Breaking News

ເອົາໃຈໜຸ່ມໆ!!! ທໍາຄວາມຮູ້ຈັກກັບ 10 ເລື່ອງເລິກໆ ຂອງນ້ອງວົງສາ ວ່າທີ່ນາງເອກ 100 ລ້ານວິວຈາກເພງ ຢາກເປັນລູກເຂີຍ… (ແຕ່ໜຸ່ມໆຫຼາຍຄົນຮ້ອງຢາກເປັນນ້ອງເຂີຍ ລຸງໂສພະນາ 555+++)

ແບ່ງປັນ

ຖ້າເວົ້າເຖິງເພງ ຢາກເປັນລູກເຂີຍ ນາທີນີ້ຄົງບໍ່ມີໃຜທີ່ບໍ່ຮູ້ຈັກກັນແມ່ນບໍ່? ເພາະຫຼັງຈາກປ່ອຍຕົວມາ 2 ເດືອນປາຍຍອດວິວກໍພຸ່ງສູງຈົນຕອນນີ້ເກືອບ 80 ລ້ານວິວແລ້ວ ແລະ ເຊື່ອວ່າອີກບໍ່ດົນຄົງຈະໄປເຖິງ 100 ລ້ານວິວຢ່າງແນ່ນອນ!!! ເວົ້າເລື່ອງນັກຮ້ອງໜຸ່ມ 3 ຄົນຫຼາຍໆຄົນຄົງຮູ້ຈັກກັນດີແລ້ວບໍ່ວ່າຈະເປັນເຈົ້າຂອງເພງຄື ໂສພະນາ ຜູ້ແຕ່ງ-ຮ້ອງຄື ເຈມ ຢູໂນ ແລະ ຜູ້ຮ່ວມຟິດທະຣິ່ງຄື ບິກໃຫຍ່ ຫຼືແບກຶ. ແຕ່ທີ່ຫຼາຍຄົນຍັງບໍ່ຮູ້ຈັກດີຄືນາງເອກສາວຂອງເຮົາ ເຊິ່ງກ່ອນໜ້ານີ້ ຂວັນໃຈ ກໍໄດ້ພາໜຸ່ມໆໄປເປີດວາບມາແລ້ວ ແຕ່ກໍຍັງບໍ່ທັນຮູ້ລາຍລະອຽດເທື່ອ ແຕ່ມື້ນີ້ ແອັດຈະມາພາທຸກຄົນໄປທໍາຄວາມຮູ້ຈັກກັບສາວຄົນນີ້ຫຼາຍຂຶ້ນ ຜ່ານ 10 ເລື່ອງແບບເຈາະເລິ!!!

  1. ຊື່ ນາມສະກຸນ: ນ. ວົງສາ ແສງທອງ ຢູ່ບ້ານ ກາງ ເມືອງ ປາກເຊ  ແຂວງ ຈຳປາສັກ

2. ປັດຈຸບັນອາຍຸ 20 ປີ.


3. ເປັນນ້ອງສາວແທ້ໆຂອງ ໂສພະນາ (ເຈົ້າຂອງເພງ)

4. ກໍາລັງສຶກສາຢູ່ທີ່ ວິທະຍາໄລ ແຂວງ ຈໍາປາສັກ (ມຈ) ສາຍພາສາອັງກິດ ປີ 1.

5. ຜົນງານທີ່ຜ່ານມາເຄີຍເຮັດ YouTube ກັບອ້າຍທາງຊ່ອງ Sophana Chanel


6. ສາເຫດທີ່ໄດ້ມາເປັນນາງເອກເອັມວີນີ້ ຍ້ອນເຄີຍເຮັດ Clip ຮ່ວມກັບອ້າຍມາກ່ອນ ກໍເລີຍຊວນມາສະແດງ ເອັມວີ ເພງ ຢາກເປັນລູກເຂີຍ

7. ເປັນຄົນທີ່ສົນໃຈເລື່ອງສຸຂະພາບເປັນພິເສດ ໂດຍຈະມັກດຶ່ມນໍ້າຫຼາຍໆ ແລະ ອອກກໍາລັງກາຍ

8. ເວລາວ່າງ ມັກຟັງເພງ ແລະ ເບິ່ງ VDO ຕ່າງໆ ເພື່ອມາປັບໃຊ້ກັບຂອງຕົວເອງ

9. ສະເປັກຜູ້ຊາຍທີ່ ນ້ອງວົງ ມັກແມ່ນເປັນຄົນຕະລົກຢູ່ນໍາແລ້ວສະບາຍໃຈ…

10. ເປົ້າໝາຍສູງສຸດໃນຊີວິດຄື ຢາກເປັນ You Tuber ທີ່ມີຊື່ສຽງ ແລະ ຮຽນໃຫ້ຈົບ

ສໍາລັບໃຜທີ່ຢາກຕິດຕາມຜົນງານຂອງນ້ອງກໍຕິດຕາມໄດ້ທາງຊ່ອງ Sophana Chanel ເດີ້!!!

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: Vong Vongsa

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ