Breaking News

ສຽງຈາກຄູອາສາ!! ເຮັດວຽກມາ 7ປີ ບໍ່ມີວີ່ແວວໄດ້ລັດຖະກອນ ຕ້ອງຈໍາໃຈລາອອກທັ້ງນໍ້າຕາ ພ້ອມຝາກຂໍ້ຄວາມສຸດທ້າຍກ່ອນໄປ “ຄູບ້ານນອກ ໄຟຟ້າ-ສັນຍານໂທລະສັບບໍ່ມີ ເສັ້ນທາງລົດບໍ່ມີ-ທຽວທາງນ້ຳເພື່ອໄປສອນ”

ແບ່ງປັນ

ຜ່ານມາແອັດມິນເຄີຍນໍາສະເໜີໄປແລ້ວກ່ຽວກັບປະເດັນຄູອາສາຜູ້ເຮັດວຽກດ້ວຍໃຈເພື່ອລໍຖ້າການໄດ້ເຂົ້າລັດຖະກອນ ມີລາຍຮັບເປັນເງິນເດືອນຈາກລັດເພື່ອລ້ຽງຊີບ, ແຕ່ບໍ່ແມ່ນທຸກຄົນທີ່ຈະປະສົບຜົນສໍາເລັດໃນຄວາມຫວັງດັ່ງກ່າວ ດັ່ງຄູໜຸ່ມຄົນນີ້ຜູ້ເຮັດວຽກສິດສອນນັກຮຽນມາແລ້ວເປັນເວລາ 7ປີ ແຕ່ຍັງໄຮ້ວີ່ແວວການໄດ້ເຂົ້າລັດ ເຮັດໃຫ້ຕ້ອງຕັດສິນໃຈລາອອກທັງນໍ້າຕາ.

ສົມນິດ ທິບພະວົງ ໜຶ່ງໃນຄູອາສາສະໝັກໄດ້ເຜີຍຂໍ້ຄວາມເປີດໃຈຜ່ານສື່ອອນລາຍ ລະບາຍຄວາມຮູ້ຕະຫຼອດ 7ປີທີ່ເຮັດວຽກດ້ວຍໃຈວ່າ: ຂໍໂທດລ່ວງຫນ້າເດີພີ່ນ້ອງ ຂ້ອຍຊື່ ທ ສົມນິດ ທິບພະວົງ ອາຍຸ31ປີ ເປັນຄູສອນຢູໂຮງຮຽນ ມ.ຕບ້ານວັງບົງ, ກຸ້ມວັງບົງເມືອງວຽງຄຳ, ແຂວງຫລວງພະບາງ ຂ້ອຍຂໍເລົ່າປະຫວັດໃຫ້ພີ່ນ້ອງຮູ້ແດ່ວ່າເລີ່ມແຕ່ສົກຮຽນ2013ເປັນຕົນມາຕົນເອງໄດ້ເຂົ້າເປັນຄູອາສາສະໝັກຈົນຮອດປີ2020 ລວມເວລາໄດ້ 7ປີແລ້ວແຕ່ກໍ່ຍັງບໍທັນໄດ້ໂຕເລກລັດຖະກອນເທືອ.

ປີນີ້ຍິ່ງຊໍ້າຮ້າຍບໍ່ມີຮອດລາຍຊື່ທີ່ຈະເຂົ້າສອບເສັງເພາະເພິ່ນເລືອກບໍ່ແມ່ນສາຍຮຽນ, ເພິ່ນເລືອກສາຍຄະນິດສາດແຕ່ເຮົາພັດຮຽນສາຍພາສາລາວ-ວັນນະຄະດີ, ແຕ່ທັງນີ້ທັງນັ້ນ ກໍ່ຄວນຄຳນຶງເຖິງບັນດານະໂຍບາຍນໍາ, ຄູສອນຢູ່ບ້ານນອກໄຟຟ້າກໍ່ບໍ່ມີ, ສັນຍານໂທລະສັບກໍ່ບໍ່ມີ, ເສັ້ນທາງລົດກໍ່ບໍ່ມີ, ອາໄສທຽວທາງນ້ຳກໍ່ທຸລະກັນດານ, ເຖິງຂະໜາດນີ້ ພາກສ່ວນກ່ຽວຂ້ອງກໍ່ຍັງບໍ່ເຫັນຄວາມຈຳເປັນເລີຍ.

Cr: Una Studio
ແບ່ງປັນ