Breaking News

ຊົມເຊີຍໃນຄວາມສາມາດ ແລະ ກ້າສະແດງອອກ!!! ສອງອ້າຍນ້ອງເຈມ-ກູດ ຈາກເດັກນ້ອຍບ້ານນອກ ສູ່ນັກຮ້ອງດັງ 40 ລ້ານວິວ ກາຍເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ…

ແບ່ງປັນ

ເປັນເລື່ອງທີ່ໜ້າຍິນດີຫຼາຍ ສໍາລັບປາກົດການກະແສຄວາມນິຍົມເພງລາວ ທີ່ກໍາລັງມາແຮງໃນໄລຍະນີ້!! ດັ່ງທີ່ເຄີຍນໍາສະເໜີເພງດັງຈາກ You Tuber ຊື່ດັງໄປແລ້ວ ຫຼັງປ່ອຍເພງ ຢາກເປັນລູກເຂີຍ ອອກໄປໄດ້ບໍ່ດົນ ກໍມີຍອດຄົນເບິ່ງເຖິງ 40 ປາຍລ້ານວິວ. ຄຽງຄູ່ກັບເພງ ຢາກເປັນລູກເຂີຍ ທີ່ມາແຮງຢູ່ໃນຕອນນີ້ ກໍຍັງມີເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ທີ່ປັດຈຸບັນກໍມີຍອດວິວແລ້ວເຖິງ 40 ປາຍລ້ານວິວເຊັ່ນກັນ… ລວມໄປເຖິງເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ຫຼື ທີເຈມ ຢູໂນ ທີ່ໄດ້ຮ່ວມຮ້ອງເພງ ຢາກເປັນລູກເຂີຍ ກໍກໍາລັງມາແຮງທີ່ສຸດໃນຕອນນີ້!!! ມື້ນີ້ ແອັດຈະພາມາເປີດວາບ 2 ອ້າຍນ້ອງ ນ້ອງເຈມ ແລະ ນ້ອງກູດນໍາກັນ!! ແຕ່ກ່ອນອື່ນໝົດແອັດກໍມີເພງມາໃຫ້ຟັງກ່ອນ…

ເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ

ເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ

ສໍາລັບນ້ອງສອງຄົນທີ່ກໍາລັງຖືກເວົ້າເຖິງຢ່າງຫຼວງຫຼາຍໃນຕອນນີ້ ທັງສອງແມ່ນເປັນອ້າຍນ້ອງກັນ ເປັນເດັກນ້ອຍບ້ານໆ ທີ່ມີຄວາມມັກຮັກໃນດົນຕີ ຈົນມີເພງເປັນຂອງຕົວເອງ ແລະເມື່ອປ່ອຍອອກມາກໍໄດ້ຮັບກະແສຕອບຮັບທີ່ດີຫຼາຍ ຈົນກາຍເປັນປະຫວັດສາດຂອງເພງລາວ ທີ່ມີຍອດຄົນເບິ່ງຫຼາຍທີ່ສຸດໃນ YouTube ເລີຍກໍວ່າໄດ້…

ນ້ອງກູດ ເຈົ້າຂອງເພງ ໃສ່ໃຈໄດ້ແຕ່ມອງ ອາຍຸພຽງ 18 ປີ ແຕ່ຄວາມສາມາດລະດັບນັກຮ້ອງມືອາຊີບຫຼາຍຄົນຍັງບໍ່ເທົ່າ

ນ້ອງເຈມ ຫຼືທີເຈມ ຢູໂນ ເຈົ້າຂອງເພງ ຜູ້ບ່າວລົດໄຖ ແລະ ຮ່ວມຮ້ອງໃນເພງ ຢາກເປັນລູກເຂີຍ ອາຍຸ 19 ປີ…

ຮຽບຮຽງ: Kuanjai Magazine

ຮູບພາບຈາກ: P’Good Tslt Jame Uno

ແບ່ງປັນ