Breaking News

ບໍ່ທໍາມະດາ!! ເພງ “ຢາກເປັນລູກເຂີຍ” ຮິດທົ່ວລາວ ດັງທົ່ວໄທ ແລະ ດັງໄກເຖິງເກົາຫລີ…

ແບ່ງປັນ

ຖືວ່າປະສົບຄວາມສໍາເລັດຫຼາຍສໍາລັບເພງສຸດຮິດຄື ຢາກເປັນລູກເຂີຍ ຂອງ ໂສພະນາ ທີເຈມ ແລະ ບິກໃຫຍ່ ຫຼືແບກຶ ທີ່ປ່ອຍອອກມາບໍ່ເທົ່າໃດມື້ຍອດວິວກໍພຸ່ງຂຶ້ນສູງເປັນປະຫວັດສາດຂອງເພງລາວທີ່ມີຍອດວິວສູງສຸດໃນ YouTube ຈົນເຮັດໃຫ້ບັນດາຄົນດັງທັງໃນລາວ ແລະຕ່າງປະເທດນໍາໄປ Cover ເປັນຈໍານວນຫຼວງຫຼາຍ ລວມທັງໃນ App TikTok ກໍມີຍອດເຂົ້າຊົມສູງພໍສົມຄວນ… ແລະ ປັດຈຸບັນຍອດວິວເພງນີ້ກໍສູງເຖິງ 34 ລ້ານວິວເປັນທີ່ຮຽບຮ້ອຍພາຍໃນ 1 ເດືອນ!!!

ເຮັດໃຫ້ເຫຼົ່ານັກ Reaction ເທິງ YouTube ຫຼາຍຄົນອອກມາໃຫ້ຄໍາຄິດເຫັນກ່ຽວກັບເພງນີ້ເປັນຈໍານວນຫຼວງຫຼາຍໃນປະເທດໄທ ເຊິ່ງພວກເຂົາຈະມີຄໍາເຫັນວ່າແນວໃດແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ…

ນອກຈາກເພງ ຢາກເປັນລູກເຂີຍ ຈະດັງໃນລາວ ແລະ ໄທແລ້ວ ເພງນີ້ຍັງຮິດ ແລະ ດັງໄກເຖິງເກົາຫລີອີກດ້ວຍ…. ວ້າວໆໆໆ ສຸດຍອດໄປເລີຍຈ່າ!!!

ຮຽບຮຽງ: Kuanjai Magazine

ແບ່ງປັນ