Breaking News

ໂລກແຕກຈະເກີດຂຶ້ນແທ້ບໍ? ມາເບິ່ງ 5 ສິ່ງທີ່ຈະເຮັດໃຫ້ໂລກໄປເຖິງຈຸດຈົບໄດ້…

ແບ່ງປັນ

“ໂລກໃກ້ຈະແຕກແລ້ວ” ຄໍານີ້ພວກເຮົາໄດ້ຍິນຈົນຄຸ້ນຫູ ແລະ ຫຼາຍຄົນກໍບໍ່ໄດ້ສົນໃຈຫຍັງ ແຕ່ກໍຍັງມີຂ່າວຄາວອອກມາໃຫ້ເຫັນເປັນປະຈໍາວ່າ ໝໍດູຫູຕາທິບ ອອກມາທໍານາຍທາຍທັກວ່າຈະເກີດຂຶ້ນໃນປີນັ້ນປີນີ້ ແຕ່ຫຼາຍກໍຜ່ານໄປແລ້ວຍັງບໍ່ມີຫຍັງເກີດຂຶ້ນ!! ແລ້ວໂລກແຕກ ມັນຈະເກີດຂຶ້ນແທ້ບໍ່? ແລ້ວໂລກແຕກ ມັນເປັນແນວໃດ? ນີ້ຄືຄໍາຖາມທີ່ຫຼາຍຄົນສົນໃຈ ມື້ນີ້ ຂວັນໃຈ ຈະມານໍາສະເໜີໃຫ້ຮູ້ເຖິງສາເຫດ ຫຼືເຫດຜົນທີ່ຈະນໍາພາໃຫ້ໂລກເຮົາໄປເຖິງຈຸດຈົບໄດ້…

ພາວະໂລກຮ້ອນ: ພາວະໂລກຮ້ອນເກີດຂຶ້ນຈາກການປ່ຽນແປງສະພາບອາກາດເປັນໄພຮຸກຮານທີ່ເປັນຕາຢ້ານທີ່ສຸດ ນັກວິທະຍາສາດໄດ້ກ່າວໄວ້ວ່າ ສະພາບອາກາດຂອງໂລກມີຄວາມຮຸນແຮງຫຼາຍຂຶ້ນ ຈົນເຮັດໃຫ້ລະບົບນິເວດເສື່ອມສະຫຼາຍ ແລະ ສຸດທ້າຍໂລກຈະກາຍເປັນທະເລຊາຍທີ່ແຫ້ງແລ້ງແລະ ບໍ່ເອື້ອອໍານວຍຕໍ່ການດໍາລົງຊີວິດອີກຕໍ່ໄປ.

ภาวะโลกร้อน – 5/7

ອຸກະບາດຕໍາໂລກ: ນັກວິທະຍາສາດ ແລະ ນັກດາລາສາດ ຕ່າງກໍພາກັນສະແດງຄວາມຄິດເຫັນວ່າ ສິ່ງທີ່ມີຊີວິດໃນໂລກຂອງເຮົາຕົກຢູ່ໃນຄວາມສ່ຽງຕໍ່ການສູນພັນໄປທຸກເວລາ ດັ່ງທີ່ຮູ້ກັນດີວ່າ ໜ່ວຍໂລກ ເລີຍຖືກອຸກະບາດຕໍາມາແລ້ວຈົນເປັນເຫດເຮັດໃຫ້ ໄດໂນເສົາ ສູນພັນ.

ทบทวนความจำ “มหาภัยจากอุกกาบาตรตกในรัสเซีย เมื่อ๑๕ กุมภาพันธ์ ๒๕๕๖ ...

ເຊື້ອພະຍາດລະບາດ: ນັກວິທະຍາສາດກ່າວໄວ້ວ່າ ເຊື່ອພະຍາດສາຍພັນໃໝ່ໆເກີດຂຶ້ນທຖກໆປີ ໂດຍສະເພາະໂຣກ ຊາຣ ແລະ ໄຂ້ຫວັດສັດປີກທີ່ແຜ່ລະບາດໄປທົ່ວໂລກ ແລະ ຫຼ້າສຸດກໍມີເຊື້ອພະຍາດ ອີໂບລ່າ ທີ່ເຮັດໃຫ້ຄົນໃນ ທະວີບ ອາຟຣິກາເສຍຊີວິດເປັນຈໍານວນຫຼວງຫຼາຍ ນັກວິທະຍາສາດຍັງກ່າວຕຶ່ມອີກວ່າ ຍິ່ງວິທະຍາສາດທາງການແພດ ຂອງສາທາລະນະສຸກ ກ້າວໜ້າໄວເທົ່າໃດ ເຊື້ອພະຍາດຮ້າຍແຮງຕ່າງໆ ກໍຍິ່ງມີວິວັດພັດທະນາການຂຶ້ນເລື້ອຍໆ ປຽບດັ່ງວ່າພວກມັນພະຍາຍາມເອົາຊະນະມະນຸດໃຫ້ໄດ້ ຄືດ່ັງປັດຈຸບັນ ທີ່ມະນຸດຍັງບໍ່ສາມາດເອົາຊະນະເຊື້ອພະຍາດ ໂຄໂຣນ່າ ໄວຣັສ ຫຼືໂຄວິດ-19 ໄດ້ ເຊິ່ງທຸກມື້ຈະມີຜູ້ຄົນທົ່ວໂລກລົ້ມຕາຍເປັນແສນໆຄົນ.

จุดสิ้นสุดของ 5 โรคระบาดร้ายแรงในประวัติศาสตร์โลก

ສົງຄາມນິວເຄຣຍ: ດັ່ງທີ່ຫຼາຍຄົນເຊື່ອວ່າຖ ຖ້າເກີດສົງຄາກໂລກຄັ້ງທີ III ຈະມີຄວາມຮຸນແຮງກວ່າສົງຄາມໂລກຄັ້ງທີ່ຜ່ານໆມາໂດຍບໍ່ສາມາດນໍາໄປປຽບທຽບກັນໄດ້ ເພາະບັນດາປະເທດມະຫາອໍານາດຈະລະດົມຍິງນິວເຄຣຍໃສ່ກັນ ເຊິ່ງຈະເຮັດໃຫ້ໂລກພັງພິນາດດ້ວຍນິວເຄຣຍ ແລະ ເຕັມໄປດ້ວຍກໍາມັນຕະພາບລັງສີ ຈົນເຮັດໃຫ້ສິ່ງມີຊີວີດທຸກຊະນິດ ບໍ່ສາມາດອາໃສຢູ່ເທີງໂລກໜ່ວຍນີ້ໄດ້ອີກຕໍ່ໄປ.

สัญญาณสงครามโลกครั้งที่ 3 ดังถี่ขึ้น!

ປະຊາກອນລົ້ນໂລກ: ຄວາມຢ້ານວ່າມະນຸດຈະລົ້ນໂລກເກີດຂຶ້ນຕັ້ງແຕ່ສະຕະວັດທີ XVIII ໂດຍນັກວິຊາການໄດ້ກ່າວໄວ້ວ່າ ຈໍານວນປະຊາກອນທີ່ຫຼາຍເກີນໄປຈະເຮັດໃຫ້ເກີດຄວາມອຶດຫິວ ແລະ ບັນຫາບໍ່ມີທີ່ຢູ່ອາໄສ, ບໍ່ມີບ່ອນເຮັດກິນ ນັກອະນຸລັກບາງຄົນລະບຸວ່າ ການເຕີບໃຫ້ຂອງຈໍານວນປະຊາກອນເປັນໄພຂົ່ມຂູ່ ແລະ ອີກພາຍໃນ 50 ປີຕໍ່ໜ້າ ມະນຸດຈະພົບກັບບັນຫາດັ່ງກ່າວຢ່າງຫຼີກລ່ຽງບໍ່ໄດ້.

UN เผยอีก 30 ปีโลกจะมีประชากรแตะ 9,700 ล้านคน

ຮຽບຮຽງໂດຍ: Kuanjai Magazine

ແບ່ງປັນ