Breaking News

ແນະນໍາຫົວໜ້າ!!! ພະນັກງານແບບໃດທີ່ບໍ່ຄວນເບິ່ງຂ້າມ ແລະ ຄວນຮັກສາໄວ້ໃຫ້ດີ…

ແບ່ງປັນ

ໃນແຕ່ລະອົງກອນຕ່າງກໍມີພະນັກງານຫຼາກຫຼາຍປະເພດເຮັດວຽກຮ່ວມກັນ ມີທັງຄົນທີ່ໂດດເດັ່ນເປັນພິເສດ ແລະ ຄົນທໍາມະດາແຕ່ມີຄວາມສາມາດ ໃນຖານະຫົວໜ້າເຮົາຄວນຈະຕ້ອງແຍກໃຫ້ໄດ້ວ່າລູກນ້ອງຄົນໃດມີຝີມືແທ້ ຫຼືມີຄວາມສາມາດຊ່ອນຢູ່ພຽງແຕ່ຖ້າຄົນສະໜັບສະໜູນ ແລະ ຊຸກຍູ້. ສໍາລັບຄົນທີ່ໂດດເດັ່ນຢູ່ແລ້ວຄົງບໍ່ຍາກທີ່ຈະສັງເກດ ແຕ່ຍັງມີພະນັກງານແບບໃດອີກທີ່ບໍ່ຄວນເບິ່ງຂ້າມ…

รับคนทำงานไม่ใช่แต่งงาน

ພະນັກງານອາຍຸນ້ອຍ ຫຼືອາຍຸການເຮັດວຽກໜ້ອຍ

ພວກເຂົາເປັນກຸ່ມທີ່ອາດຈະເອີ້ນໄດ້ວ່າມີໄຟໃນການເຮັດວຽກຫຼາຍທີ່ສຸດອັນດັບຕົ້ນຂອງອົງກອນ ພະນັກງານເຫຼົ່ານີ້ພະຍາຍາມສ້າງຜົນງານເພື່ອການຍອມຮັບ ດັ່ງນັ້ນ ຫົວໜ້າຄວນເປີດໂອກາດໃຫ້ພວກເຂົາໄດ້ສະແດງຝີມືແດ່ ແມ່ນຢູ່ວ່າບາງຢ່າງອາດຈະຕ້ອງໃຊ້ປະສົບການ ແຕ່ເຈົ້າສາມາດໃຫ້ພວກເຂົາເລີ່ມຈາກເຮັດວຽກຮ່ວມກັບພະນັກງານທີ່ມີປະສົບການຫຼາຍກວ່າ ແລະ ຄອຍຕິດຕາມເບິ່ງວ່າພວກເຂົາຮຽນຮູ້ໄດ້ໄວຂະໜາດໃດ ຢ່າເບິ່ງແຕ່ປະສົບການໃນການເຮັດວຽກຢ່າງດຽວ ຖ້າເຈົ້າສາມາດສ້າງແຮງບັນດານໃຈໃຫ້ພະນັກງານກຸ່ມນີ້ໄດ້ໃນໄລຍະທໍາອິດຂອງກາານເຮັດວຽກ ພວກເຂົາຈະກາຍເປັນຊັບພະຍາກອນທີ່ມີຄຸນຄ່າ ມີຝີມື ຈະຮັກ ແລະ ພູມໃຈທີ່ໄດ້ເຮັດວຽກກັບອົງກອນທີ່ເຫັນຄຸນຄ່າໃນຕົວພວກເຂົາ

ພະນັກງານເວົ້າໜ້ອຍແຕ່ຜົນງານດີ

ພວກເຂົາເຫຼົ່ານີ້ ຄືກໍາລັງທີ່ສໍາຄັນທີ່ສຸດໃນອົງກອອນ ຕັ້ງໃຈເຮັດວຽກ ບໍ່ຈົ່ມ ບໍ່ສົນໃຈຊື່ສຽງ ແລະ ຕໍາແໜງເຮັດວຽກໄດ້ດີ ແຕ່ບໍ່ຄ່ອຍສະແດງຕົວຕົນ ຫຼືຜົນງານຫຼາຍປານໃດ ຖ້າເຈົ້າມີພະນັກງານແບບນີ້ຢູ່ໃນທີມລອງສັງເກດ ຫຼືໂອ້ລົມກັບພວກເຂົາເບິ່ງວ່າມີເປົ້າໝາຍຫຍັງແດ່ໃນການເຮັດວຽກ ຢາກເຝິກຝົນຄວາມກ້າສະແດງອອກຫຼາຍຂຶ້ນບໍ່? ພະນັກງານບາງຄົນອາດຈະພໍໃຈແລ້ວກັບຕໍາແໜ່ງ ແລະ ໜ້າທີ່ທີ່ເປັນຢູ່ຫົວໜ້າຄວນສະໜັບສະໜູນໃຫ້ລາວໄດ້ໃຊ້ຄວາມສາມາດຢ່າງເຕັມທີ່ ຄົນເວົ້າໜ້ອຍບໍ່ມັກເຂົ້າສັງຄົມອາດຈະບໍ່ເໝາະສົມກັບຕໍາແໜ່ງບໍລິຫານ ແຕ່ຜົນງານດີກໍຄວນໄດ້ຮັບຄວາມກ້າວໜ້າເຊັ່ນກັນ ອາດຈະມີການສະໜັບສະໜູນໃນທາງເລິກຫຼາຍຂຶ້ນ ໂດຍສະໜັບສະໜູນໃຫ້ພວກເຂົາເຕີບໃຫຍ່ໄດ້ຢ່າງເຕັມທີ່ ເຝິກຝົນ ແລະ ສົ່ງເສີມທັກສະດ້າຮນການສະແດງອອກເພີ່ມຕຶ່ມ.

ພະນັກງານທີ່ເບິ່ງບໍ່ຫຍຸ້ງກັບວຽກຫຼາຍ

ໝົດສະໄໝຂອງການເຮັດວຽກໜັກແຕ່ຜົນລັບໜ້ອຍ ສໍາລັບຍຸກນີ້ ວຽກທີ່ດີຈະຕ້ອງເກີດຈາກການ Work Smart ຄືການເຮັດວຽກໃຫ້ໄດ້ດີທີ່ສຸດໂດຍໃຊ້ເວລາ ແລະ ຊັບພະຍາກອນໃຫ້ໜ້ອຍທີ່ສຸດ ພະນັກງານກຸ່ມນີ້ມັກຈະເປັນກຸ່ມຄົນບໍລິຫານຈັດການເວລາໄດ້ດີ ເຮັດວຽກທຸກຢ່າງແລ້ວສົມໂດຍບໍ່ຕ້ອງຢູ່ເດິກ ຫຼືຫອບວຽກກັບໄປເຮັດຢູ່ເຮືອນ ມີຄວາມສຸກກັບການເຮັດກິດຈະກໍາສ່ວນຕົວຕົນເບິ່ງຄືເປັນຄົນວຽກໜ້ອຍ ຫຼືບໍ່ຕັ້ງໃຈເຮັດວຽກ.

5 วิธีเตรียมตัวก่อนไป “สัมภาษณ์” สำหรับมือใหม่ ทำอย่างไร ให้คุณไม่ ...

ສະຫຼຸບແລ້ວ ຫົວໜ້າທີ່ດີບໍ່ຄວນເບິ່ງຂ້າມລູກນ້ອງທຸກຄົນຂອງຕົວເອງ ເພາະແຕ່ລະຄົນກໍມີຄວາມສໍາຄັນຕໍ່ທີມ ຕ່າງມີຄວາມຮູ້ ມີຄວາມສາມາດທັງໝົດ ສິ່ງທີ່ຫົວໜ້າຄວນເຮັດຄືເບິ່ງລູກນ້ອງໃຫ້ເທົ່າທຽມກັນດ້ວຍໃຈເປັນກາງ ແລະ ໃຫ້ຄວາມສໍາຄັນກັບຄວາມສາມາດຂອງພວກເຂົາຫຼາຍກວ່າພາບລັກທີ່ເຈົ້າເຫັນ ຈາກນັ້ນກໍຊອກວິທີຊ່ວຍພວກເຂົາໃຫ້ແກ້ໄຂຈຸດດ້ອຍ ແລະ ໄດ້ພັດທະນາຄວາມສາມາດຂອງຕົວເອງ ໃນຮູບແບບທີ່ພວກເຂົາເພິ່ງພໍໃຈ ແບບນີ້ແລ້ວລູກນ້ອງກໍຈະເຮັດວຽກຢ່າງເຕັມຄວາມສາມາດ ແລະ ມີຄສາມສຸກທີ່ຈະຢູ່ກັບອົງກອນຕໍ່ໄປ ໃນຂະນະທີ່ອົງກອນກໍຈະໄດ້ຜົນງານທີ່ດີ ຖືເປັນປະໂຫຍດທີ່ໄດ້ຮ່ວມກັນທັງສອງຝ່າຍ…

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: impression

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ