Breaking News

ເປັນກະແສຂ້າມປະເທດ!! ນັກທຸລະກິດອິນເດຍ ທຸ່ມເງິນ 30 ປາຍລ້ານເຮັດ “ໜ້າກາກອະນາໄມຄໍາ” ຍອມຮັບບໍ່ໝັ້ນໃຈກັນໂຄວິດ-19 ໄດ້…

ແບ່ງປັນ

ສໍານັກຂ່າວ AFP ແລະ ສະເຕດທາມ ລາຍງານໃນວັນທີ 5 ກໍລະກົດ ເຖິງກະແສຮືຮາໃນ ປະເທດອີນເດຍ ຫຼັງຈາກ ທ້າວສັນກອນ ກຸນອາເທ ນັກທຸລະກິດດັງໄວ 49 ປີ ໃນເມືອງປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກອະນາໄມທອງຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 289.000 ຣູປີ ຫຼືປະມານ 37 ລ້ານກວ່າກີບ…

โควิด: ฮือฮานักธุรกิจอินเดีย

ທ້າວກຸນຮາເທ ເຊິ່ງຂຶ້ນຊື່ວ່າເປັນຄົນມັກໃສ່ເຄື່ອງປະດັບຫຼາຍອັນ ແລະ ນໍ້າໜັກຫຼາຍກິໂລ ທັງສ້ອຍຄໍ ສ້ອຍແສນ ແລະ ແຫວນທັງ 10 ນິ້ວ ເປີດເຜີຍວ່າ ຊ່າງຕີຄໍາໃຊ້ເວລາ 8 ມື້ໃນການຕີໜ້າກາກອະນາໄມຄໍາໃຫ້ກັບລາວ

โควิด: ฮือฮานักธุรกิจอินเดีย

ນີ້ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆ ກະຈາຍຢູ່ທົ່ວເພື່ອໃຫ້ຂ້ອຍຫາຍໃຈສະດວກ ທ້າວກຸນຮາເທ ອະທິບາຍພ້ອມທັງລະບຸວ່າ ບໍ່ໝັ້ນໃນວ່າ ໜ້າກາກທອງຄໍາມີປະສິດຕິພາບໃນການປ້ອງກັນໂຄວິດ-19 ແຕ່ຕົນມີວິທີອື່ນໆ ໃນການປົກປ້ອງ ລະມັດລະວັງບໍ່ໃຫ້ຕົນເອງຕິດເຊື້ອໄດ້

โควิด: ฮือฮานักธุรกิจอินเดีย

ນອກຈາກນັ້ນ ໃນລັດມະຫາຣາຊຣະ ເປັນລັດທີ່ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນປະເທດ ເຊິ່ງທີປະມານ 193.000 ຄົນ ເສຍຊີວິດແລ້ວ 8.376 ຄົນ ແລະ ປິ່ນປົວເຊົາປະມານ 105.000 ຄົນ. ໃນຂະນະທີ່ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດອິນເດຍ ເພີ່ມຂຶ້ນເປັນ 673.904 ຄົນ ເປັນອັນດັບທີ 4 ຂອງໂລກ ມີຍອດຜູ້ເສຍຊີວິດລວມ 19.279 ຄົນ ແລະ ປິ່ນປົວເຊົາ 409.062 ຄົນ.

รับไม่มั่นใจกันไวรัสได้

ທີ່ມາ: Khaosod Online

ແບ່ງປັນ