Breaking News

ເພາະຊີວິດບໍ່ມີຫຍັງແນ່ນອນ!!! ບົດຮຽນຈາກການເສຍຊີວິດຂອງ ແຊມ ສຸກພະຫວັດ ສີລະປິນຫຼາກຫຼາຍຄວາມສາມາດ ກັບຊີວິດຄູ່ທີ່ຍັງບໍ່ທັນເລີ່ມຕົ້ນ ແຜນແຕ່ງ 2021…

ແບ່ງປັນ

ເປັນ​ເລື່ອງ​ເສົ້າ​ອີກ​ເລື່ອງ​ໜຶ່ງ​ຂອງວົງ​ການ​ບັນ​ເທີ​ງ​ໄທ ກັບ​ການ​ຈາກ​ໄປ​ຂອງ ແຊມ ສຸກ​ພະ​ຫວັດ ນັກ​ຮ້ອງ​ເຈົ້າ​ຂອງ​ເພງ ນອນ​ນ້ອຍ ທີ່​ຫາ​ກໍ​ຂໍ​ແຟນ​ແຕ່ງດອງວາງ​ແຜນ​ໄວ້​ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່​ເສົ້າ​ໄປ​ກວ່າ​ນັ້ນ​ຄື​ຕົນ​ເອງ​ກຳ​ລັງ​ຈະ​ໄດ້​ສ້າງ​ຄອບ​ຄົວ ເພາະ​ຫາ​ກໍ​ຂໍ​ແຟນ​ສາວ​ແຕ່ງດອງ ແຕ່​ຕົນ​ຕ້ອງ​ມາ​ຈາກ​ໄປ​ກ່ອນ ແບບ​ກະ​ທັນ​ຫັນ ດ້ວຍ​ໄວ 40 ປີ ດ້ວຍອາການຫົວໃຈວາຍ

ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know)  ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ  Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ.

ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ  Bytedance ບໍລິສັດ Tech ທີ່ພັດທະນາ Platform ຕິກຕັອກໃນປະເທດໄທອີກດ້ວຍ.

ແຕ່ໜ້າເສຍດາຍທີ່ ພາຍຫຼັງເລີ່ມຕັ້ງຕົວໄດ້ ແລະມີຄົນຮັກ ກຳລັງຂໍແຟນແຕ່ງງານ ຢູ່ໃນລະຫວ່າງການລໍຖ້າງານວັນແຕ່ງ ມາໃຊ້ຊີວິດຄູ່ກັບສາວຄົນຮູ້ໃຈນ້ອງລູກໝີ ສິຣິພອນແຟນສາວນອກວົງການກໍ່ຕ້ອງມາເສຍຊີວິດເພາະໂລກຫົວໃຈວາຍ!!!!ຄວາມຮັກຂອງສອງຄົນຈິ່ງເຫຼືອໄວ້ພຽງຄວາມຄິດຮອດກັນ ແລະກັນຕະຫຼອດໄປ.

ແຟນ​ຄັບທັງໄທ-ລາວ, ຄອບ​ຄົວ​, ໝູ່​ເພື່ອນ ຄົນ​ຮັກ​ກໍ​ເສຍ​ໃຈ ແລະຮ່ວມອາໄລຢ່າງສຸດຊື້ງຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາອີກ

ແບ່ງປັນ