Breaking News

ຄິດກ່ອນຈ່າຍ!! ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ? ໃຫ້ເປັນປະໂຫຍດທີ່ສຸດ…

ແບ່ງປັນ
5 Tips For Handling Salary Requirements | Salary requirements ...

ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ.

ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ.

ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ.

ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ.

ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.

ແບ່ງປັນ