Breaking News

ຊ່ອງທາງການຫາລາຍໄດ້ເສີມ ປີ 2020

ແບ່ງປັນ

ຊ່ອງທາງຫາລາຍໄດ້ເສີມ (ອາຊີບເສີມ ທີ່ຄວນເຮັດໃນປີ 2020) ເຮັດກ່ອນລວຍກ່ອນ ບໍ່ຕ້ອງລໍຖ້າ!!!!!

ລວມວິທີຫາລາຍໄດ້ເສີມໃນປີ 2020 ອັບເດດ ອາຊີບເສີມທີ່ເຮັດໄດ້ຢູ່ເຮືອນ ຫຼື ເວລາວ່າງ ຫຼືຫຼັງເລິກວຽກ ໃນສະຖານະການເສດຖະກິດບໍ່ດີແບບນີ້ ຄວນມີລາຍໄດ້ໄວ້ຫຼາຍທາງອຸ່ນໃຈໄວ້ດີກວ່າ.

ສະໃໝນີ້ ໃຜໆກໍຕ້ອງຊອກຫາອາຊີບເສີມເພື່ອຫາລາຍໄດ້ເພີ່ມ ຫຼາຍກວ່າການມີວຽກປະຈຳ ພຽງວຽກດຽວ, ເພາະຫຼັງເລິກຈາກວຽກປະຈຳແລ້ວ ມີເວລາວ່າງວັນເສົາ-ອາທິດ ຫຼາຍຄົນກໍຕ້ອງມີແຮງເຫຼືອຢູ່ ລອງມາຫາລາຍໄດ້ພິເສດ ເພື່ອມາຊື້ສິ່ງຂອງທີ່ຢາກໄດ້ ມື້ນີ້, ຂວັນໃຈ ເຊີນຊວນສາວໆ ມາອັບເດດຊ່ອງທາງການຫາລາຍໄດ້ເສີມທີ່ເລີ່ມຕົ້ນໄດ້ບໍ່ຢາກ.

ຂາຍເຄື່ອງອອນໄລ໌: ຍັງເປັນຊ່ອງທາງຫາລາຍໄດ້ເສີມທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ສຳລັບການເປີດຮ້ານຄ້າອອນໄລ໌ ທັງໃນ Facebook, Shopee, Lazada, Instagram ເພາະວ່າໃຊ້ທຶນນ້ອຍກວ່າການເປີດໜ້າຮ້ານ, ໄດ້ທຶນ ແລະ ກຳໄລແບບບໍ່ຕ້ອງລໍຖ້າດົນ ໃຜທີ່ກຳລັງຄິດຈະເຮັດທຸລະກິດອອນໄລ ກໍເລີ່ມເລີຍ ລອງເລືອກສິ່ງຂອງທີ່ເຮົາມັກ ແລະ ໃຊ້ເລື້ອຍໆ ເຊັ່ຍ: ເຄື່ອງກິີ້ບຊ໋ອບ, ເຄື່ອງປະດັບ, ເຄື່ອງສຳອາງ, ເສື້ອຜ້າແຟຊັນ…

ນັກຂຽນອິດສະຫຼະ: ອີກໜຶ່ງຊ່ອງທາງຫາລາຍໄດ້ເສີມຂອງສາວໆ ໃນຍຸກນີ້ກໍຄືການເປັນນັກຂຽນອິດສະຫຼະ ເປັນອາຊີບເສີມທີ່ເຮັດຢູ່ເຮືອນໄດ້ ໃຜກໍສາມາດມີທັກສະການຂຽນຢູ່ກັບຕົວເອງໄດ້ ຢາກເຜີຍແຜ່ ໄອເດຍຂອງຕົນເອງອອກມາ ດຽວນີ້ມີຫຼາາຍໆເວັບໄຊເປີດຮັບນັກຂຽນອິດສະຫຼະ ລອງເລືອກແນວທາງການຂຽນທີ່ມັກເຊັ່ນ: ໄລສະຕາຍ, ຄວາມສວຍຄວາມງາມ, ອາຫານ, ເສດຖະກິດ ບອກເລີຍວ່າລາຍໄດ້ດີ…

Graphic Designer: ອີກໜຶ່ງລາຍໄດ້ເສີມທີ່ຄົນມີຄວາມສາມາດດ້ານການແຕ້ມ, ອອກແບບ ຫຼື ການໃຊ້ໂປຣແກຣມຕະກຸນ Adobe ຕ້ອງຮີບຄວ້າເອົາໄວ ດຽວນີ້ວຽກງານກາບຟິກດີໄຊ ນັ້ນບໍ່ໄດ້ຢູ່ພຽງໃນໜັງສື ຫຼື ສື່ອ໋ອບໄລເທົ່ານັ້ນ ແຕ່ຍັງລວມໄປເຖິງສື່ອອນໄລ໌ອີກຫຼາກຫຼາຍ ນີ້ຄືໂອກາດທອງຂອງຟຣີແລນ ກາບຟິກ

Staff Event : ສ່ວນຫຼາຍຄົນເຮົາມັກຈະເຮັດວຽກປະຈຳ ວັນຈັນ-ສຸກ ແມ່ນບໍ່ ສຳລັບໃຜທີ່ຍັງພໍມີແຮງເຫຼືອ ວັນເສົາ ແລະ ວັນອາທິດ ວຽກສະຕາບ ໃນອີເວັ້ນ ຕາມຫ້າງກໍມີເລື້ອຍໆ ໜ້າທີ່ສ່ວນຫຼາຍກໍຄືຮັບລູກຄ້າ ໃຫ້ຂໍ້ມູນຜູ້ເຂົ້າຮ່ວມງານ ເຊິ່ງລາຍໄດ້ມື້ລະບໍ່ຕໍ່າກວ່າ 100,000 ກີບ

ແອດມິນເພສ, ໂຊຊຽວມີເດຍ: ສະໃໝນີ້ ຄືຄອນເທັນອອນໄລຢູ່ຫຼາຍບ່ອນ ບໍ່ວ່າຈະເປັນແບຣນໃດໆ ກໍຢາກຈະເປີດຊ່ອງທາງອອນໄລຂອງຕົວເອງ ເພື່ອໃຫ້ໃກ້ຊິດກັບລູກຄ້າໄດ້ຫຼາຍຂຶ້ນ ອີກໜຶ່ງຊ່ອງທາງຫາລາຍໄດ້ເສີມຂອງຄົນຍຸກນີ້ກໍຄືການຮັບເບິ່ງເພສເຟສບຸກ ແລະ ການຮັບຕອບແຊັດລູກຄ້າ ໃຜຮູ້ຕົວວ່າພໍມີທັກສະເລື່ອງການໃຊ້ສື່ໂຊຊຽວ ຫຼື ມີເວລາຕອບແຊັດ ນີ້ກໍເປັນອີກໜຶ່ງລາຍໄດ້ເສີມທີ່ນ່າສົນໃຈ.

ຂັບລົດຮັບ-ສົ່ງ: ເປັນອີກໜຶ່ງຊ່ອງທາງຫາລາຍໄດ້ເສີມທີ່ບາງຄົນຈົນເອົາມາເປັນລາຍໄດ້ຫຼັກແລ້ວ. ຂັບລົດຮັບ-ສົ່ງ ນັ້ນມີໃຫ້ເຮົາເລືອກຫຼາຍແບບບໍ່ວ່າຈະເປັນ ສົ່ງພັດສະດຸ ສິ່ງຂອງ, ສົ່ງເຄື່ອງອອນໄລ, ​ສົ່ງອາຫານ ແລະ ສົ່ງຄົນ… ໃຜທີ່ສະດວກໃຫ້ບໍລິການແບບໃດກໍລອງໄດ້ເລີຍ ຂໍພຽງມີລົດເປັນຂອງຕົນເອງ ແລະ ມີເງື່ອນໄຂທີ່ບໍລິສັດຂົນສົ່ງກຳນົດກໍສາມາດຫາລາຍໄດ້ເສີມທາງນີ້ໄດ້ແລ້ວ ຫຼື ຈະເຮັດເປັນງານພິເສດຫຼັງເລິກວຽກກໍໄດ້.

ຂາຍຮູບໃນເວັບ Stock: ຊ່ອງທາງຫາລາຍໄດ້ເສີມທີ່ຫຼາຍຄົນອາດຍັງບໍ່ຮູ້ ຫຼາຍຄົນທີ່ເປັນຊ່າງພາບຢູ່ແລ້ວ ອາດຈະເຄີຍລົງຂາຍຮູບພາບຂອງຕົນເອງຕາມເວັບ Shutterstock, Getty Images ແຕ່ບອກເລີຍວ່າບໍ່ຕ້ອງເປັນຊ່າງພາບມືອາຊີບ ກໍພໍທີ່ຈະເຮັດອາຊີບນີ້ໄດ້ຄືກັນ ພຽງແຕ່ພາບທີ່ຖ່າຍມານັ້ນ ສາມາດນຳໄປໃຊ້ເປັນປະໂຫຍດໄດ້ ກໍຄືມີຄວາມຊັດເຈນ ເບິ່ງອອກວ່າແມ່ນຫຍັງ ຫຼື ສາມາດນຳໄປແກ້ໄຂຕໍ່ໄດ້.

ບ໋ອກເກີ (Blogger): ອີກໜຶ່ງວິທີຫາລາຍໄດ້ເສີມ ທີ່ອາດຈະຕ້ອງອາໄສ ແພດຊັນ ແລະ ຄວາມຄຣີເອທິບ ແດ່ ເພາະດຽວນີ້ໃຜໆ ກໍເປັນບ່ອກເກີ້ໄດ້ທັງນັ້ນ ຖ້າສາວໆ ຄິດວ່າຕົນເອງມີຄວາມ ຄຣີເອທິບຫຼາຍພໍ ລອງເປີດຊ່ອງທາງອອນໄລໃຫ້ຕົວເອງໄດ້ລົງຄອນເທຣນທີ່ຢາກລົງ ກໍເປັນການເລີ່ມຕົ້ນທີ່ດີ ສຳລັບອາຊີບບ໋ອກເກີ້ ທີ່ລາຍໄດ້ດີ

ຊ່າງແຕ່ງໜ້າ, ເຮັດຜົມ: ບອກເລີຍວ່າ ເປັນຜູ້ຍິງແລ້ວຕ້ອງໃຊ້ສະກິວ ທີ່ສະສົມມາຢ່າງມີປະໂຫຍດ ອີກໜຶ່ງຊ່ອງທາງຫາລາຍໄດ້ເສີມທີ່ນ່າສົນໃຈນັ້ນກໍຄືການເປັນຊ່າງແຕ່ງໜ້າ ແລະ ຊ່າງເຮັດຜົມ ລາຍໄດ້ດີເລີ່ມຕົ້ນຈາກການຊື້ອຸປະກອນ ແລະ ເຝິກໄປເລື້ອຍໆ ຈາກໜ້າ ແລະ ຜົມຕົນເອງກ່ອນ ແລະ ຄົນໃກ້ຊິດ ໝູ່ເພື່ອນແລະ ບໍ່ດົນກໍສາມາດຊໍານານ ແລະ ນຳໄປການຫາລາຍໄດ້ເສີມໄດ້ແນ່ນອນ.

ຕັດຕໍ່: ດຽວນີ້ມີ YouTuber ເກີດຂຶ້ນຫຼາຍ ອີກໜຶ່ງຊ່ອງທາງໃນການຫາລາຍໄດ້ເສີມຂອງຫຼາຍໆຄົນ ກໍຄືການຮັບຕັດຕໍ່ວີດີໂອໃຫ້ກັບ YouTuber ລາຍໄດ້ດີພໍສົມຄວນ ແຕ່ກໍຂຶ້ນກັບປະສົບການ ແລະ ຝີມືການຕັດຕໍ່ຂອງເຮົາເອງອີກ.

ສອນພິເສດ (Tutor): ຊ່ອງທາງການຫາລາຍໄດ້ພິເສດຊ່ອງທາງສຸດທ້າຍທີ່ຍັງເປັນທີ່ນິຍົມສະເໝີກໍຄື ການເປັນຕິວເຕີ້ ແລະ ໂດຍສະເພາະໃນຍຸກນີ້ບອກເລີຍວ່າ ໃຜທີ່ມີທັກສະທາງຫຼາຍພາສາໄດ້ຈະໄດ້ປຽບ ເພາະການເປັນຕິວເຕີ້ ແບບຮຽນຕົວຕໍ່ຕົວນັ້ນ ນັ້ນເປັນທີ່ນິຍົມ.

ແບ່ງປັນ