Breaking News

ຄັ້ງທໍາອິດໃນປະເທດລາວ!! ກັບເວທີປະກວດນາງງາມທີ່ເປີດໂອກາດໃຫ້ສາວອວບໄດ້ໂຊຄວາມສາມາດ… “Miss Heavy Queen Laos”

ແບ່ງປັນ

ໂຄງການປະກວດສາວອວບອ້ວນ ເຮວີຄວີນລາວສາວອວບ 2020 ຖືເປັນອີກໜຶ່ງປະກົດການໃໝ່ໃນເວທີປະກວດນາງສາວງາມ ເປັນການເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່.

ທ່ານ ອໍາໄພວັນ ສຸວັນທອນ ປະທານບໍລິສັດ ມີສບິວຕີ້ ພາວເວີລາວ ຈໍາກັດ ແລະ ຍັງເປັນປະທານໂຄງການ ເຮວີຄວີນລາວສາວອວບ 2020 ໃຫ້ສໍາພາດແກ່ທີມຂ່າວບັນເທີງພວກເຮົາວ່າ: ການຈັດໂຄງການປະກວດນີ້ມີ 2 ຈຸດປະສົງຫຼັກກໍ່ຄື ເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່ ແລະ ອີກໜຶ່ງຈຸດປະສົງແມ່ນສົ່ງເສີມໃຫ້ນາງສາວເຫຼົ່ານີ້ເປັນກະບອກສຽງພ້ອມເປັນຕົວແທນລົງພື້ນທີ່ໃຫ້ຄວາມຊ່ວຍເຫຼືອສັງຄົມ.

ແນວໃດກໍ່ຕາມ ຫຼັງຈາກທີ່ມີການປະກາດຮັບສະໝັກຜ່ານທາງເພຈ Heavy Queen Laos ໂຄງການດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບດີຫຼາຍຈາກສາວອວບໃນທົ່ວປະເທດ ໂດຍມີຜູ້ສະໝັກເຂົ້າຮ່ວມເຖິງ 500ກວ່າຄົນ. ແຕ່ທັງນີ້ທັງນັ້ນ ທາງໂຄງການໄດ້ຄັດເລືອກມາໄດ້ຈໍານວນ 27 ທ່ານທີ່ປ່ຽມລົ້ນໄປດ້ວຍຄຸນນະພາບ ເພື່ອຂຶ້ນເວທີ Heavy Queen Laos ປີນີ້.

ຫຼ້າສຸດ, ວັນທີ 6 ກໍລະກົດ 2020 ທີ່ຜ່ານມາ ທີ່ ຕຶກທາດຫຼວງສະແຄວ ນະຄອນຫຼວງວຽງຈັນ ກໍ່ໄດ້ມີພິທີເປີດໂຕສາວງາມທັງ 27 ຄົນເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງພາຍໃນງານສາວງາມທັງໝົດແມ່ນໄດ້ຍ່າງໂຊໂຕໃນຫຼາຍຊຸດທີ່ແຕກຕ່າງກັນແຕ່ໂດດເດັ່ນ ພ້ອມພົກຄວາມໝັ້ນໃຈມາເກີນຮ້ອຍທຸກຄົນ ແລະ ໃນວັນທີ 11 ກໍລະກົດນີ້ ພວກເຮົາກໍ່ຈະໄດ້ຮັບຮູ້ກັນແລ້ວວ່າສາວງາມຄົນໃດຈະສາມາດຄວ້າຕໍາແໜ່ງ Miss Heavy Queen Laos ຄົນທໍາອິດຂອງລາວໄປໄດ້.

Cr: ຂ່າວເສດຖະກິດ-ການຄ້າ

ແບ່ງປັນ