Breaking News

ແປກແຕ່ແທ້!! ເດັກຍິງສະໝອງອັດສະລິຍະ ຈົບປະຖົມຂ້າມໄປມະຫາໄລ ແລະກາຍເປັນນັກວິສະວະລະດັບໂລກໃນໄວ 13 ປີ… ເປົ້າໝາຍຈະຮຽນໃຫ້ຈົບ ປ.ເອກ ພາຍໃນອາຍຸ 20 ປີ.

ແບ່ງປັນ

ເປີດ​ເຜີຍ​ເລື່ອງ​ລາວ​ຂອງ​ເດັກ​ຍິງ​ຄົນ​ໜຶ່ງ (ປະເທດໄທ) ທີ່ອາຍຸ 11 ປີ ຮຽນຈົບ ປ.6 ແຕ່ສາມາດເສັງຕິດເຂົ້າມະຫາວິທະຍາໄລໄດ້ໂດຍບໍ່ຕ້ອງຮຽນໃນລະດັບມັດທະຍົມສືກສາ ອີກທັງຍັງມີລາງວັນລະດັບໂລກຮັບປະກັນຄວາມສາມາດແລ້ວຫຼວງຫຼາຍອີກ, ຍິງ​ຄົນ​ນີ້​ຊື່ ອິ້ງ ພັດສະລາ ຈັນໂຊດສະຖຽນ ປັດ​ຈຸ​ບັນອາ​ຍຸ 15 ປີ ແລະ​ ຮຽນຢູ່ປີທີ 2 ສາຂາວິສະວະກໍາຄອມພິວເຕີ ສະຖາບັນເຕັກໂນໂລຊີນານາຊາດສິຣິນທອນ (SIIT) ມະຫາວິທະຍາໄລທໍາມະສາດ ແລະ ລາວໄດ້ວາງແຜນການສືກສາໄວ້ວ່າ ລາວຈະຕ້ອງສໍາເລັດການສືກສາໃນລະດັບປະລິນຍາເອກ ພາຍໃນອາຍຸ 20 ຕົ້ນໆ

ອິ້ງ ບອກວ່າ ພໍ່ກັບແມ່ລ້ຽງ​ຕົນ​ພຽງແຮກເກີດໄດ້ພຽງສາມເດືອນ ​ແມ່​ກໍຫາເຄື່ອງຫຼິ້ນເສີມພັດທະນາການຂອງເດັກນ້ອຍເກີນໄວ 6 ເດືອນມາໃຫ້ຫຼິ້ນ ພໍອາຍຸເຂົ້າ 6 ເດືອນ ແມ່ກໍ່ຈັດຫາຂອງຫຼິ້ນຂອງເດັກໄວ 9 ເດືອນມາໃຫ້ໂດຍທີ່ແມ່ບໍ່ໄດ້ຖ້າໃຫ້ອາຍຸລາວຮອດຕາມເກນ

ດຣ. ພີຣະພອນ ຈັນໂຊດສະຖຽນ ແມ່ຂອງອິ້ງໄວ 51 ປີ ໄດ້ກ່າວຕື່ມວ່າ ເມື່ອລູກເຂົ້າອະນຸບານ ລູກມີຄວາມຮູ້ລະດັບຂັ້ນອະນຸບານທັງໝົດແລ້ວລູກຈື່ງຮຽນຂອງເດັກໄວປະຖົມ ພໍອາຍຸຮອດລະດັບປະຖົມ ລູກກໍ່ຮຽນຂອງໄວມັດທະຍົມໂດຍຊ່ວງທີ່ລູກຮຽນ ປ.6 ລູກເລີ່ມຮຽນຟີສິກ, ເຄມີ, ຊີວະ ແລະ ແມ່ກໍ່ໄດ້ພາລູກໄປເສັງ SCAT (School and College Ability Test) ເຊິ່ງເປັນການທົດສອບວັດຄວາມສາມາດຂອງເດັກນ້ອຍທົ່ວໂລກ ແລະ ຜົນອອກມາວ່າ ສະຕິປັນຍາຂອງລູກຢູ່ໃນລະດັບຊັ້ນມັດທະຍົມເຖິງວ່າເວລານັ້ນລູກຈະຢູ່ພຽງ ປ.6 ກໍ່ຕາມ

ເສັ້ນທາງຈາກ ປ.6 ສູ່ມະຫາວິທະຍາໄລ ແມ່ຂອງອິ້ງບອກເລົ່າອີກວ່າ ຕອນອິ້ງຢູ່ ປ.2 ແມ່ເຄີຍຖືກຄູເອີ້ນພົບ ໂດຍຄູໄດ້ແຈ້ງກັບແມ່ວ່າ ອິ້ງມັກຊວນໝູ່ໃນຫ້ອງລົມກັນ ແມ່ກໍ່ຕໍານິລູກວ່າ ເປັນຫຍັງລູກໄປຊວນໝູ່ລົມ ເປັນຫຍັງບໍ່ຕັ້ງໃຈຮຽນ ລູກກໍ່ຕອບກັບຄືນມາວ່າ ລູກຮູ້ເລື່ອງໝົດແລ້ວ, ລູກບໍ່ມັກ ແລະ ບໍ່ມ່ວນ ມັນເປັນສັນຍານໜຶ່ງທີ່ເຮັດໃຫ້ເຮົາຫັນມາຜັກດັນລູກຢ່າງເຕັມສັກກາຍະພາບ

ແລະເມື່ອລຸກອາຍຸ 12 ຢູ່ໃນຊ່ວງໄວທີ່ຈະເຂົ້າ ມ.1 ລູກສາມາດເສັງຜ່ານໃນລະດັບຊັ້ນ ມ.6 ໂດຍຜ່ານການເສັງ IGCSE (International General Certificate of Secondary Education) ເຊິ່ງມີ 5 ວິຊາຄື: ຄະນິດສາດ, ຟີສິກ, ຊີວະວິທະຍາ, ພາສາອັງກິດ ແລະ ສັງຄົມວິທະຍາ ແລະ ຜ່ານການເສັງ GCE-A Level ຕາມເກນມາດຕະຖານກໍານົດ ພາຍໃນເວລາ 1 ປີ ຈາກນັ້ນກໍ່ເຂົ້າຮຽນມະຫາວິທະຍາໄລເລີຍໂດຍທີ່ລູກອາຍຸປະມານ 12-13 ປີເທົ່ານັ້ນ.

ອິ້ງສາມາດເວົ້າໄດ້ 5 ພາສາ ບໍ່ວ່າຈະເປັນ ໄທ, ອັງກິດ, ຈີນ, ເຢຍລະມັນ ແລະ ຝຣັ່ງ ຈາກນັ້ນອິ້ງໄດ້ບອກເລົ່າກັບທີມຂ່າວວ່າ ອິ້ງຮຽນຕໍ່ມະຫາວິທະຍາໄລໃນສະຖາບັນເຕັກໂນໂລຊີພະຈອມເກຼົ້າເຈົ້າຄຸນທະຫານລາດກະບັງ ຄະນະວິສະວະກໍາສາດ ເຊິ່ງໃນມື້ທີ່ສໍາພາດກໍາມະການ 8 ທ່ານບໍ່ຮູ້ມາກ່ອນວ່າອິ້ງອາຍຸເທົ່າໃດແຕ່ພໍກວດສອບລາຍລະອຽດກໍ່ພົບວ່າ ອິ້ງອາຍຸ 13 ປີ ເຊິ່ງພວກທ່ານກໍ່ຕົກໃຈຫຼາຍ ແລະ ເຂົ້າມາຊັກຖາມຫາທີ່ມາທີ່ໄປ

ຕໍ່ມາບໍ່ດົນ ອິ້ງກໍ່ໄດ້ຍ້າຍໄປຢູ່ສາຂາວີຊາວິສະວະກໍາຕອມພິວເຕີ ສະຖາບັນເຕັກໂນໂລຊີນາໆຊາດສິຣິນທອນ (SIIT) ມະຫາວິທະຍາໄລທໍາມະສາດ ເຊິ່ງຕອນນີ້ຢູ່ຊັ້ນປີທີ 2.
ໂດຍຫຼັງຈາກຍ້າຍຢູ່ທີ່ມະຫາວິທະຍາໄລທໍາມະສາດອິ້ງໄດ້ເກຣດສະເລ່ຍ 3.81 ແລະ ມີໂອກາດໄປແຂ່ງຂັນໃນເວທີຕ່າງໆ ຈົນໄດ້ນັບລາງວັນຊະນະເລີດອັນດັບໜື່ງ ຈາກການປະກວດ Design & Engineering Track ຫົວຂໍ້ Car of The Future ໃນງານ ICDL Asia Digital Challenge 2019

ອິ້ງບໍ່ພຽງແຕ່ໄດ້ລາງວັນດ້ານ Design and Engineering ໃນຮຸ້ນອາຍຸ 13-17 ປີຂອງພູມມິພາເທົ່ານັ້ນ ແຕ່ອິ້ງຍັງໄດ້ຮັບລາງວັນໃຫຍ່ທີ່ສຸດ Grand Winner ອັນເປັນລາງວັນທີ່ມອບໃຫ້ຜູ້ແຂ່ງຂັນທີ່ໄດ້ຄະແນນດ້ານ Design and Engineering ສູງທີ່ສຸດຂອງທຸກຮຸ້ນທຸກອາຍຸລວມກັນ

ອີກທັງຍັງໄດ້ຮັບລາງວັນຊະນະເລີດ Maker Track ການແຂ່ງຂັນ Line Tracing Robot ດ້ວຍ Micro bit ໃນງານ Digital Thailand Big Bang 2018 ອີກດ້ວຍ
ສ່ວນປະເດັນທີ່ຫຼາຍຄົນສົງໃສ ຄວາມອັດຊະຣິຍະຂອງອິ້ງມາຈາກກໍາມະພັນຂອງພໍ່ແມ່ ເຫດຜົນນີ້ມີສ່ວນກ່ຽວຂ້ອງກັນຫຼືບໍ່? ແມ່ຂ້ອງອິ້ງຕອບວ່າ “ ພໍ່ກັບແມ່ບໍ່ໄດ້ເກັ່ງ ພວກເຮົາເຮັດທຸລະກິດສ່ວນຕົວ ຂາຍສາຍໄຟ, ຂາຍອຸປະກອນໄຟຟ້າ, ນອກຈາກເວລາວ່າງງານເຮົາກໍ່ຈະສືກສາຫາຂໍ້ມູນກ່ຽວກັບການລ້ຽງດູລູກ ສະໄໝທີ່ພໍ່ກັບແມ່ຮຽນ ພວກເຮົາກໍ່ບໍ່ແມ່ນເດັກຫົວດີນໍາກັນໝົດສອງ”

“ສ່ວນທີ່ຫຼາຍຄົນຄິດວ່າ ລູກເກັ່ງໄດ້ເພາະມາຈາກພໍ່ແມ່ເກັ່ງ ເຫດຜົນແມ່ນບໍ່ຖືກເລີຍພວກເຮົາສອງຄົນບໍ່ໄດ້ເກັ່ງຫຍັງເລີຍ ແລະ ເຮົາໝັ້ນໃຈວ່າຖ້າພໍ່ ແລະ ແມ່ຄອບຄົວໃດກໍ່ຕາມລ້ຽງລູກແບບທີ່ເຮົາລ້ຽງລູກຂອງທ່ານກໍ່ຈະສາມາດເຮັດໄດ້ຄືລູກຂອງພວກເຮົາ”

“ຊ່ວງອາຍຸ 6 ປີ ເປັນຊ່ວງເວລາທອງຂອງຄອບຄົວເລີຍ ຫາກພໍ່ແມ່ສາມາດລ້ຽງດູລູກໄວນີ້ໄດ້ຢ່າງເຕັມທີ່ບໍ່ວ່າຈະເປັນພັດທະນາການທາງດ້ານຄວາມສາມາດທີ່ເປັນເລີດ, ພັດທະນາການທາງດ້ານອາລົມທີ່ດີ ທຸກຢ່າງຈະຄົງທີ່ໄປຈົນໃຫຍ່” ແມ່ຂອງອິ້ງໄດ້ເຜີຍເຄັດ(ບໍ່)ລັບ

Cr: Sport Update

ແບ່ງປັນ