ຜ່ານມາແລ້ວສໍາລັບເທດສະການເຂົ້າພັນສາ ປະວໍລະນາ ອີກ 1 ໃນຮີດ 12 ຂອງປະເພນີລາວ ທີ່ຄົນລາວເຮົາສືບທອດກັນມາຕັ້ງແຕ່ສະໄໝຜູ້ຍ່າຕານາຍ ຈົນຮອດຊົ່ວລູກຊົ່ວຫຼານໄດ້ປະຕິບັດສືບກັນຕໍ່ມາ… ແລະ ປີນີ້ມື້ເຂົ້າພັນສາ ມື້ຂຶ້ນ 18 ຄໍ່າ ເດືອນ 8 ກໍກົງກັບວັນອາທິດທີ 5 ກໍລະກົດ ຍ້ອນຖືກມື້ພັກວຽກ-ການ ເຮັດໃຫ້ສາສະນິກກະຊົນຊາວພຸດທັງຫຼາຍແຫ່ກັນເຂົ້າວັດເຮັດບຸນຫຼາຍເປັນພິເສດ ລວມທັງບັນດາຄົນບັນເທີງຫຼາຍຄົນກໍໄດ້ສະຫຼະເວລາໄປເຮັດບຸນນໍາ ເຊິ່ງຈະມີໃຜແດ່ນັ້ນ ມື້ນີ້ ຂວັນໃຈ ກໍໄດ້ນໍາເອົາມາຕ້ອນກັນນໍາ…
ເລີ່ມຈາກ ນາງເອກຊຸບຕາເບີ 1 ຂອງປະເທດລາວ ສາຍານາງເອກໃນບຸນຄື ລູກນໍ້າ ທິດາລັດ

ນາງງາມໜ້າຫວານຈາກເວທີ Miss Laos 2018 ມີ່ມີ່ ສຸດທິດາ

ນາງແບບລູກສອດຄື ຄຣິສ ຕີນ່າ ກໍຮ່ວມສູດມົນເຂົ້າພັນສານໍາ

ນາງງາມໃຈບຸນອີກຄົນໜຶ່ງ ເຈນນີ່ ຕົ້ນຄໍາ

ສາຍບຸນຂອງແທ້ ຍຸ້ຍ ສັນທະນີ

ບີບີ່ ປິຍະມາດ ກະມາເດີ້

ນາງເອກ MV ເພງດັງຕອນນີ້ ສາວຕານ້ອຍ

ສາວໝີພູ ນາງງາມໜ້າເອກະລັກ

ຂໍຂອບໃຈຮູບພາບ
ຮຽບຮຽງ: Kuanjai Magazine Laos