Breaking News

ທໍາມະຊາດສຸດຟີນ ນາງແບບໜ້າຮັກ!!! ຂໍຈິ້ນໄດ້ບໍ່? ມີ່ມີ່ ສຸດທິດາ-ບາບີ່ ປິຍາມາດ ເຄມີເຂົ້າກັນຈົນຢາກຈິ້ນ…

ແບ່ງປັນ

ກໍາລັງໄດ້ຮັບຄວາມສົນໃຈຫຼາຍສໍາລັບສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໃໝ່ໃນລາວຄື ນໍ້າປຽນຢໍລະປາ ທີ່ຫາກໍປ່ອຍທີເຊີໂປຣໂມດອອກມາ (ຍັງບໍໄດ້ເປີດຢ່າງເປັນທາງການ) ກໍເຫັນວ່າປະຊາຊົນຕ່າງໃຫ້ຄວາມສົນໃຈ ສາເຫດໜຶ່ງກໍຍ້ອນກະແສການທ່ອງທ່ຽວທໍາມະຊາດກໍາລັງມາແຮງ ບວກກັບສະແສສົ່ງເສີມການທ່ອງທ່ຽວພາຍໃນປະເທດກໍາລັງໄດ້ຮັບຄວາມນິຍົມ ບວກກັບສະຖານທີ່ດັ່ງກ່າວຢູ່ບໍ່ໄກຈາກຕົວເມືອງ ພໍໄປພໍມາຮອດ (ເມືອງ ປາກງຶ່ມ ນະຄອນຫຼວງ) ແຕ່ທີ່ແອັດເອົາມາເວົ້າໃນມື້ນີ້ບໍ່ແມ່ນຈະມາໂປຣໂມດສະຖານທີ່ທ່ອງທ່ຽວແຕ່ຢ່າງໃດ ເພາະເຖິງບໍ່ໂປຣໂມດເຂົາກໍຮູ້ກັນທົ່ວບ້ານທົ່ວເມືອງແລ້ວ… ແຕ່ມື້ນີ້ຈະມາພາທຸກຄົນຈີ້ນໃນຄວາມໜ້າຮັກຂອງສອງສາວ ມີ່ມີ່ ສຸດທິດາ Miss Laos 2018 ແລະ ບາບີ່ ປິຍາມາດ Miss International Laos 2018 ກັບແຊັດຖ່າຍແບບທີ່ ນໍ້າປຽນຢໍລະປາ ທີ່ເຫັນແລ້ວຮູ້ສຶກວ່າເຄມີເຂົ້າກັນແຮງ ຈົນຢາກຈິ້ນນນພຸ້ນລະ ເຊິ່ງວ່າຈະຈິ້ນຈະຟີນຂະໜາດໃດນັ້ນລອງໄປເບິ່ງນໍາກັນເລີຍ… ແຖມຮູບພາບທໍາມະຊາດງາມໆມາໃຫ້ເບິ່ງພ້ອມ!!!

ຮູບພາບຈາກ: Nampienyorlapa B’Bie Piyamarth Soutthida Anousinh 

ແບ່ງປັນ