Breaking News

ໝົດ Passion ກັບວຽກທີ່ເຮັດຈະໄປຕໍ່ແນວໃດ??? ມາເບິ່ງ!! 5 ເຄັດລັບແກ້ອາການໝົດໄຟໃນການເຮັດວຽກ…

ແບ່ງປັນ

ໄປເຮັດວຽກມື້ໃດກະຮູ້ສຶກເບື່ອ ໄດ້ແຕ່ເຝົ້າເບິ່ງໂມງວ່າເມື່ອໃດຈະຮອດໂມງເລີກວຽກ ຖ້າເຈົ້າມີຊີວິດແຕ່ລະມື້ໄປເພື່ອໃຫ້ຮອດດເວລາເລີກວຽກຢ່າງດຽວ ນັ້ນເປັນເພາະວ່າເຈົ້າເລີ່ມໝົດ Passion ຫຼືໝົດໄຟ ໃນການເຮັດວຽກແລ້ວ ເຊິ່ງສາເຫດຫຼັກໆ ມັກຈະມາຈາກການເຮັດວຽກເກົ່າໆ ຊໍ້າໆ ຊາກໆ ເງິນເດືອນກໍໜ້ອຍ ຢູ່ແຕ່ໃນສະພາບແວດລ້ອມເກົ່າໆ ເຮັດວຽກໜັກເກີນໄປ ເຄຼຍເທົ່າໃດກໍບໍ່ໝົດຈັກເທື່ອ…

ຖ້າໃຜທີ່ກໍາລັງເປັນແບບນີ້ຢູ່ ລອງມາຈູດໄຟໃຫ້ກັບຕົວເອງອີກຄັ້ງ ກັບ 5 ເຄັດລັບທີ່ ຂວັນໃຈ ນໍາມາຕ້ອນກັນໃນມື້ນີ້ເບິ່ງເດີ້!!!

1. ຄົ້ນຫາເຫດຜົນໃຫ້ພົບ

ສິ່ງທີ່ຈະດັບທຸກໄດ້ກໍຄື ສາເຫດ ຖ້າເຮົາຮູ້ສາເຫດ ເຮົາຈຶ່ງຈະຊອກຫາທາງອອກພົບວ່າ ທຸກແບບນີ້ຄວນໃຊ້ວິທີແກ້ໄຂແບບໃດ ກ່ອນອື່ນເລີຍ ຖາມຕົວເອງກ່ອນວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກເບື່ອກັບວຽກທີ່ເຮັດ ເປັນຫຍັງເຮົາຈຶ່ງບໍ່ຢາກເຮັດຫຍັງເລີຍ ເພາະວຽກເກົ່າໆ ຫົວໜ້າເຂັ້ມງວດເກີນໄປ ເງິນເດືອນບໍ່ດຶງດູດພໍ ຫຼືເລີ່ມໝົດຄວາມມ່ວນກັບວຽກທີ່ເຮັດ ຫຼືເຫດຜົນອື່ນໆ ຖ້າເຈົ້າພົບແລ້ວ ກໍຄ່ອຍໆຊອກຫາວິທີແກ້ໄຂໃຫ້ຖືກຈຸດຕໍ່ໄປຈ່າ


2. ມ່ວນໄປກັບເປົ້າໝາຍໃໝ່ໆ ກັບວຽກເກົ່າໆ

เคล็ดลับแก้อาการหมดไฟในการทำงาน

ກ່ອນທີ່ຈະເບິ່ງໄປເຖິງອະນາຄົດທີ່ໄກໆ ເຮົາມາເບິ່ງເປົ້າໝາຍໃນວຽກປະຈໍາທີ່ເຮັດຢູ່ກັນດີກວ່າ ບາງເທື່ອການວາງແຜນໄປໄກເກີນໄປ ກໍເຮັດໃຫ້ເຮົາເປັນກັງວົນ ແລະ ຈິດໃຈບໍ່ສະຫງົບລ່ອງລອຍໄປໄກ ແຕ່ການກໍານົດເປົ້າໝາຍໄລຍະສັ້ນ ຈະເຮັດໃຫ້ເຮົາຫັນມາ Focus ສິ່ງທີ່ໃມກ້ຕົວຫຼາຍຂຶ້ນ ເຮົາເຂົ້າມາເຮັດວຽຫບ່ອນນີ້ເພື່ອຫຍັງ ແລ້ວຈຸດແຮງບັນດານໃຈໃຫ້ເຮົາົຄວ້າສິ່ງທີ່ໃຝ່ຝັນໃຫ້ສໍາເລັດ ຫຼືຈະເປັນເປົ້າໝາຍໃໝ່ໆ ໃນວຽກເກົ່າໆ ກໍໄດ້ ສິ່ງນີ້ຈະກະຕຸ້ນໃຫ້ເຮົາຢາກເຮັດນີ້ເຮັດນັ້ນ ເພື່ອໃຫ້ບັນລຸເປົ້າໝາຍ ເມື່ອຮູ້ຕົວອີກຄັ້ງກໍເພີດເພີນໄປກັບສິ່ງທີ່ເຮັດ ຈົນບໍ່ມີເວລາໄປນຶກເຖິວເລື່ອງອື່ນເລີຍຈ່າ…

3. ນອນໃຫ້ພຽງພໍ

ເລື່ອງການນອນຫຼັບກໍພໍຊ່ວຍເລື່ອງອາການໝົດໄຟໃນໄວເຮັດວຽກໄດ້ເຊັ່ນກັນ ເພາະບາງຄັ້ງມັນກໍເກີດຈາກຮ່າງກາຍເຮົາຜັກຜ່ອນໜ້ອຍເກີນໄປ ນອນບໍ່ພໍ ເອົາເວລານອນໄປເຮັດວຽກໝົດ ເມື່ອເຮັດທຸກມື້ ເຮົາກໍເລີ່ມອ່ອນເພຍ ໝໄດແຮງ ເລີຍເຮັດໃຫ້ຮູສຶກໄປວ່າ ວຽກນີ້ມັນໜ້າເບື່ອ ບໍ່ຈົບ ບໍ່ສິ້ນຈັກເທື່ອ ວິທີແກ້ກໍຄື ຄວນຊອກເວລານອນໃຫ້ພຽງພໍ ຊ໊າດພະລັງງານໃຫ້ເຕັມທີ່ ແລ້ວມາສູ້ກັບວຽກໃນມື້ຕໍ່ໄປ.

4. ຊອກເວລາວ່າງພັກກາງເວັນ

เคล็ดลับแก้อาการหมดไฟในการทำงาน

ມື້ພັກຍາວ ເຮັດໃຫ້ເຮົາຫຼີກໜີຈາກຄວາມຕຶງຄຽດໃນວຽກໄດ້ພຽງຊົ່ວຄາວເທົ່ານັ້ນ ແຕ່ເມື່ອກັບມາເຮັດວຽກເຮົາກໍຕຶງຄຽດກວ່າເກົ່າ ຈົນນໍາມາສູ່ອາການໝົດໄຟ ບໍ່ຢາກພົບຢາກເຈິກັບວຽກອີກແລ້ວ ວິທີການແກ້ໄຂກໍຄື ລອງໃຫ້ທຸກມື້ມີຊ່ອງວ່າງໃນການຫຼີກໜີຄວາມຕຶງຄຽດລອງເບິ່ງ ດ້ວຍການຊອກເວລາພັກເບກຕອນກາງເວັນ ອອກຫ່າງຈາກວຽກ ໄປລົມກັບໝູ່ຮ່ວມວຽກແນ່ ບາງເທື່ອກໍນັ່ງລົມກັນຫຼິ້ນໆ ອາດຈະເຮັດໃຫ້ເກີດແຮງບັນດານໃຈຈັກຢ່າງກໍໄດ້!!!

5. ປ່ຽນໄປເຮັດສິ່ງໃໝ່ໆ

ໃນເມື່ອເຮັດວຽກທຸກວິທີທາງແລ້ວກໍຍັງເບື່ອ ກໍຍັງເຊັງ ບັນຫາເກົ່າໆ ຍັງແກ້ໄຂບໍ່ໄດ້ ນີ້ເປັນສັນຍານເຕືອນແລ້ວວ່າ ຄົງເຖິງເວລາທີ່ເຈົ້າຕ້ອງໄປຫາປະສົບການໃໝ່ໆໄດ້ແລ້ວ ເພາະບາງເທື່ອການຢູ່ກັບສິ່ງເກົ່າໆ ໂດຍບໍ່ມີຫຍັງໃໝ່ໆ ເຂົ້າມາເລີຍ ອາດຈະເຮັດໃຫ້ເຮົາເບື່ອ ແລະ ໄຟມອດໄປໄດ້ງ່າຍໆ ຖ້າເປັນແນວນີ້ ຢ່າຢ້ານກັບຄວາມທ້າທາຍອັນໃໝ່ ຊອກຫາໂອກາດໃໝ່ໆໄດ້ແລ້ວ

ຢ່າປ່ອຍໃຫ້ໂອກາດໝົດໄຟຢູ່ກັບຕົວເຮົາດົນເກີນໄປ ເພາະອາດຈະເຮັດໃຫ້ເຮົາເສຍເວລາຢູ່ກັບສິ່ງທີ່ບໍ່ຈໍ່ເປັນໄດ້ ລອງສໍາຫຼວດຕົວເອງ ແລະ ແກ້ໄຂດ້ວຍເຄັດລັບເຫຼົ່ານີ້ໄປກ່ອນ ຖ້າໄຟໃນຕົວຍັງບໍ່ຕິດ ທາງອອກສຸດທ້າຍຄື ຍ່າງອອກມາຈາກ Comfort one ໄປຊອກຫາສິ່ງໃໝ່ໆ ທີ່ທ້າທາຍໄດ້ແລ້ວ

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ