ເທິງໂລກທີ່ເຄື່ອນໄຫວໄປຢ່າງໄວວາ ຜູ້ຄົນແຂ່ງຂັນ-ເລັ່ງດ່ວນ ບໍ່ຄ່ອຍໃຫ້ຄວາມສໍາຄັນກັບສິ່ງອ້ອມຕົວ ບາງຄົນຈົນຫຼົງລືມຄວາມສຸກນ້ອຍໆ ທີ່ສາມາດສ້າງຂຶ້ນໄດ້ດ້ວຍຕົວເອງໄປແລ້ວ ມື້ນີ້ Kuanjai ຈຶ່ງຢາກຂໍແນະນໍາເຕັກນິກດີໆ ໃນການໃຊ້ຊີວິດໃຫ້ມີຄວາມສຸກໃນທຸກໆມື້ ເຊິ່ງຈະຊ່ວຍສ້າງພູມຄຸ້ມກັນຈິດໃຈໄດ້ຢ່າງດີ…

1. ເຝິກໃຫ້ເປັນຄົນຫຼົງຮັກວັນຈັນ
ຈາກການວິໄຈຈາກ Highland Spring Sparkling ພົບວ່າຄົນສ່ວນໃຫຍ່ຍົກໃຫ້ວັນຈັນເປັນວັນທີ່ເປັນຕາຢ້ານທີ່ສຸດຂອງອາທິດ ເພາະຕ້ອງດຶງຕົວເອງຂຶ້ນມາຈາກຄວາມສຸກໃນມື້ສຸດທ້າຍຂອງອາທິດ ແລ້ວຕ້ອງມາເລີ່ມຕົ້ນເຮັດວຽກໃນວັນຈັນ ດັ່ງນັ້ນ ວິທີທີ່ຈະເຮັດໃຫ້ວັນຈັນຂອງທຸກຄົນມີຊີວິດຊີວາຫຼາຍຍິ່ງຂຶ້ນນັ້ນ ມີສິ່ງດຽວຄື ປ່ຽນທັດສະນະຄະຕິ ຈົ່ງຄິດວ່າ ວັນຈັນ ຄືຈຸດເລີ່ມຕົ້ນຂອງການສ້າງສັນສິ່ງໃໝ່ໆ ເຮັດໃຫ້ວັນຈັນເປັນວັນເລີ່ມຕົ້ນຂອງອາທິດທີ່ດີ ຈະມີແຕ່ສິ່ງດີໆຕາມມາຈົນຮອດທ້າຍອາທິດ.
2. ໝັ່ນກອດກັນຕະຫຼອດ
ຮູ້ຫຼືບໍ່ວ່າ ການໂອບກອດດັນນັ້ນມີປະໂຫຍດຫຼາຍ ແລະ ໄລຍະເວລາການກອດທີ່ມີປະສິດທິພາບນັ້ນຕ້ອງໃຊ້ເວລາປະມານ 7 ວິນາທີຂຶ້ນໄປ ເພື່ອສະແດງເຖິງຄວາມຮັກ ແລະ ຄອຍໃຫ້ກໍາລັງໃຈແກ່ກັນ

3. ຄິດເຖິງແຕ່ເລື່ອງດີໆ ກ່ອນນອນຫຼັບ
ສໍາລັບຄົນທີ່ມີບັນຫານອນບໍ່ຫຼັບ ແທນທີ່ຈະນັບແກະໄປເລື້ອຍໆ ກໍປ່ຽນມາເປັນຄິດເຖິງສິ່ງດີໆ ທີ່ເຮັດໃຫ້ເຮົາມີຄວາມສຸກໂດຍລຽງລໍາດັບຕາມຕົວອັກສອນ ກ-ຮ ເບິ່ງເດີ້!! ເຊັ່ນ ກະຕ່າຍເປັນສັດທີ່ເຮົາມັກ, ເຂົ້າໜຽວໝູປິ້ງອາຫານທີ່ຂ້ອຍຕ້ອງຕື່ນມາກິນທຸກມື້ ເປັນຕົ້ນ…

4. ຫ້າມອົດອາຫານ
ປ່ຽນຈາກການອົດອາຫານມາເປັນເລືອກກິນອາຫານທີ່ດີຕໍ່ສຸຂະພາບຈະດີກວ່າ ແລະ ໃນການເລີ່ມຕົ້ນສ້າງວິຖີການກິນທີ່ດີນັ້ນ ຕ້ອງຫຼີກລ່ຽງການໃຊ້ຄໍາວ່າ ພະຍາຍາມ ເຊັ່ນ ຈາກປະໂຫຍດ ຈະພະຍາຍາມກິນຄລີນ ໃຫ້ປ່ຽນເປັນ ກໍາລັງຈະກິນຄລີນ ແທນ ສະແດງໃຫ້ເຫັນວ່າ ເຮົາໄດ້ລົງມືເຮັດໄປແລ້ວນັ້ນເອງ

5. ພັກຜ່ອນໃຫ້ໄດ້ຢ່າງໜ້ອຍ 8 ຊົ່ວໂມງ
ການນອນຫຼັບຝັນດີມີຜົນຫຼາຍຕໍ່ຊີວິດເຮົາ ມັນຊ່ວຍເຮັດໃຫ້ຊີວິດຍືນຍາວຂຶ້ນ ມີຄວາມຈື່ຈໍາດີຂຶ້ນ ເກີດຄວາມຄິດສ້າງສັນໃໝ່ໆຢູ່ສະເໝີ ແຖມຍັງເຮັດໃຫ້ເປັນຄົນມີສະເໜ ສຸຂະພາບດີ ບໍ່ມີພະຍາດ ແລະ ຫຼຸດຄວາມສ່ຽງພະວາດຫົວໃຈວາຍນໍາ

6. ເປັນຄົນດີ ມີເມດຕາຕໍ່ຜູ້ອື່ນ
ເຄັດລັບຈາກນັກຈິດຕະວິທະຍາໃນທາງບວກໄດ້ບອກໄວ້ວ່າ ວິທີທີ່ໄວ ແລະ ເຮັດໃຫ້ເຮົາຮູ້ສຶກດີກັບຕົວເອງດີທີ່ສຸດຄືການເຮັດສິ່ງດີໆໃຫ້ກັບຄົນອື່ນ ໂດຍອາດຈະເລີ່ມຕົ້ນຈາກສິ່ງງ່າຍໆເຊັ່ນ ຈອດລົດໃຫ້ຄົນຍ່າງຂ້າມທາງ ຊື້ເຄື່ອງຕອບແທນຕູ້ຍາມໜ້າຫ້ອງການ ທີ່ຊ່ວຍຮັບເຄື່ອງຈາກ Delivery ໃຫ້ເປັນປະຈໍາ ສິ່ງເລັກນ້ອຍເຫຼົ່ານີ້ຈະສົ່ງຜົນດີຕໍ່ທັງຜູ້ໃຫ້ ແລະ ຜູ້ຮັບເລີຍແຫຼະ!!

7. ດື່ມນໍ້າໃຫ້ພຽງພໍ
ການດື່ມນໍ້າຖືເປັນອີກໜຶ່ງກະແຈສໍາຄັນທີ່ເຮັດໃຫ້ມີຄວາມສຸກ ແລະ ສົດຊື່ນ ການດື່ມເຄື່ອງດື່ມເຊັ່ນ ຊາ ກາເຟ ແລະ ເຄື່ອງດື່ມທີ່ມີນໍ້າຕານຈະເຮັດໃຫ້ເກີດອາການຂາດນໍ້າ ແຖມຍັງສົ່ງຜົນໃຫ້ເປັນຕະຄິວ ນໍ້າໜັກເພີ່ມຂື້ນ ອ່ອນເພຍ ຜິວແຫ້ງ ແລະ ປວດຮາກ ສະນັ້ນ ຢ່າລືມດື່ມນໍ້າດື່ມຢ່າງສະໝໍ່າສະເໝີນໍາເດີ້!!!

8. ຕັດສື່ສັງຄົມ Online
ການຫຼິ້ນສື່ Online ນັ້ນເປັນຕົວເລືອກທີ່ດີ ຄວນລອງງົດຫຼິ້ນ Social Media ລົງຈັກ 50% ແລ້ວເອົາເວລານັ້ນໄປໃຊ້ກັບຄອບຄົວ ແລະ ໝູ່ສະນິດແທນ.

9. ອອກໄປສ້າງປະສົບການທີ່ຫຼາກຫຼາຍໃນຊີວິດ
ບາງຄັ້ງຄວາມສຸກກໍໄດ້ມາໃນຮູບແບບການສ້າງຊ່ວງເວລາດີໆ ແລະ ບັນຍາກາດທີ່ເຮົາໄດ້ໃຊ້ຮ່ວມກັບຄົນທີ່ເຮົາຮັກ ຫຼາຍກວ່າການສະສົມສິ່ງຂອງ ໂດຍ Dr. Andy ເຜີຍວ່າ ເມື່ອລອງຄິດເບິ່ງໃຫ້ດີຈະພົບວ່າ ເວລາແຫ່ງຄວາມສຸກ 10 ອັນດັບທໍາອິດໃນຊີວິດສ່ວນໃຫຍ່ມາຈາກ ປະສົບການ ຫຼາຍກວ່າ ສິ່ງຂອງ ດັ່ງນັ້ນ ຢ່າລືມອອກໄປຊອກຫາປະສົບການໃໝ່ໆ ໃຫ້ຊີວິດດີຂຶ້ນແນ່ເດີ້ສາວໆ

10. ອັນໃດບໍ່ຈໍາເປັນກໍປ່ອຍມັນໄປ
ໂດຍສະເພາະນິໄສບໍ່ດີຂອງຕົວເອງ ເພາະມັນເປັນວິທີທີ່ດີທີ່ສຸດໃນການຈັດລໍາດັບສ້າງຄວາມສຸກ ບາງຄັ້ງການປ່ອຍສິ່ງບໍ່ດີໄປ ກໍອາດຈະເຮັດໃຫ້ເກີດສິ່ງດີໆ ໃນຊີວິດ ຢຸດການເລື່ອນມື້ເລື່ອນເວັນ ໃຊ້ Facebook ໃຫ້ໜ້ອຍລົງ ຫຼືເຊົາກິນຫານຂີ້ເຫຍື້ອ ເປັນຕົ້ນ.

ຮຽບຮຽງໂດຍ: Kuanjai Magazine
ທີ່ມາ: Women MThai