Breaking News

ແຟນຄຣັບແຫ່ເຊຍ!!! ຄຣິສຕີນ່າ ລາດສະສິມມາ ຮັບມຸງກຸດ Miss Universe Laos 2020 ຫຼັງໄປຮ່ວມງານຖະແຫຼງຂ່າວ Miss Universe Thailand 2020…

ແບ່ງປັນ

ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 ທີ່ຜ່ານມາ!!!

ຫຼ້າສຸດ ສາວຕີນ່າ ກໍໄດ້ເດີນທາງໄປຮ່ວມງານຖະແຫຼງ Miss Universe Thailand 2020 ທີ່ຈັດຂຶ້ນໃນວັນທີ 5 ສິງຫາ ທີ່ຜ່ານມາ ເຊິ່ງພາບເທິງເວທີຄືມີຄວາມໂດດເດັ່ນແຮງ ຈົນແຟນຄຣັບພາກັນເຊຍ ຢາກໃຫ້ ຕີນ່າ ຮັບມຸງກຸດ Miss Universe Laos 2020 ເພື່ອເຮັດໜ້າທີ່ຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Universe ເຊິ່ງງານນີ້ ກໍເອົາໄວ້ໃຫ້ແຟນຄຣັບມາຕໍ່ນໍາກັນມ່ວນໆ….

ແຕ່ບໍ່ວ່າ Miss Universe Laos 2020 ຈະແມ່ນໃຜ ແຟນນາງງາມລາວຂອງພວກເຮົາກໍຍັງຈະສະໜັບໜູນເຊຍຄືເກົ່າເນາະ!!! ຕອນນີ້ເຮົາໄປເບິ່ງຄວາມໂດດເດັ່ນຂອງ ສາວຕີນ່າ ເທິງເວທີ Miss Universe Thailand 2020 ກັນດີກວ່າ…

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ