Breaking News

ສາວໆອ່ານດ່ວນ!!! ກິດຈະກໍາກ່ອນ 9 ໂມງເຊົ້າທີ່ແມ່ຍິງປະສົບຄວາມສໍາເລັດເຂົາມັກເຮັດ…

ແບ່ງປັນ

ຖ້າເຈົ້າເປັນຄົນໜຶ່ງທີ່ກົດປຸ່ມເລື່ອນໂມງປຸກໃນຕອນເຊົ້າຫຼາຍກວ່າ 10 ຄັ້ງກ່ອນຈະລຸກອອກຈາກບ່ອນນອນ ໃຊ້ເວລາແຕ່ງໜ້າ ແຕ່ງຕົວດົນ ຫຼືຟ້າວໆ ກິນເຂົ້າເຊົ້າລະຫວ່າງຂັບລົດໄປເຮັດວຽກ ບອກເລີຍວ່າຕາລາງກິດຈະກໍາຕອນເຊົ້າຂອງເຈົ້າ ຄວນປ່ຽນແປງໄດ້ແລ້ວແຫຼະ ຖ້າຕ້ອງການຈະມີຊີວິດທີ່ປະສົບຄວາມສໍາເລັດ!!!

ແລະນີ້ຄື ສິ່ງທີ່ແມ່ຍິງປະສົບຄວາມສໍາເລັດ ມັກເຮັດກ່ອນ 9 ໂມງເຊົ້າ…

1.​ ເຄື່ອນໄຫວຮ່າງກາຍໃນຕອນເຊົ້າ

ບໍ່ຈໍາເປັນຕ້ອງເຖິງຂັ້ນລຸກຂຶ້ນມາອອກກໍາລັງການ ພຽງເຝິກ ໂຍຄະ ຫຼືໄປຍ່າງຫຼິ້ນ ກໍຊ່ວຍເຮັດໃຫ້ເລືອດລົມສູບສີດ ຫຼຸດຄວາມຕຶງຄຽດ ແລະ ເສີມສ້າງອາລົມໄດ້ແລ້ວ

2. ບໍ່ກົດປຸ່ມເລື່ອນເວລາໂມງປຸກ

ການກົດປຸ່ມເລື່ອນເວລາໂມງປຸກ ຈະເຮັດໃຫ້ໂມງຊີວະພາບຂອງເຈົ້າເກີດອາການວົນກັບ ເຊິ່ງອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນ ແລະ ອ່ອນເພຍຫຼາຍເປັນພິເສດ ໂດຍອາການດັ່ງກ່າວຈະກິນເວລາດົນເຖິງ 2-4 ຊົ່ວໂມງເລີຍແຫຼະ!! ຍ້ອນແບບນີ້ ເຫຼົ່າແມ່ຍິງຜູ້ທີ່ປະສົບຄວາມສໍາເລັດ ຈຶ່ງຕ້ອງເຝິກຕົວເອງໃຫ້ຕື່ນທັນໂມງປຸກດັງ

3. ຮັບປະທານອາຫານເຊົ້າ

ອາຫານເຊົ້າ ຄືແຫຼ່ງພະລັງງານທີ່ເຈົ້າຕ້ອງການ ເພື່ອເລີ່ມຕົ້ນວັນໃໝ່ຢ່າງແທ້ຈິງ ເຊິ່ງຄົນທີ່ເຮັດວຽກໄດ້ດີ ແລະ ຜູ້ປະສົບຄວາມສໍາເລັດທັງຫຼາຍ ຈຶ່ງມັກໃຫ້ຄວາມສໍາຄັນກັບການຮັບປະທານອາຫານເຊົ້າເພື່ອສຸຂະພາບສະເໝີ ເພາະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ ດັ່ງນັ້ນ ພວກນາງຈະບໍ່ມີອາການສະໝອງເບີ ແລະ ມືນງົງຢ່າງແນ່ນອນ

4. ຈົດລາຍການສິ່ງທີ່ຕ້ອງເຮັດ

ການຈົດລາຍການສິ່ງທີ່ຕ້ອງເຮັດ ຈະມີສ່ວນຊ່ວຍໃນການວາງແຜນ ແລະ ເຮັດໃຫ້ຄວາມຄິດເປັນລະບຽບຮຽບຮ້ອຍ ເຊິ່ງສາມາດຫຼຸດຄວາມຕຶງຄຽດຂອງເຈົ້າລົງໄດ້

5. ໃຫ້ກໍາລັງໃຈຕົວເອງ

ນີ້ຄືພະລັງຂອງການຄິດບວກ ແມ່ຍິງຜູ້ປະສົບຄວາມສໍາເລັດ ຈະຮູ້ຈັກວິທີໃຫ້ກໍາລັງໃຈຕົວເອງໃນຕອນເຊົາ ການເລີ່ມຕົ້ນວັນໃໝ່ດ້ວຍການເວົ້າປຸກໃຈ ຈະຊ່ວຍເພີ່ມພະລັງງານ ແລະ ດຶງຄວາມເປັນແມ່ຍິງມະຫັດສະຈັນຂອງເຈົ້າອອກມາ

6. ອັບເດດຂ່າວສານບ້ານເມືອງ

ແມ່ຍິງທີ່ປະສົບຄວາມສໍາເລັດ ຈະບໍ່ຍອມຕົກເທຣນ ຫຼືພາດຂ່າວສໍາຄັນຂອງບ້ານເມືອງຢ່າງແນ່ນອນ ພວກນາງຈະຕ້ອງອັບເດດປະເດັນສະເໝີ ເພື່ອບໍ່ໃຫ້ຕົວເອງຕົກຂ່າວ

7. ໝັ່ນເຕີມຄວາມຊຸ່ມຊື່ນໃຫ້ແກ່ຮ່າງກາຍ

ສາວໆເຫຼົ່ານີ້ຈະບໍ່ປ່ອຍໃຫ້ຕົວເອງຂາດນໍ້າເດັດຂາດ ເພາະຮູ້ດີວ່າເມື່ອຮາງກາຍຂາດນໍ້າຈະເກີດເອັຟເຟັກຕ່າງໆ ຕາມມາຫຼວງຫຼາຍເຊັ່ນ ການເຈັບຫົວ ແລະ ວິນ ພວກນາງຈຶ່ງປ້ອງກັນອາການເຫຼົ່ານີ້ ດ້ວຍການເລີ່ມຕົ້ນວັນໃໝ່ຢ່າງສົດຊື່ນ ດ້ວຍການດື່ມນໍ້າອຸ່ນຜະສົມນໍ້າໝາກນາວ

8. ໃຊ້ເວລາຄຸ້ມຄ່າ

ຈະມີຄວາມຮູ້ສຶກໃດອີກບໍ່ ທີ່ໜັກໄປກວ່າການຟ້າວຟັ່ງອອກຈາກບ້ານໃນຕອນເຊົ້າ? ເຈົ້າສາມາດສະຫງົບສະຕິອາລົມ ແລະ ຮັກສາພະລັງງານໄວ້ໄດ້ ຖ້າເຈົ້າມີເວລາເຫຼືອເຟືອກັບການກະກຽມຕົວໃນຕອນເຊົ້າ

9. ເຮັດສິ່ງທີ່ມີຄວາມສຸກເປັນສິ່ງທໍາອິດ

ການຕື່ນມາເຮັດກິດຈະກໍາໃນຕອນເຊົ້າງ່າຍໆ ທີ່ເຮັດໃຫ້ເຈົ້າມີຄວາມສຸກ ບໍ່ວ່າຈະເປັນການອ່ານໜັງສືຂະນະທີ່ຈິບກາເຟ ຫຼືແມ່ນແຕ່ການເບິ່ງໂທລະພາບຈະເຮັດໃຫ້ວັນນັ້ນຂອງເຈົ້າເຕັມໄປດ້ວຍຄວາມມ່ວນຊື່ນຫຼາຍຍິ່ງຂຶ້ນ.

ຮຽບຮຽງໂດຍ: Kuanjai Magazine

Cr: Women Mthai

ແບ່ງປັນ