Breaking News

ສຸດສະເທືອນໃຈ!!! ຄູສາອາໂພສ “ເຮັດວຽກມາ 6 ປີ ເຮັດດ້ວຍຄວາມລໍາບາກເງິນເດືອນບໍ່ມີ ພໍ່-ແມ່ຕາຍຈາກ ອາຊີບທີ່ຮັກກໍໄປບໍ່ເຖິງຝັນ” ພ້ອມກ່າວອໍາລາອາຊີບ…

ແບ່ງປັນ

ຮູ້ສຶກວ່າໄລຍະນີ້ຈະມີຂ່າວຄາວເລື່ອງການລາອອກຂອງຄູອາສາຫຼາຍຄົນ ເຊິ່ງແຕ່ລະຄົນນັ້ນກໍໃຊ້ເວລາກັບອາຊີບນີ້ດົນພໍສົມຄວນບໍ່ຕໍ່າກວ່າ 5-6 ປີ ຜົນສຸດທ້າຍຫຼາຍຄົນກໍເວົ້າເປັນສຽງດຽວກັນຄື ອຸດົມການບໍ່ສາມາດຊ່ວຍໃຫ້ຊີວິດຢູ່ລອດໄດ້ ແນ່ນອນວ່າ ນັ້ນກໍຄື ເງິນ ເພາະມັນໝາຍເຖິງຄວາມສາມາດໃນການລ້ຽງດູຕົວເອງ ແລະ ຄອບຄົວ… ເລື່ອງລາວຂອງຄູອາສາຄົນນີ້ກໍເຊັ່ນດຽວກັນ ທີ່ເພິ່ນໄດ້ໂພສຜ່ານ Facebook ສ່ວນຕົວທີ່ຊື່ວ່າ P’Nutnoy Phommaharn ເລົ່າເຖິງຄວາມລໍາບາກໃນການຕັດສິນໃຈຍຸຕິອາຊີບ ຄູອາສາ ທີ່ເຮັດມາໄດ້ 6 ປີ ເຂົ້າປີທີ 7 ແລ້ວແຕ່ກໍຍັງບໍ່ມີວີ່ແວວ ຈຶ່ງຕັດສິນໃຈລາອອກໃນທີ່ສຸດ ໂດຍມີລາຍລະອຽດວ່າ:

“ມາຮອດມື້ນີ້ຈົນໄດ້ 😭😭😭😭ມື້ທີ່ເຮົາຕ້ອງອຳລາ ຈາກການເປັນຄູອາສາ ເຮັດວຽກມາ6ປີ ເຮັດມາດ້ວຍຄວາມລຳບາກ ແຕ່ບໍ່ມີຫຍັງເກີດຂື້ນເລີຍ ເງີນເດືອນກະບໍ່ໄດ້ ທາງບ້ານພໍ່ແມ່ກະເສຍເບີດແລ້ວ ຢູ່ໂຕຄົນດຽວ ສິເຮັດຫຍັງກະຢາກຫວັງເພີ່ງອາຊີບຄູເຮົາກະໄປບໍ່ເຖີງຝັນ ທາງທີຢ່າງມາມັນຕັນແລ້ວເຮົາກະຕ້ອງຖອຍອອກມາ ສຸດທ້າຍນີ້ກະຂໍຂອບໃຈເອື້ອຍອ້າຍຄູ.ທີ່ຢູ່ໂຮງຮຽນມໍຕົ້ນເວີນຄຳເມືອງແກ່ນທ້າວແຂວງໄຊຍະບູລີທຸກຄົນທີ່ໃຫ້ຄວາມຊ່ວຍເຫຼືອ.ຕະຫລອດຮອດພໍ່ແມ່ອ້າຍເອື້ອຍນ້ອງເບີດທຸກຄົນທີ່ຄອຍໃຫ້ຄວາມຊ່ວຍເຫຼືອຕະຫລອດມາ #ລ່າກ່ອນຊີວິດຄູອາສາ(ຍ້ອນເຮົາເສັງບໍ່ໄດ້)”

ຫຼັງຈາກທີ່ໂພສດັ່ງກ່າວຖືກເຜີຍແຜ່ອອກມາ ກໍໄດ້ມີໝູ່ເພື່ອນ ແລະ ຊາວເນັດເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ລວມເຖິງໃຫ້ກໍາລັງໃຈ ແລະ ແນະນໍາວຽກໃຫ້… ເຊິ່ງອ່ານແລ້ວກໍຮູ້ສຶກເສົ້າໄປນໍາ ແນວໃດແອັດກໍຂໍເປັນກໍາລັງໃຈໃຫ້ ອ້າຍຄູ ໃຫ້ພົບກັບທາງເລືອກໃໝ່ທີ່ດີ ເໝາະສົມກັບຕົວເອງ ແລະ ມີຄວາມສຸກຫຼາຍໆເດີ້!!!

ໂພສດັ່ງກ່າວ

ແບ່ງປັນ