Breaking News

ມາເບິ່ງ! 5 ຄຸນລັກສະນະຂອງແມ່ຍິງທີ່ມັກປະສົບຜົນສຳເລັດ ເບິ່ງໄວ້ ແລ້ວລົງມືຶເຮັດ!!!

ແບ່ງປັນ

ຍຸກສະໄໝນີ້ປ່ຽນໄປແລ້ວ ບໍ່ຈຳເປັນທີ່ແມ່ຍິງຈະເປັນຊ້າງຕີນຫຼັງ ລໍຖ້າຍ່າງນຳກົ້ນຜຸ້ຊາຍ ຫຼື ຢູ່ໃນໂອວາດ ແຕ່ເຮົາຢູ່ໃນຍຸກທີ່ບໍ່ວ່າແມ່ຍິງ ຫຼື ຜູ້ຊາຍກໍມີສິດທິທີ່ເທົ່າທຽມກັນ ເຮົາສາມາດຍ່າງໄປພ້ອມໆກັນໄດ້ ໂດຍທີ່ຕ່າງຄົນຕ່າງສະໜັບສະໜູນເຊິ່ງກັນ ແລະ ກັນ ແລ້ວຖ້າຫາກວ່າຢາກຈະເປັນແມ່ຍິງທີ່ປະສົບຜົນສຳເລັດ ຕ້ອງມີລັກສະນະ 5 ຢ່າງດັ່ງນີ້:

1.  ຮູ້ຈັກຍອມຮັບຄວາມຈິງ

ບໍ່ໄດ້ບອກວ່າຈະຕ້ອງຍິ້ມສົດໃສ ຫົວດີໃຈໃນເວລາທີ່ຢູ່ໃນບັນຫາ ເຮົາທຸກຄົນຂຶ້ນຊື່ວ່າເປັນມະນຸດ ຍ່ອມມີສິດທີ່ຈະເສຍໃຈ ຫຼື ບໍ່ພໍໃຈກັບບັນຫາຕ່າງໆ ແຕ່ສິ່ງທີ່ຈະເຮັດໃຫ້ແຕກຕ່າງອອກໄປ ຄືການຍອມຮັບຄວາມຈິງ ຍອມຮັບວ່າບັນຫາໄດ້ເກີດຂຶ້ນແລ້ວ ແລະ ພະຍາຍາມແກ້ໄຂບັນຫາຢ່າງສຸດຄວາມສາມາດ ບໍ່ປ່ອຍໃຫ້ຕົວເອງຈົມຢູ່ກັບຄວາມທຸກ ຈົນບໍ່ເປັນອັນເຮັດຫຍັງ

2. ຮຽນຮູ້ແລະພັດທະນາຕົວເອງຢູ່ສະເໝີ

ບໍ່ວ່າຕອນນີ້ເຈົ້າຈະອາຍຸເທົ່າໃດ ຜ່ານປະສົບການໃນຊີວິດຫຼາຍ ຫຼື ໜ້ອຍເທົ່າໃດ ຈະຖືກສັງຄົມມອບໂລ່ລາງວັນຍົກຍ້ອງວ່າເປັນແມ່ຍິງເກັ່ງ ປະສົບຄວາມສຳເລັດໃນດ້ານຕ່າງໆມາຫຼາຍ ແຕ່ແທ້ທີ່ຈິງແລ້ວສິ່ງທີ່ຈຳເປັນທີ່ສຸດຄືຕ້ອງເດີນໜ້າຮຽນຮູ້ຕໍ່ໄປ ຄົນທີ່ປະສົບຄວາມສຳເລັດ ຈະບໍ່ຢຸດພັດທະນາ ໂລກມີການປ່ຽນແປງຢູ່ຕະຫຼອດເວລາ ຖ້າຢຸດນັ້ນກໍໝາຍຄວາມວ່າ ກຳລັງຖອຍຫຼັງໄປເລື້ອຍໆ

3. ແບ່ງເວລາເຮັດວຽກ ແລະ ຊີວິດສ່ວນຕົວເປັນສັດສ່ວນ

ເຮັດຄວາມເຂົ້າໃຈກັນກ່ອນວ່າ ແມ່ຍິງທີ່ປະສົບຜົນສຳເລັດໃນຊີວິດ ບໍ່ແມ່ນຄົນບ້າງານ ແຕ່ເປັນແມ່ຍິງທີ່ຈັດສັນເວລາເຮັດວຽກ ແລະ ເວລາສ່ວນຕົວໄດ້ຢ່າງລົງຕົວ ໄອຄິວ ແລະ ອີຄິວຈະຕ້ອງໄດ້ເຮັດວຽກໃນສັດສ່ວນທີ່ບໍ່ຕ່າງກັນຈົນເກີນໄປ ເພື່ອໃຫ້ສະມອງເກີດຄວາມຄິດສ້າງສັນໃໝ່ໆ ແລະ ຄວາມຄິດສ້າງສັນນັ້ນເອງທີ່ເປັນຈຸດເລີ່ມຕົ້ນຂອງຄວາມສຳເລັດໃນຫຼາຍໆຄົນ

4. ໃຊ້ເຫດຜົນຫຼາຍກວ່າອາລົມ

ເຊື່ອວ່າແມ່ຍິງຫຼາຍໆຄົນຕ້ອງເຄີຍມີຊ່ວງຊີວິດໜຶ່ງທີ່ຊີວິດພັງບໍ່ເປັນທ່າ ເພາະໃຊ້ອາລົມຢູ່ເໜືອເຫດຜົນ ຜົນກະທົບທີ່ຕາມມາເມື່ອໃຊ້ອາລົມ ຍ່ອມບໍ່ແມ່ນສິ່ງທີ່ດີ ຫາກວ່າກຳລັງເຈິບັນຫາທີ່ເຮັດໃຫ້ຕ້ອງໃຈຮ້າຍ ໃຫ້ຍ່າງຖອຍອອກມາຈາກສະຖານນະການນັ້ນ ເມື່ອສະຫງົບສະຕິອາລົມໄດ້ແລ້ວ ຄ່ອຍກັບມາເດີນໜ້າກັນຕໍ່

30 Empowering Quotes for Women's History Month | SUCCESS

5. ມີເພື່ອນຄູ່ຄິດເພື່ອສະໜັບສະໜູນ

ຄົນທີ່ປະສົບຜົນສຳເລັດ ຫຼາຍຄົນເຄີຍມີຈຸດເລີ່ມຕົ້ນມາຈາກຄອບຄົວ ແລະ ຄົນອ້ອມຂ້າງໃຫ້ການສະໜັບສະໜູນ ຄອຍເປັນທີ່ປຶກສາ ໃຫ້ຄຳແນະນຳ ບາງຄົນມີສາມີ ຫຼືມີແຟນທີ່ດີ ເປັນເພື່ອນຄູ່ຄິດໃຫ້ໃນຍາມທີ່ຈະຕັດສິນໃຈ ບຸກຄົນເຫຼົ່ານີ້ ກໍຄືໜຶ່ງໃນປັດໄຈທີ່ເຮັດໃຫ້ປະສົບຄວາມສຳເລັດໄດ້ໄວຂຶ້ນ

ທີ່ມາ: https://women.mthai.com/women-variety/294232.html

ແບ່ງປັນ