Breaking News

ຮ່ວມສົ່ງໃຈເຊຍ!! ແຮນນ່າ ໂຣເຊັ້ນບູມ ສາວລາວ 1 ດຽວເທິງເວທີແຂ່ງຂັນ Girls Group ທີ່ປະເທດໄທ…

ແບ່ງປັນ

ມາຮ່ວມເປັນອີກ 1 ກໍາລັງໃນສົ່ງໄປເຊຍ ສາວນ້ອຍຄົນເກັ່ງ ແຮນນ້າ ໂຣເຊັ້ນບູມ ໄພວັນ ທີ່ເປັນຕົວແທນປະເທດລາວເຂົ້າຮ່ວມແຂ່ງຂັນ ເພື່ອເປັນ Girls Group 4EVE ທີ່ອອກອາກາດທາງສະທີໂທລະພາບຊື່ດັງ Workpoint ປະເທດໄທ…

ในภาพอาจจะมี 1 คน, กำลังยืน

ສໍາລັບ ແຮນນ່າ ໂຣເຊັນບຣູມ ແມ່ນມີຕໍາແໜ່ງເປັນ ຮອງອັນດັບ 2 Miss Teen Laos 2019 ແລະ ເປັນຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Asia Global 2019 ທີ່ຈັດຂຶ້ນຢູ່ທີ່ປະເທດອິນເດຍ ລະໄດ້ຮັບລາງວັນຄື ນາງງາມ ຂວັນໃຈ Social Media ມາຄອງເປັນຄັ້ງປະຫວັດສາດຂອງປະເທດລາວເຮົາ…

ນອກຈານັ້ນ ແຮນນ້າ ຍັງມີຄວາມສາມາດດ້ານການຮ້ອງເພງ ເພາະເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງນັ້ນເອງ; ດ້ານວຽກການສະແດງກໍບໍ່ໄດ້ໜ້ອຍໜ້າເພາະຈະເຫັນຜົນງານຂອງນາງຢ່າງຫຼວງຫຼາຍ…

ຖືວ່າເປັນເດັກນ້ອຍລຸ້ນໃໝ່ທີ່ມີຄຸນນະພາບທາງດ້ານຄວາມສາມາດ ແລະ ໜ້າຕາອີ່ຫຼີສໍາລັບສາວນ້ອຍຄົນນີ້… ແນວໃດກໍຂໍເປັນກໍາລັງໃຈໃຫ້ນ້ອງຈົ່ງໄປໃຫ້ເຖິງຝັນເດີ້!!!

ในภาพอาจจะมี 1 คน, ภาพระยะใกล้
ในภาพอาจจะมี 1 คน, ภาพระยะใกล้

MV ທຳອິດຂອງສາວໆທັງ 20 ຄົນ…

ແບ່ງປັນ