1 ເຮົາສາມາດເປັນທັງຄົນ “ຄົນລວຍ” ແລະ “ຄົນດີ” ໄປພ້ອມກັນ
ບາງຄົນອາດມີທັດສະນະຄະຕິໃນທາງບໍ່ດີຕໍ່ຄວາມຮັ່ງມີ ເພາະຄິດວ່າຄວາມລວຍນັ້ນ ໄດ້ມາຈາກຄວາມກິເລດຕັນຫາ ຊຶ່ງຄວາມຄິດນີ້ມັນກໍມີສ່ວນຖືກຢູ່ໃນສ່ວນໜຶ່ງ ແຕ່ໃນໂລກນີ້ຍັງມີຄົນລວຍອີກຫຼາຍຄົນທີ່ເປັນຄົນດີຊ່ວຍເຫຼືອສັງຄົມແບບບໍ່ຫວັງຜົນຕອບແທນ ພຽງແຕ່ວ່າຄວາມຄິດຂອງຄົນຈໍານວນນັ້ນບາງເທື່ອມັນອາດບໍ່ຖືກກັບຈິດໃຈຂອງຄົນທີ່ຄິດຕ່າງນັ້ນແຫຼະ!
2 ສ້າງ “ເສັ້ນທາງ” ສູ່ຄວາມລວຍ ແທນ “ຄວາມຄິດ” ຢາກລວຍ
ຄວາມລວຍ ເປັນສິ່ງທີຄົນເຮົາຕ້ອງສ້າງມັນດ້ວຍຕົວເອງ ເຮົາອາດເຫັນຄົນທີລວຍຫຼາຍໆຄົນຢູ່ອ້ອມຮອບເຮົາ ບໍ່ເຫັນເລີຍວ່າມີໃຜລວຍຂຶ້ນມາແບບສະບາຍສະບາຍ ບໍ່ມີເລີຍ ເພາະທຸກສິ່ງນັ້ນຕ້ອງສ້າງດ້ວຍ “ການລົງມື” ບໍ່ໃຊ້ແຕ່ຄວາມຄິດຢ່າງດຽວ ຕ້ອງລົງມືເຮັດໄປພ້ອມຈຶ່ງຈະເຫັນຜົນ.
3 ຖ້າເຮົາບໍລິຫານເງິນໂຕເອງບໍ່ໄດ້ ເຮົາກໍບໍລິຫານຊີວິດຂອງເຮົາບໍໍໄດ້ຄືກັນ
ລອງສັງເກດເບິ່ງວ່າ ໃນການດໍາເນີນຊີວິດແຕ່ລະມື້ນັ້ນ ບໍ່ມີມື້ໃດເລີຍທີເຮົາຈະບໍ່ຈ່າຍເງິນ ດັ່ງນັ້ນ ການບໍຫານເງິນຂອງເຮົານັ້ນຕ້ອງໃຫ້ສອດຄ່ອງຄືກັບການບໍລິຫານຊີວິດນໍາອີກ.

4 ໃຫ້ຄວາມສົນໃຈກັບ “ຊັບສິນ” ບໍ່ແມ່ນ “ລາຍໄດ້”
ຄົນຈະລວຍ ຕ້ອງລວຍທີຊັບສິນ ໂດຍການສ້າງຊັບສິນທາງການເງິນເພື່ອສ້າງລາຍໄດ້ຈາກການລົງທຶນໃຫ້ໂຕເຮົາ ບໍ່ແມ່ນເອົາແຕ່ຫາລາຍໄດ້ຈາກບ່ອນເຮັດວຽກພຽງຢ່າງດຽວ ເພາະຖ້າວ່າມື້ໃດມື້ໜຶ່ງທ່ານເຮັດວຽກບໍ່ໄດ້ ກໍສະແດງວ່າທ່ານບໍ່ມີລາຍໄດ້ຫຍັງເລີຍ ດັ່ງນັ້ນ ຢ່າໃຫ້ຄວາມສໍາຄັນຜິດບ່ອນ.
5 ການປະຢັດເງິນຄື ຈຸດເລີ່ມຕົ້ນຂອງອິດສະລະພາບທາງການເງິນ
ຫຼາຍຄົນເຄີຍເວົ້າວ່າ ກ່ອນຈະເລີ່ມຕົ້ນປະຫຍັດເງິນ ມັນຍາກເຫຼືອເກີນ ແຕ່ສິ່ງເລີ່ມຕົ້ນທີ່ຍາກກວ່ານັ້ນຄື ທັດສະນະຄະຕິທີ່ມີຕໍ່ຄວາມສໍາເລັດຂອງຈໍາພວກຄົນລວຍ ດັ່ງນັ້ນຖ້າຫາກຢາກມີອິດສະລະພາບທາງການເງິນຕ້ອງຫາປັດໄຈທີ່ເຮັດໃຫ້ຜົນຕອບແທນຫຼາຍໆ ການທີເຮົາມີເງິນໃນງົບຫຼາຍມັນກໍຈະສາມາດເຮັດໃຫ້ວົງເງິນຂອງເຮົາເຕີບໃຫຍ່ຂຶ້ນຢ່າງວ່ອງໄວ.
