ແປັບດຽວຄົບຮອບໜຶ່ງປີແລ້ວສໍາລັບລູກສາວຫົວແກ້ວຫົວແຫວນຂອງພໍ່ແມັດທິວ ແລະ ແມ່ລີເດຍ ຄືນ້ອງເດມີ່ ຫຼືສາຍານ້ອງແປ໋ວແຫວ໋ວ ທີ່ສຸດແສນຈະໜ້າຮັກ ຈົນເຮັດໃຫ້ແມ່ໆ ປ້າໆ ຫຼົງຈົນໂງຫົວບໍ່ຂຶ້ນກັບຄວາມຂີ້ຫຼິ້ນ ລ້ຽງງ່າຍຂອງນ້ອງ ແລະ ມື້ວານນີ້ທັງສອງກໍໄດ້ພານ້ອງໄປຮ່ວມລາຍການ 3 ແຊ໋ບ ເຊິ່ງໃນລາຍການກໍໄດ້ມີການເຊີໄພ້ວັນເກີດໃຫ້ນ້ອງ ເຊິ່ງບອກໄດ້ເລີຍວ່າໜ້າຮັກສຸດໆເລີຍ!!!

ເຊິ່ງກ່ອນໜ້າທີ່ຊ່ວງທີ່ໂຄວິດ-19 ລະບາດໃນໄທ ທັງແມັດທິວ-ລີເດຍ ຕ່າງກໍຕິດເຊື້ອ ໄດ້ໄປປິ່ນປົວຢູ່ໂຮງໝໍເປັນເວລາເກືອບ 3 ເດືືອນ ຕອນນັ້ນນ້ອງເດມີ່ ກໍມີອາຍຸພຽງ 6 ເດືອນປາຍ ເຊິ່ງຖ້າໃຜມີລູກກໍຈະເຂົ້າໃຈຄວາມຮູ້ສຶກທີ່ຕ້ອງປະລູກອ່ອນໄວ້ລໍາພັງກັບອ້າຍນ້ອງດີແລ່ນ ແຕ່ໃນທີ່ສຸດທັງສອງກໍສາມາດຜ່ານຜ່າເລື່ອງຮ້າຍແຮງດັ່ງກ່າວມາໄດ້ ແລະ ກາຍເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ…

ແລະ ເນື່ອງໃນໂອກາດຄົບຮອບວັນເກີດນ້ອງ 1 ປີເຕັມ ແອັດກໍຂໍອວຍພອນໃຫ້ນ້ອງເປັນເດັກຄໍາຮູ້ ລ້ຽງງ່າຍ ແລະ ໜ້າຮັກແບບນີ້ຕະຫຼອດໄປເດີ້!!! Happy Birthday ນ້ອງເດມີ່…












ຮຽບຮຽງໂດຍ: Kuanjai Magazine
ຮູບພາບຈາກ: น้องดีแลน พ่อแมทธิว แม่ลิเดีย Fc
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine