Breaking News

ສຸດເສົ້າ!! ແຕ້ວ ນັດຖະພອນ “ເຈົ້າແມ່ນາຄີ” ໂພສອໍາລາ ພໍ່ ເປັນຄັ້ງສຸດທ້າຍຫຼັງສູນເສຍພໍ່ໄປ…

ແບ່ງປັນ

ເປັນເລື່ອງທີ່ທໍາໃຈຍາກຫຼາຍສໍາລັບການສູນເສຍຄັ້ງຍິ່ງໃຫຍ່ຂອງນາງເອກສາວ ແຕ້ວ ນັດຖະພອນ ນາງເອກຊື່ດັງຈາກປະເທດໄທ ຫຼືທີ່ຄົນລາວຮູ້ຈັກກັນດີໃນນາມ ເຈົ້າແມ່ນາຄີ ຫຼັງພໍ່ ພົນອາກາດຕີ ນະຣົງ ເຕມີຣັກ ໄດ້ຈາກໄປໃນເວລາ 15:00 ຂອງມື້ວານວັນທີ 1 ກໍລະກົດ 2020. ເຊິ່ງກ່ອນໜ້ານີ້ພໍ່ຂອງ ສາວແຕ້ວ ແມ່ນເກີດອຸບັດຕິເຫດທາງລົດໃນຊ່ວງເດືອນມີຖຸນາທີ່ຜ່ານມາ ຈົນຕ້ອງໄດ້ເຂົ້າຜ່າຕັດຫຼາຍຄັ້ງ ຈົນມາຮອດມື້ວານນີ້ ແຕ້ວ ໄດ້ປະກາດຂໍຮັບບໍລິຈາກເລືອດເພື່ອຊ່ວຍຊີວິດພໍ່ ແຕ່ກໍບໍ່ສາມາດດຶງໄວ້ໄດ້…


ແລະຫຼ້າສຸດໃນຄໍ່າຄືນທີ່ຜ່ານມາ ສາວແຕ້ວ ໄດ້ໂພສຮູບພ້ອມຂໍ້ຄວາມສຸດຊຶ້ງ ໃນຂະນະຈັບມືພໍ່ໄວ້ພ້ອມຂໍ້ຄວາມບອກລາວວ່າ “🤍Good Night” ໂດຍມີໝູ່ເພື່ອນໃນວົງການບັນເທີງມາຮ່ວມສະແດງຄວາມເສຍໃຈນໍາເປັນຈໍານວນຫຼວງຫຼາຍ ລວມເຖິງອະດີດຄົນຮັກຄື ຕົ້ນ ກໍໄດ້ສົ່ງຮູບຫົວໃຈສີດໍາຮ່ວມໄວ້ອາໄລນໍາ!!!

ແນວໃດແຟນຄຣັບຊາວລາວກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງບຸກຄົນອັນເປັນທີ່ຮັກຂອງສາວແຕ້ວນໍາ ແລະ ຂໍເປັນກໍາລັງໃຫ້ສາວແຕ້ວສູ້ໆເດີ້!!!


ส่องสไตล์การแต่งตัวเจ้าแม่นาคี ใน "นาคี 2" - Hair World Plus
มิตรภาพไม่มีแบ่งช่อง! อั้ม-นุ่น-ไมค์ นำทีมคนบันเทิงทั้งวงการแห่ ...

ຮູບພາບຈາກ: Taewaew Natapohn

ແບ່ງປັນ