Breaking News

ອ່ານດ່ວນ!!! 12 ຂໍ້ຄິດເພື່ອຊີວິດການເຮັດວຽກທີ່ດີຂຶ້ນ…

ແບ່ງປັນ

ມື້ນີ້ ຂວັນໃຈມີຂໍ້ຄິດດີໆ 12 ຂໍ້ ທີ່ຈະຊ່ວຍປັບແນວຄິດ ແລະ ທັດສະນະຄະຕິທີ່ມີຜົນດີຕໍ່ການເຮັດວຽກມາໃຫ້ອ່ານ… ລອງໄປເບິ່ງກັນເລີຍ!!!

7 วิธีทำงานให้สำเร็จ | Plearn เพลิน by Krungsri GURU

1. ມະນຸດສໍາພັນ

ເນື່ອງຈາກມະນຸດສໍາພັນເປັນສິ່ງສໍາຄັນ ຖ້າເຈົ້າເຂົ້າກັບເພື່ອນຮ່ວມງານບໍ່ໄດ້ ເຈົ້າຄວນຈະພິຈາລະນາປັບປຸງທັກສະດ້ານມະນຸດສໍາພັນ ເພາະເຖິງວ່າເຈົ້າຈະເກັ່ງຂະໜາດໃດ ເຈົ້າກໍບໍ່ມີທາງປະສົບຄວາມສໍາເລັດໄດ້ ຖ້າມະນຸດສໍາພັນເຈົ້າບໍ່ດີ…

2. ການເຮັດວຽກເປັນທີມ

ປັດຈຸບັນ ກນເຮັດວຽກຈະເນັ້ນບຸກຄົນທີ່ເຮັດວຽກເປັນທີມໄດ້ດີຫຼາຍກວ່າຄົນທີ່ມັກເຮັດວຽກຄົນດຽວ ເນື່ອງຈາກໂລກແຄບລົງ ແລະ ມີການພັດທະນາໃນດ້ານຕ່າງໆ ຫຼາຍຂຶ້ນ ການເຮັດວຽກກໍຕ້ອງເປັນທີມຫຼາຍຍິ່ງຂຶ້ນ ຜູ້ທີ່ມີທັກສະໃນການເຮັດວຽກເປັນທີມ ແລະ ເປັນຜູ້ຮ່ວມທີມທີ່ດີ ຈຶ່ງເປັນສິ່ງຈໍາເປັນໃນການເຮັດວຽກ.

3. ຂໍ້ຕົກລົງໃນການເຮັດວຽກ

ຈື່ໄວ້ວ່າການທີ່ເຈົ້າຮັບປາກຮັບຄໍາກັບໃຜເລື່ອງໃດເລື່ອງໜຶ່ງ ເຈົ້າຕ້ອງຮັບຜິດຊອບ ແລະ ເຮັດໃຫ້ໄດ້ຕາມທີ່ຮັບປາກໄວ້ ຖ້າເຮັດບໍ່ໄດ້ ຫຼືລ່າຊ້າກວ່າທີ່ຮັບປາກ ເຈົ້າຕ້ອງແຈ້ງໃຫ້ບຸກຄົນທີ່ເຈົ້າຮັບປາກຮູ້ລ່ວງໜ້າຢ່າງໜ້ອຍ 2-3 ມື້ ດັ່ງນັ້ນ ກ່ອນທີ່ຈະຮັບປາກໃຜໃນເລື່ອງຂອງການເຮັດວຽກ ຄວນຈະຄິດໃຫ້ຮອບຄອບກ່ອນ.

4. ຂ້ອຍເປັນຂ້ອຍເອງ

ການຈະເປັນສາວໝັ້ນ ເຈົ້າຕ້ອງເບິ່ງເວລາ ແລະ ສະຖານທີ່ໃຫ້ດີກ່ອນ ບໍ່ດັ່ງນັ້ນ ແທນທີ່ຈະຊ່ວຍເສີມໃຫ້ດູດີ ກັບກາຍມາທໍາລາຍອະນາຄົດການເຮັດວຽກຂອງເຈົ້າໄປເລີຍ ຫຼັກການທີ່ດີຄື ເບິ່ງບຸກຄົນທີ່ເຈົ້າຕິດຕໍ່ນໍາ ແລະ ຈະໝັ້ນໃຈຫຍັງກໍຄວນເຮັດຢ່າງພໍດີ.

อิทธิบาท 4 สังคหวัตถุ 4 สร้างการทำงานให้เป็นสุข - Thaihealth.or.th ...

5. ຂໍຢູ່ມິດໆ ຄົນດຽວ

ຂໍ້ນີ້ສໍາຄັນຫຼາຍ ຢ່າພະຍາຍາມເຮັດຕົວບໍ່ແຄໃຜ ເພາະສຸດທ້າຍເຈົ້າຈະເປັນຄົນທໍາອິດທີ່ທຸກຄົນລືມ ຢ່າເປັນຄົນທີ່ຄຽດງ່າຍ ມ່ວນຍາກ ໃຜໆເຂົ້າເຖິງຍາກ ຈະດີກວ່າຖ້າເຈົ້າເປັນຄົນຍິ້ມງ່າຍ ແລະ ເປັນມິດກັບທຸກຄົນ.

6. ວຽກສ່ວນຕົວ

ບໍ່ຄວນນໍາວຽກສ່ວນຕົວທຸກປະເພດຂອງເຈົ້າມາເຮັດໃນເວລາເຮັດວຽກເດັດຂາດ ທາງທີ່ດີທີ່ສຸດຄື ຄວນຈະເຮັດວຽກສ່ວນຕົວນອກເວລາວຽກກປະຈໍາ

7. ຄວາມຮັກ

ບໍ່ຄວນເດັດຂາດທີ່ເຈົ້າຈະເອົາບັນຫາເລື່ອງຄວາມຮັກມາປົນກັບວຽກໃນເວລາດຽວກັນ ເພາະບັນຫາທີ່ຕາມມາ ນອກຈາກຈະແກ້ບັນຫາຄວາມຮັກບໍ່ໄດ້ແລ້ວ ການເຮັດວຽກກໍຍັງບໍ່ມີປະສິດທິພາບອີກດ້ວຍ

8. ເປົ້າໝາຍ

ເປົ້າໝາຍເປັນສິ່ງສໍາຄັນໃນການເຮັດວຽກ ຖ້ເຈົ້າເຮັດວຽກແບບມີເປົ້າໝາຍ ແລະ ມີການວາງແຜນທີ່ດີເຖິງວ່າເຈົ້!ຈະເຮັດບໍ່ໄດ້ ແຕ່ເຈົ້າພະຍາຍາມເຕັມທີ່ແລ້ວ ຮັບຮອງວ່າຫົວໜ້າຈະຕ້ອງເບິ່ງເຈົ້າແບບບໍ່ທໍາມະດາ ແລະ ຈະເປັນໂອກາດທີ່ດີຂອງເຈົ້າໃນການເຮັດຕົວໃຫ້ໜ້າເຊື່ອຖື ແຕ່ລະວັງຢ່າໃຊ້ເປົ້າໝາຍມາເວົ້າ ແຕ່ເຮັດບໍ່ເຄີຍໄດ້ເລີຍ ເພາະຈະກາຍເປັນການໂອ້ອວດຫຼາຍກວ່າ.

6 ปัจจัยหลักผลักคุณสู่ความสำเร็จในการทำงาน

9. ບຸກຄະລິກກະພາບ

ບຸກຄະລິກກະພາບ ແລະ ການແຕ່ງຕົວເປັນອົງປະກອບຢ່າງໜຶ່ງທີ່ຈະຊ່ວຍກໍານົດຄວາມສໍາເລັດໃນການເຮັດວຽກຂອງເຈົ້າ ຢ່າແຕ່ງຕົວຫຼາຍເກີນໄປ ຫຼືໜ້ອຍເກີນໄປ ແລະ ສິ່ງສໍາຄັນຢ່າງແຕ່ງຕົວໃນແບບທີ່ບໍ່ແມ່ນເຈົ້າ ການແຕ່ງຕົວທີ່ດີສໍາລັບກນເຮັດວຽກກໍຄື ສຸພາບ ແລະ ໂຊບຸກຄະລິກກະພາບຂອງເຈົ້າ

10. ຫົວໜ້າ

ຢ່າເຮັດຕົວສະນິດສະໜົມກັບຫົວໜ້າຈົນຄືບໍ່ເຄົາລົບເພິ່ນ ສໍາລັບຫົວໜ້າ ສິ່ງທີ່ດີ ແລະ ເປັນປິໂຫຍດກັບເຈົ້າຫຼາຍທີ່ສຸດກໍຄື ການໃຫ້ກຽດ ໜ້ທີ່ຫຼັກຂອງເຈົ້າຄືການເຮັດໃຫ້ຫົວໜ້າຂອງເຈົ້າດູດີຢູ່ສະເໝີໃນສາຍຕາຄົນອື່ນ ບໍ່ວ່າຈະດ້ວຍຄໍາເວົ້າ ຫຼືການກະທໍາກໍຕາມ

11. ການຈົ່ມຂວັນ

ຈື່ໄວ້ວ່າຢ່າເຂົ້າໄປຢູ່ໃນກຸ່ມທີ່ມີການຈົ່ມຂວັນໃດໆ ໃນການເຮັດວຽກເດັດຂາດ ເພາະສຸດທ້າຍເຈົ້າອາດຈະກາຍເປັນຜູ້ສົມຮູຮ່ວມຄິດ ຫຼືດີບໍ່ດີກາຍເປັນຜູ້ເລີ່ມຈົ່ມຂວັນໂດຍທີ່ບໍ່ໄດ້ເຮັດ ທາງອອກທີ່ດີຄື ຢ່າເວົ້າເຫັນດີ ຫຼືບໍ່ເຫັນດີໂດຍເດັດຂາດ ພຽງແຕ່ນັ່ງຟັງໂດຍບໍ່ອອກຄວາມຄິດເຫັນໃຫ້ບອກວ່າບໍ່ແນ່ໃຈ ຫຼືບໍ່ຮູ້ ຫຼືຂໍອອກຈາກວົງການສົນທະນາ ເທົ່ານີ້ເຈົ້າກໍບໍ່ເສຍທັງໝູ່ ແລະ ບໍ່ເສຍທັງວຽກນໍາ.

12. ຄວາມຄິດສ້ງສັນ

ຫົວໃຈຂອງຄວາມສໍາເລັດໃນການເຮັດວຽກຄື ຄວາມຄິດສ້າງສັນ ເຈົ້າຕ້ອງພະຍາຍາມເຝິກສະໝອງຂອງເຈົ້າໃຫ້ຄິດໃນແບບຂອງເຈົ້າຢູ່ສະເໝີ ເຈົ້າຕ້ອງພະຍາຍາມຄິດວ່າເຈົ້າຈະເຮັດຫຍັງເພີ່ມຕຶ່ມໃຫ້ວຽກທີ່ກໍາລັງເຮັດຢູ່ດີຂື້ນ ຫຼືສະດວກຂຶ້ນກວ່າເກົ່າ ຫຼັກຂອງການເປັນຄົນມີຄວາມຄິດສ້າງສັນງ່າຍໆຄື ກ້າຄິດ ຄິດຕະຫຼອດ ຄິດໃຫ້ຫຼາຍ ແລ້ວເຈົ້າຈະເປັນຄົນມີຄວາມຄິດສ້າງສັນ

ความรักและความเคารพสร้างความสำเร็จในการทำงาน | จ๊อบส์ดีบี ประเทศไทย

ການເຮັດວຽກຮ່ວມກັບຄົນອື່ນໃຫ້ປະສົບຄວາມສໍາເລັດ ເຈົ້າຄວນເລີ່ມຕົ້ນຈາກການເບິ່ງຕົວເຈົ້າເອງ ແລະ ປັບປ່ຽນພຶດຕິກໍາຂອງຕົວເຈົ້າເອງໃຫ້ເປັນຄົນທີ່ເບິ່ງໂລກໃນແງ່ດີຂຶ້ນ ຍິ້ມແຍ້ມແຈ່ມໃສຢູ່ສະເໝີ ໃຫ້ການຊ່ວຍເຫຼືອດ້ວຍຄວາມຈິງໃຈ ມີຄວາມປານີປານອມ ສ້າງຄວາມສໍາພັນທີ່ດີກັບຜູ້ອື່ນຢູ່ສະເໝີ ພຽງເທົ່ານີ້ ເຈົ້າກໍຈະເປັນຄົນທີ່ມີສະເໜ ແລະ ສ້າງຄວາມປະທັບໃຈທີ່ດີກັບບຸກຄົນອື່ນທີ່ເຈົ້່າຕ້ອງການເຮັດວຽກຮ່ວມແລ້ວ…

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ