ສົມກັບເຄີຍຮັບບົດ “ເຮີໄມໂອນີ ເກຣນເຈິ່” ແທ້ໆ ສໍາລັບ ເອມມ່າ ວັດສັນ ນັກສະແດງຊື່ດັງຈາກຮູບເງົາເລື່ອງ Harry Poter ທີ່ຕອນນີ້ກາຍເປັນຜູ້ໃຫຍ່ເຕັມຕົວດ້ວຍໄວ 30 ປີ ແລະ ຫາກໍກ້າວຂຶ້ນມາເປັນຜູ້ບໍລິຫານຂອງບໍລິສັດລະດັບໂລກຄື Kering…

ເອມມ່າ ວັດສັນ ນັກສະແດງສາວໄວ 30 ປີ ທີ່ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີໃນໂລກ Fashions ແລະ ເຂົ້າສູ່ວົງການຂອງນັກເຄື່ອນໄຫວ ທີ່ຮຽກຮ້ອງຄວາມເປັນທໍາໃຫ້ກັບສັງຄົມ ລວມໄປເຖິງກຸ່ມທີ່ສະໜັບສະໜູນພະລັງແມ່ຍິງ ຈາກຄວາມສາມາດ ແລະ ໜ້າທີ່ຕ່າງໆຂອນາງ ສົ່ງຜົນໃຫ້ບໍລິສັດຊື່ດັງຈາກ ຝຣັ່ງ ຄື Kering ທີ່ເປັນເຈົ້າຂອງ Brand name ລະດັບໂລກຫຼາກຫຼາຍທັງ Gucci, Saint, Laurent, Balencuaga ແລະ Alexander McQueen ດຶງຕົວມາເຮັດວຽກນໍາ.
ເອມມ່າ ວັດສັນ ຖືວ່າເປັນຄົນດັງຄົນໜຶ່ງທີ່ສະໜັບສະໜູນ Fashion ເສື້ອຜ້າທີ່ຜ່ານຂະບວນການຜະລິດໂດຍສົ່ງຜົນກະທົບຕໍ່ໂລກໜ້ອຍທີ່ສຸດ ແລະ ນາງຍັງສະໜັບສະໜູນ Application ເຊັ່ນ Good On You ທີ່ຄອຍໃຫ້ຄະແນນ Brand ທີ່ໃຫ້ຄວາມສໍາຄັນກັບເລື່ອງຈະລິຍະທໍາ ແລະ ການຮັບຮອງສິນຄ້າທີ່ບໍ່ທໍາລາຍສິ່ງແວດລ້ອມ ເຊິ່ງ App ດັ່ງກ່າວ ຍັງເຄີຍໃຫ້ຄະແນນສິນຄ້າຂອງ Brand ໃນເຄືອຄື Kering ທັງ Gucci, Saint, Laurent ແລະ Balencuaga ວ່າ ຍັງດີບໍ່ພໍ ແລະ ຍັງບໍ່ພໍດີ ແລະ ຢູ່ໃນຊ່ວງເລີ່ມຕົ້ນ ເທົ່ານັ້ນ. ສ່ວນຕົວ ເອມມ່າ ເອງກໍມັກນຸ່ງເຄື່ອງທີ່ເປັນມິດກັບສິ່ງແວດລ້ອມໄປເດີນພົມແດງຢູ່ຕະຫຼອດ.
ເອມມ່າ ວັດສັນ ເຂົ້າໄປນັ່ງແຖ່ນຜູ້ບໍລິຫານໃນຖານະ ປະທານກໍາມະການບໍລິຫານຝ່າຍຄວາມຍືນຍົງ ທີ່ດູແລຂັ້ນຕອນການຜະລິດ ຕັ້ງແຕ່ການເລືອກໃຊ້ວັດສະດຸຈາກທໍາມະຊາດເປັນຫຼັກ ຫຼຸດການໃຊ້ສານເຄມີໃນການຜະລິດ ມີການບໍລິຫານຈັດການນໍ້າຢ່າງຄຸ້ມຄ່າ ແລະອື່ນໆ ເຊິ່ງລ້ວນແລ້ວແຕ່ເປັນສິ່ງທີ່ Brand ລະດັບໂລກຕ່າງໆ ຫັນມາໃຫ້ຄວາມສໍາຄັນກັບສິ່ງແວດລ້ອມ ໂດຍສະເພາະເລື່ອງຂອງ ວິກິດ ພາວະໂລກຮ້ອນ ເຊິ່ງຖືເປັນຍຸດທະສາດໃໝ່ຂອງ Brand fashions ຫຼາຍໆ Brand ທີ່ກໍາລັງມຸ່ງໝັ້ນພັດທະນາກັນຢູ່ໃນໄລຍະປີທີ່ຜ່ານມາ ເພື່ອຕອບສະໜອງກັບກຸ່ມບໍລິໂພກທີ່ສົນໃຈເລື່ອງສິ່ງແວດລ້ອມ

ນອກຈາກ ເອມມ່າ ວັດສັນ ແລ້ວ ທາງ Kering ຍັງຕ້ອນຮັບ Boss ບໍລິຫານອີກ 2 ຄົນຄື Jean Liu ທີ່ເບສຢູ່ໃນປັກກິ່ງ ຜູ້ເຄີຍພາ Didi Chuxing ໃນຈີນ (ບໍລິສັດແບບດຽວກັນກັບ Uber) ປະສົບຄວາມສໍາເລັດ ສ້າງລາຍໄດ້ຫຼາຍພັນລ້ານໂດລາ ໂດຍມີຜູ້ໃຊ້ງານຫຼາຍເຖິງ 550 ລ້ານຄົນຈາກທົ່ວໂລກ ແລະ ນາງຍັງຕິດ 100 ຄົນຜູ້ຊົງອິດທິພົນທີ່ສຸດ ທີ່ຈັດອັນດັບໂດຍ ວາລະສານ Time ເມື່ອປີ 2017 ອີກດ້ວຍ.
ສ່ວນອີກຄົນໜຶ່ງຄື Tidjane Thiam ຈາກ ໄອໂວຣີ່ ໂຄສ ທີ່ເຄີຍບໍລິຫານທັງ Credit Suisse ແລະ ບໍລິສັດປະກັນຄື Prudential ມາຮ່ວມທີມ… ເຊິ່ງການເປີດຕົວຂອງ 3 ຜູ້ບໍລິຫານນີ້ ເບິ່ງຄືວ່າເກີດຂຶ້ນຈາກການທີ່ ບໍລິສັດຕ້ອງພົບກັບແຮງກົດດັນໃຫ້ເພີ່ມຈໍານວນຜູ້ບໍລິຫານທີ່ມີຄວາມຫຼາກຫຼາຍທາງດ້ານເຊື້ອຊາດຫຼາຍຂຶ້ນ.
Cr: mgronline