ້ກໍຖືວ່າເປັນຄວາມສໍາເລັດຂອງຄົນລາວ ເປັນຄວາມກ້າວໜ້າຂອງວົງການບັນເທີງລາວ ແລະ ຫວັງວ່າໃນອະນາຄົດເຮົາຈະເຫັນຜົນງານດີໆຈາກຄ່າຍ Una Studio ດີຂຶ້ນເລື້ອຍໆເດີ້!!!

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังนั่ง และสถานที่กลางแจ้ง

ไม่มีคำอธิบายรูปภาพ

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ในภาพอาจจะมี ท้องฟ้า, เมฆ, ต้นไม้, บ้าน และสถานที่กลางแจ้ง

ในภาพอาจจะมี ท้องฟ้า, เมฆ, ต้นไม้, สถานที่กลางแจ้ง และธรรมชาติ

ຮູບພາບຈາກ: Una Studio – ຢູ່ນາສະຕູດິໂອ

ແບ່ງປັນ