Breaking News

ແຊຣ໌ໄວ້ເລີຍ!!! 10 ເຕັກນິກການເຮັດວຽກໃຫ້ງ່າຍຂຶ້ນ ທີ່ຄົນປະສົບຄວາມສໍາເລັດບໍ່ເຄີຍບອກເຈົ້າ…

ແບ່ງປັນ

ໃນວົງຈອນຂອງການເຮັດວຽກບໍ່ວ່າສາຂາອາຊີບໃດກໍຕາມ ຄົນສ່ວນຫຼາຍຈະມີເປົ້າໝາຍດຽວກັນຄືຄວາມສໍາເລັດ (ຄົນສ່ວນໜ້ອຍທີ່ບໍ່ຢາກປະສົບຄວາມສໍາເລັດຄືຄົນທີ່ບໍ່ມີເປົ້າໝາຍໃຫ້ຕົວເອງ) ມື້ນີ້ຂວັນໃຈໄດ້ມີໂອກາດໄປອ່ານບົດຄວາມໜຶ່ງມາ ເຊິ່ງເປັນບົດຄວາມທີ່ຮຽບຮຽງຈາກໜັງສືເຫຼັ້ມໜຶ່ງ ເຊິ່ງເນື້ອໃນໄດ້ບອກວ່າ ໜັງສືເຫຼັ້ມນີ້ສາມາດພິກຊີວິດນັກທຸລະກິດຊາວຍີ່ປຸ່ນມາແລ້ວຫຼາຍກວ່າ 6.000 ຄົນ ດ້ວຍວິທີການເຮັດວຽກທີ່ຄົນປະສົບຄວາມສໍາເລັເຂົາເຮັດ ແຕ່ບໍ່ເຄີຍບອກເຈົ້າ!!! ແຕ່ມື້ນີ້ ແອັດຈະນໍາມາໃຫ້ທຸກຄົນໄດ້ອ່ານ ກັບ 10 ເຕັກນິກການເຮັດວຽກທີ່ຊ່ວຍປ່ຽນ ພະນັກງານທໍາມະດາ ໃຫ້ເປັນ ພະນັກງານທີ່ເປັ່ງປະກາຍ ຈະມີຫຍັງແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ…

  1. ເມື່ອໄດ້ຮັບມອບໝາຍວຽກ ລອງຢຸດຄິດກ່ອນວ່າ ຄວນເຮັດຫຍັງ

ເລີ່ມຈາດຈັດລໍາດັບຄວາມສໍາຄັນຂອງວຽກ ໂດຍຄິດວ່າແມ່ນຫຍັງທີ່ເຮັດໃຫ້ຜົນງານເພີ່ມຂຶ້ນ ເພາະບໍ່ວ່າເຈົ້າຈະທຸ່ມເທເຮັດວຽກຂະໜາດໃດ ທຸກຄົນກໍມີເວລາ 24 ຊົ່ວຖມງເທົ່າກັນ ບໍ່ມີທາງທີ່ເວລາຈະເພີ່ມຂຶ້ນ ດັ່ງນັ້ນ ເຈົ້າຈຶ່ງບໍ່ຈໍາເປັນຕ້ອງທຸ່ມເທກັບວຽກທຸກອັນ.

2. ຖ້າຕ້ອງການເພີ່ມຜົນງານຈົ່ງຕັດໃຈເລືອກ ວຽກທີ່ບໍ່ຕ້ອງເຮັດ

ເພາະບໍ່ແມ່ນວ່າການເຮັດວຽກທຸກຢ່າງຈະເກີດຜົນງານສະເໝີໄປ ຄວາມຈິງແລ້ວການເຮັກວຽກງານສໍາຄັນພຽງ 20% ຕາມກົດ 20/80 ກໍຊ່ວຍໃຫ້ຜົນງານພຽງພໍຕໍ່ຄວາມສໍາເລັດແລ້ວ ສະນັ້ນ ການເຊົາເຮັດ ຈຶ່ງກາຍເປັນສິ່ງສໍາຄັນກວ່າ ການລົງມືເຮັດ ອີກທັງຍັງເຮັດໃຫ້ມີເວລາເຮັດສິ່ງໃໝ່ອີກດ້ວຍ.

3. ບໍ່ມີວຽກງານໃດທີ່ ໂອກາດຄວາມພາດເປັນສູນ

ຈຶ່ງແບ່ງຄວາມຄິດອອກເປັນສອງປະເພດໃຫຍ່ໆຄື: ຄວາມຜິດທີ່ຍອມຮັບໄດ້ ເຊິ່ງສົ່ງຜົນກະທົບໃນລະດັບຕໍ່າ ກັບຄວາມຜິດທີ່ຍອມຮັບບໍ່ໄດ້ ເຊິ່ງສົ່ງຜົນກະທົບໃນລະດັບສູງ ສະນັ້ນ ຈົ່ງຄໍານຶງເຖິງລະດັບຜົນກະທົບທີ່ໄດ້ຮັບຈາກຄວາມຜິດນັ້ໜ ການຢຸດຄິດຈັກ 5 ວິນາທີ ກ່ອນຈະລົງມືເຮັດວ່າແມ່ນຫຍັງຄື ຄວາມຜິດທີ່ຍອມຮັບບໍ່ໄດ້ ຈະຊ່ວຍຫຼີກລ່ຽງບັນຫາທີ່ຈະເກີດຂຶ້ນ.

4. ກາານກວດສອບໃຫ້ດີກ່ອນຈະຊ່ວຍໃຫ້ຫຼຸດອັດຕາການເກີດຄວາມຜິດພາດໄດ້

ເພື່ອໃຫ້ວຽກລາບລື່ນຈຶ່ງຈໍາເປັນຕ້ອງກວດສອບລ່ວງໜ້າທຸກຂັ້ນຕອນ ແລະ ຖິ້ມຄວາມຄິດທີ່ວ່າ ໜ້າຈະໂອເຄແລ້ວ ຫຼື ທີ່ຜ່ານມາກໍບໍ່ເຫັນເປັນຫຍັງ ຖິ້ມໃຫ້ໝົດ ເຈົ້າຕ້ອງຄິດອີກແບບວ່າ ແບບນີ້ໃຊ້ໄດ້ແລ້ວຫວາ ເພາະສ່ວນຫຼາຍຄວາມຜິດພາດມັກຈະເກີດຈາກຄວາມປະມາດ ຫຼືຊະລ່າໃຈ.

5. ວຽກກໍຄືກັບກາຍຍະກໍາໝູນຈານ

ເຈົ້າຕ້ອງເບິ່ງໃຫ້ອອກວ່າຈານໃບໃດໝູນຊ້າລົງ ແລະ ມີໂອກາດຕົກລົງມາແຕກຫຼາຍກວ່າ ແລ້ວເຂົ້າໄປໝູນຈານໃບນັ້ນ ຖ້າເຈົ້າໝູນຈາຍຫຼາຍໃບຕ້ອງຕັດສິນໃຈວ່າ ຄວນໝູນໃບໃດກ່ອນ ຄືກັນກັບການເພີ່ມຜົນງານໃນເວລາທີ່ມີຢູ່ຢ່າງຈໍາກັດ ເຈົ້າຕ້ອງຮູ້ວ່າ ບໍ່ຈໍາເປັນຕ້ອງລົງແຮງກັບວຽກທີ່ບໍ່ຕ້ອງເຮັດຫຍັງກໍສາມາດເດີນໜ້າໄປໄດ້ຢູ່ແລ້ວ ນັ້ນໝາຍຄວາມວ່າ ຢ່າໝູນຈານໃບທີ່ໝູນເອງໄດ້ ແຕ່ຈົ່ງໝູນຈານໃບທີ່ເບິ່ງຄືຈະຕົກ ຕ່າງຫາກ.

6. ຢ່າເຮັດວຽກແບບຜ່ອນສົ່ງ

ຄວນເຮັດວຽກໃຫ້ສໍາເລັດໃນເທື່ອດຽວ ຄໍາວ່າ ເອົາໄວ້ກ່ອນ ເປັນຄໍາເວົ້າສໍາລັບຄົນທີ່ມີເວລາເຫຼືອເຝືອ ວຽກທີ່ລາກຍາວໄປເລື້ອຍໆ ມີແຕ່ຈະຍິ່ງສະສົມເພີ່ມຂຶ້ນ ຈົນທ້າຍທີ່ສຸດກໍບໍ່ມີຜົນງານທີ່ສໍາເລັດອອກມາຈັກຢ່າງ.

7. ຄວນຕັ້ງກໍານົດເວລາໃຫ້ຕົວເອງວ່າ ວຽກທີ່ເຮັດຢູ່ຕ້ອງສໍາເລັດພາຍໃນຈັກຊົ່ວໂມງ

ແລະ ຢຸດຄິດຈັກ 5 ວິນາທີກ່ອນລົງມືເຮັດ ຄວນເລີ່ມເຮັດວຽກໃດກ່ອນ ຈະຊ່ວຍໃຫ້ມຸ່ງໄປຍັງເປົ້າໝາຍໄດ້ໄວຂຶ້ນ.

8. ຢ່າເສຍເວລາກັບການເປີດອ່ານ Email ທັງໝົດຈາກເທິງລົງລຸ່ມ

ແຕ່ໃຫ້ເລືອກເປີດອ່ານຈາກເລື່ອງທີ່ສໍາຄັນກ່ອນ ການຄໍານຶງວ່າ ຄວນເຮັດຫຍັງກ່ອນ ຫຼື ບໍ່ສິ່ງອື່ນທີ່ຄວນເຮັດຫຼາຍກວ່ານີ້ ຫຼືບໍ່? ສິ່ງເຫຼົ່ານີ້ເອີ້ນວ່າທັກສະ ການຈັດລໍາດັບຄວາມສໍາຄັນ

9. ເມື່ອຮັບຄໍາສັ່ງຈາກຫົວໜ້າແລວ ຢ່າຟ້າວລົງມືເຮັດໃນທັນທີຕາມຄວາມເຂົ້າໃຈຂອງຕົນ

ເພາະເປັນໄປໄດ້ວ່າສິ່ງທີ່ເຈົ້າຄິດກັບສິ່ງທີ່ຫົວໜ້າຢາກໃຫ້ເຮັດນັ້ນເປັນຄົນລະເລື່ອງກັນ ສະນັ້ນ ຄວນຖາມໃຫ້ແນ່ໃຈກ່ອນ ເຊັ່ນ ຕ້ອງການໃຫ້ວຽກອອກມາປະມານນີ້ແມ່ນບໍ່? ເພື່ອໃຫ້ເຈົ້າໝົດຄວາມກັງວົນກັບວຽກທີ່ເຮັດຢູ່ຈະບໍ່ເສຍເວລາລ້າ.

10. ວຽກທີ່ຜິດເປົ້າໝາຍເກີດຈາກການຂາດກະບວນການ ຄິດກ່ອນລົງມືເຮັດ

ຫຼືການ ຄິດຜິດປະເດັນ ນັ້ນເອງ ຖ້າເຈົ້າຖືກວຽກໄລ່ລ່າຢູ່ທຸກເມື່ອແຕ່ກັບບໍ່ມີຜົນງານ ສາເຫດຂອງບັນຫາຄົງບໍ່ແມ່ນເລື່ອງ ວິທີການ ແຕ່ເປັນຍ້ອນເຈົ້າບໍ່ຮູ້ວ່າ ຕ້ອວເຮັດແນວໃດ ຫຼາຍກວ່າ.

ທຸກຄົນ ຖ້າເຈົ້າຍັງເຮັດວຽກຕາມວິທີເກົ່າໆ ທີ່ເຄີຍເຮັດມາຕະຫຼອດ ເຖິງວ່າຈະທຸ່ມເທເພີ່ມເປັນ 2 ເທົ່າ ຜົນງານຄົງບໍ່ຕ່າງຈາກເກົ່າເທົ່າໃດ ລອງປັບປ່ຽນວິທີການເຮັດວຽກຈັກໜ້ອຍໜຶ່ງ ລອງຢຸດຄິດຈັກ “5 ວິນາທີ” ກ່ອນລົງມືເຮັດເບິ່ງເດີ້ ຮັບຮອງວ່າເຈົ້າຈະເຮັດວຽກງ່າຍຂຶ້ນ ສະບາຍຂຶ້ນ ແລະ ມີຜົນງານອອກມາໃຫ້ເຫັນເປັນຮູບປະທໍາໄດ້ບໍ່ຍາກ ມາປົດລ໊ອກຕົວເອງຈາກຊີວິດທີ່ມີແຕ່ຄໍາວ່າ “ເປັນຫຍັງ” ກັນດີກວ່າ

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: MGR Online

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ