Breaking News

ບໍ່ໄດ້ທ້າແຕ່ຢາກໃຫ້ລອງ!! 5 ວິທີປ່ຽນຕົວເອງໃຫ້ກາຍເປັນ “ແມ່ຍິງຄິດບວກ”

ແບ່ງປັນ

ເພາະຊີວິດບໍ່ແມ່ນເລື່ອງງ່າຍ ໃນແຕ່ລະມື້ມີບັນຫາຫຼາຍຢ່າງເຂົ້າມາໃຫ້ແກ້ໄຂ ຄວາມຄຽດສະສົມຈາກຫຼາຍໆເລື່ອງ ເຮັດໃຫ້ເຮົາອາດຈະເປັນຄົນຄິດຫຼາຍ ກັງວົນ ແລະ ສ້າງກໍາແພງໃຫ້ຕົວເອງ ຈົນກາຍເປັນຄົນເບິ່ງໂລກໃນແງ່ລົບໄປໂດຍບໍ່ຮູ້ຕົວ ໃນເມື່ອຮູ້ແບບນີ້ແລ້ວ ວ່າບັນຫາບາງຢ່າງ ເຮົາກໍບໍ່ສາມາດຄວບຄຸມໄດ້ ຊັ້ນລອງປ່ຽນມາເປັນ ແມ່ຍິງຄິດບວກ ເບິ່ງໂລກໃນແງ່ດີກັນດີກວ່າ!!! ເຊິ່ງວ່າຈະເຮັດໄດ້ແນວໃດນັ້ນ ຂວັນໃຈ ມີເຄັດບໍ່ລັບມາຕ້ອນ…

1. ຢ່າມົວແຕ່ໂທດໂຊກສະຕາ

ຈື່ໄວວ່າ ທຸກສິ່ງຢ່າງທີ່ເກີດຂຶ້ນ ລ້ວນແຕ່ມີທີ່ໄປທີ່ມາ ມີເຫດ ແລະ ຜົນຢູ່ສະເໝີ ຖ້າມົວແຕ່ໂທດໂຊກສະຕາ ເຈົ້າຈະບໍ່ມີວັນເຫັນທາງແກ້ໄຂໄດ້ ແຕ່ຖ້າເຈົ້າເບິ່ງວ່າບັນຫາ ຫຼືອຸປະສັກທີ່ພົບນັ້ນ ເປັນເລື່ອງທີ່ເກີດຈາກຄວາມບໍ່ຮອບຄອບຂອງເຈົ້າເອງ ຫຼືເກີດຈາກຄົນອື່ນ ເຈົ້າມີເຫດຜົນ ແລະ ຄິດຊອກຫາທາງແກ້ໄຂໄວ້ປັບໃຊ້ໃນຄັ້ງໜ້າ…

ไม่ยากถ้าจะทำ! 5 วิธี เปลี่ยนตัวเอง ให้กลายเป็น ผู้หญิงคิดบวก

2. ຢູ່ກັບປັດຈຸບັນ ຢ່າັງວົນກັບເລື່ອງທີ່ຍັງບໍ່ເກີດ

ຫຼາຍຄັ້ງທີ່ເຈົ້າມັກຈະມາຄິດຫຼາຍກັບເລື່ອງທີ່ຍັງບໍ່ເກີດ ຄິດວົນໄປວົນມາວ່າ ສິ່ງທີ່ກໍາລັງຈະເກີດຕ້ອງມີແຕ່ເລື່ອງບໍ່ດີ ທັ້ງໆທີ່ຍັງບໍ່ມີເຫດການໃດໆເກີດຂື້ນເລີຍ ການຢູ່ກັບປັດຈຸບັນຈຶ່ງຈໍາເປັນຫຼາຍ ເຮັດປັດຈຸບັນໃຫ້ດີ ໃຫ້ເຕັມທີ່ ແລ້ວຜົນທີ່ຕາມມາຈະດີເອງ ແລະ ທີ່ສໍາຄັນ ຄວນມີແຜນສໍາຮອງຢູ່ທຸກຄັ້ງ ຈະໄດ້ອຸ່ນໃຈວ່າ ຖ້າເກີດບັນຫາຂຶ້ນມາຈະແກ້ໄຂແນວໃດແດ່…

ไม่คาดหวังก็ไม่ผิดหวัง อยู่กับปัจจุบันมีความสุขมากกว่าที่คิด

3. ເຝິກໃຫ້ເປັນຄົນຍືດຫຍຸ່ນຫຼາຍຂຶ້ນ

ແມ່ນຫຍັງທີ່ເຄັ່ງເກີນໄປບໍ່ແມ່ນເລື່ອງທີ່ດີ ຄວນເຝິກເປັນຄົນທີ່ຮູ້ຈັກໃຫ້ອະໄພ ແລະ ຍືດຫຍຸ່ນແນ່ ຫຼຸດຄວາມຄາດຫວັງ ແລະ ເຜື່ອໃຈໃຫ້ເປັນ ເທິງໂລກນີ້ບໍ່ມີຫຍັງແນ່ນອນ ທຸກຢ່າງມີການປ່ຽນແປງໄດ້ສະເໝີ ຄົນທີ່ປັບຕົວໄດ້ ຈະມີຄວາມສຸກຫຼາຍທີ່ສຸດ

โครงการโรงพยาบาลมีสุข

4. ຫັນມາດູແລຕົວເອງ

ຫຼາຍຄັ້ງທີ່ເຈົ້າມົວແຕ່ໃສ່ໃຈຄົນອື່ນ ໂຟກັສທຸກຢ່າງທີ່ບໍ່ແມ່ນຕົວເອງ ຈົນເກີດຄວາມຄຽດສະສົມ ລອງຫັນມາຮັກຕົວເອງ ເບິ່ງແຍງຕົວເອງໃຫ້ຫຼາຍຂຶ້ນ ເລີ່ມຈາກ ອອກກໍາລັງກາຍ ກ່ອນເລີຍ ລອງປ່ຽນ ຊົງຜົມ ປ່ຽນ ສະຕາຍການແຕ່ງຕົວ ຫຼືອາດຈະຊອກງານອະດິເລກເຮັດເພີ່ມຕຶ່ມເຊັ່ນ ຮຽນພາສາ ຮຽນເຮັດຂະໜົມ ສິ່ງເຫຼົ່ານີ້ຈະເຮັດໃຫ້ເຈົ້າຮູ້ສຶກມີຄຸນຄ່າຫຼາຍຂຶ້ນກວ່າເກົ່າຫຼາຍເທົ່າເລີຍແຫຼະ!!!

แนะวิธีเปลี่ยนตัวเองให้ดูดี ต้อนรับศักราชใหม่ ให้ไฉไลกว่าที่เคยเป็น
5 วิธีหาแรงบันดาลใจให้หันมาดูแลตัวเอง - Bright Today

5. ຍິ້ມເຂົ້າໄວ້ ມ່ວນກັບເລື່ອງເລັກໆ ນ້ອຍໆ

ມີຄວາມສຸກກັບເລື່ອງເລັກໆ ນ້ອຍໆໄດ້ ຄືຈຸດເລີ່ມຕົ້ນທີ່ດີຂອງການເປັນ ແມ່ຍິງຄິດບວກ ເຈົ້າຈະເປັນແມ່ຍິງທີ່ໃຜໆກໍຢາກຢູ່ໃກ້ ຢາກໂອ້ລົມນໍາ ເພາະເຈົ້າມີພະລັງບວກໃນຊີວິດ ພຽງແຕ່ປ່ຽນຄວາມຄິດ ຊີວິດເຈົ້າກໍປ່ຽນໃນທັນທີ.

❤️ ❤️ ❤️ ความสุขอยู่ที่ไหนเอ่ย ? ❤️ ❤️ ❤️ | คลับกิ๊ก ...

ຮຽບຮຽງໂດຍ: Kuanjai Magazine

Cr: Women Mthai

ແບ່ງປັນ