ເປັນອີກດາຣາ-ນັກສະແດງ-ພິທີກອນທີ່ຫຼາກຫຼາຍຄວາມສາມາດຄົນໜຶ່ງຂອງປະເທດໄທສໍາລັບສາວ ກາລະແມ ພັດສະຣະສິ ເບັນຈະມາດ ພິທີກອນຊື່ດັງປະຈໍາລາຍການ Take Me Out Thailand ແລະ ຜົນງານສະແດງອື່ນໆອີກທີ່ຄົນລາວເຮົາກໍຄົງຈະໄດ້ເຫັນຈົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີ… ແຕ່ນອກຈາກວຽກໃນວົງການບັນເທີງລາວ ກາລະແມ ຍັງມີທຸລະກິດສ່ວນຕົວຄື ທຸລະກິດອາຫານເສີມ ທີ່ປັດຈຸບັນກໍາລັງໄປໄດ້ດີ ຂາຍດີແບບຖະຫຼົ່ມຖະລາຍກັນເລີຍກໍວ່າໄດ້!!! ແລະ ເນື່ອງຈາກທຸລະກິດມີຄວາມປະສົບຜົນສໍາເລັດຕາມຄາດການ ນາງກໍເລີຍຖືໂອກາດນີ້ຊວນໝູ່ເພື່ອນ ແລະຍາດພີ່ນ້ອງມາຮ່ວມເຮັດບຸນໃຫຍ່ ໂດຍການບໍລິຈາກ ທອງຄໍາໜັກ 53 ກິໂລ ຕົກເປັນເງິນປະມານ 94 ລ້ານບາດ ຫຼືປະມານ 29.140.000.000 ກີບ… ຈົນເປັນຂ່າວດັງທີ່ຮືຮາກັນຫຼາຍໃນປະເທດໄທ ແຟນຄັບຕ່າງຮ່ວມສະແດງຄວາມຍິນດີ ແລະ ອະນຸໂມທະນາບຸນນໍາ ລວມທັງແຟນຄັບຊາວລາວກໍຂໍຮ່ວມອະນຸໂມທະນາບຸນນໍາ ສາວກາລະແມ ນໍາຫຼາຍເດີ້!!!











ຮຽບຮຽງໂດຍ: Kuanjai Magazine