Breaking News

ຂ່າວດີ!! ໄຟຟ້າລາວປັບໂຄງສ້າງລາຄາໄຟຟ້າໃໝ່ ພ້ອມທັງກະກຽມໄລ່ສົ່ງເງິນຄືນແກ່ຜູ້ທີ່ຈ່າຍໄປແລ້ວໃນເດືອນທີ່ຜ່ານມາ…

ແບ່ງປັນ

ໃນໄລຍະການລະບາດໂຄວິດ-19 ທີ່ຜ່ານມາ ປະເທດເຮົາໄດ້ມີການ Lock down ຊົ່ວຄາວ ເພື່ອຄວບຄຸມການລະບາດພະຍາດດັ່ງກ່າວ ເຮັດໃຫ້ຫຼາຍໆອົງກອນທີ່ມີສ່ວນຮ່ວມກັບສັງຄົມອອກມາປະກາດໃຫ້ຄວາມຊ່ວຍເຫຼືອປະຊາຊົນ ລວມໄປເຖິງບໍລິສັດຍັກໃຫຍ່ຄື ລັດວິສາຫະກິດໄຟຟ້າລາວ ທີ່ອອກມາແຈ້ງການວ່າ ຈະມີການປັບລາຄາຊົມໃຊ້ໄຟຟ້າລົງ ເພື່ອບັນເທົາຄວາມເດືອດຮ້ອນຊ່ວຍປະຊາຊົນລາວ ແຕ່ຜົນມັນບໍ່ໄດ້ອອກມາເປັນຢ່າງທີ່ຄິດ ເພາະປະຊາຊົນອອກມາາປະທ້ວງເປັນຈໍານວນຫຼວງຫຼາຍວ່າ ຄ່າຊົມໃຊ້ໄຟຟ້ານັ້ນແມ່ນສູງຫຼາຍ ສູງກວ່າທຸກເດືອນທີ່ຜ່ານມາອີກ ເຊິ່ງມັນບໍ່ກົງກັບແຈ້ງການຂອງ ໄຟຟ້າລາວ ທີ່ວ່າຈະປັບລາຄາລົງ… ຈົນເຮັດໃຫ້ເກີດມີຄວາມບໍ່ເຂົ້າໃຈກັນໄປໄລຍະໜຶ່ງ

ผลิตเสาส่งไฟฟ้าแรงสูง และสถานีไฟฟ้าย่อย – UWC

ແຕ່ຫຼ້າສຸດທາງລັດວິສາຫະກິດໄຟຟ້າລາວກໍໄດ້ມີການປ່ຽນຜູ້ອໍານວຍການຄົນໃໝ່ ແລະ ໄດ້ອອກນະໂຍບາຍໃໝ່ ໃນຊ່ວງໄລຍະການແຜ່ລະບາດພະຍາດ ໂຄວິດ-19 ເດືອນ (4-5-6) ຂອງປີ 2020 ໂດຍໄດ້ແບ່ງອອກເປັນ 3 ກຸ່ມດັ່ງນີ້:

  1. ກຸ່ມທີ່ໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງຕໍ່ເດືອນ ແມ່ນໃຫ້ຄູນ 355 ກີບ/ກິໂລວັດໂມງ ຖືເປັນລາຄາໄຟຟ້າຂອງເດືອນ
  2. ກຸ່ມຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ ແມ່ນໃຫ້ຄູນ 355 ກີບ/ກິໂລວັດໂມງ ສໍາລັບ 150 ກິໂລວັດໂມງທໍາອິດ ແລະ ສ່ວນທີ່ເຫຼືອໃຫ້ຄູນໃສ່ 710 ກີບ/ກິໂລວັດໂມງ ເປັນລາຄາໄຟຟ້າພາຍໃນເດືອນ
  3. ກຸ່ມຜູ້ຊົມໃຊ້ໄຟຟ້າແຕ່ 462 ກິໂລວັດໂມງເປັນຕົ້ນໄປ ແມ່ນໃຫ້ຄູນໃສ່ລາຄາດຽວກັນຄື 710 ກີບ/ກິໂລວັດໂມງ ຖືເປັນລາຄາໄຟຟ້າພາຍໃນເດືອນນັ້ນ

ປັດຈຸບັນ ລາຄາໄຟຟ້າສໍາລັບ 3 ເດືອນ (4-5-6) ແມ່ນໄດ້ຄິດໄລ່ເງິນ ແລະ ແຈກຢາຍບິນອອກໃຫ້ປະຊາຊົນໝົດແລ້ວ. ດັ່ງນັ້ນ ທາງລັດວິສາຫະກິດໄຟຟ້າລາວ ຈະມີການໄລ່ລຽງຄືນໃຫ້ປະຊາຊົນທີ່ໄດ້ຈ່າຍເງິນໄປແລ້ວ ຫຼືສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍໄປແລ້ວກ່ອນໜ້ານີ້ ໃນບິນຂອງເດືອນ (7-8-9) ຂອງປີ 2020.

ลาวกำลังจะมีเขื่อนผลิตไฟฟ้าเกือบ 90 เขื่อน
ແບ່ງປັນ