Breaking News

ສະແດງຄວາມຍິນດີນໍາ!!! ສາວນ້ອຍ ແຮນນ່າ ໄດ້ຮັບໝວກ MVP ໄປຄອງ ຈາກການແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ…

ແບ່ງປັນ

ພັດທະນາຂຶ້ນມາເລື້ອຍໆສໍາລັບຄວາມສາມາດຂອງສາວນ້ອຍ ແຮນນ່າ ໂຣເຊັ້ນບລູມ ສາວລາວໜຶ່ງດຽວທີ່ໄປຮ່ວມແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ ແລະ ຜ່ານມາ ແຮນນ່າ ກໍໄດ້ຜ່ານເຂົ້າຮອບຫຼາຍຄັ້ງຈົນໄດ້ເຂົ້າມາຢູ່ໃນທີມ 3 ທີມສຸດທ້າຍທີ່ຈະມາຮ່ວມແຂ່ງຂັນກັນ ໂດຍແຮນນ່າ ແມ່ນໄດ້ສັງກັດເປັນເດັກເຝິກໃນຄ່າຍຂອງທີມ UNICORN

ແລະ ມື້ຄືນທີ່ຜ່ານມາກໍໄດ້ມີການແຂ່ງຂັນໃນຮອບສຸດທ້າຍ Group Star ເຊິ່ງງານນີ້ນ້ອງແຮນນ່າ ກໍໄດ້ສາມາດສະແດງລີລາການຮ້ອງການເຕັ້ນໄດ້ດີທີ່ສຸດໃນທີມ ຈົນໄດ້ຮັບໝວກ MVP ເຊິ່ງເປັນສັນຍາລັກຂອງຄົນທີ່ໂດດເດັ່ນທີ່ສຸດໃນທີມໄປຄອງ ຈາກການຕັດສິນຂອງລຸ່ນເອຶ້ອຍທີມ UNICORN ນັ້ນເອງ…

ແນວໃດກໍຂໍສະແດງຄວາມຍິນດີນໍານ້ອງແຮນນ່າ ຫຼາຍໆເດີ້ ແລະ ຂໍຊື່ນຊົມໃນຄວາມສາມາດທຸກດ້ານຂອງນ້ອງ ເຊຍນ້ອງຕະຫຼອດເດີ້… ສໍາລັບໃຜທີ່ຢາກຕິດຕາມການແຂ່ງຂັນຂອງແຮນນ່າຄັ້ງນີ້ກໍສາມາດເບິ່ງໄດ້ທີ່ຊ່ອງ Work Point ແລະ Page: Girl Group Star ເດີ້!!!

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: Hannah Rosenbloom

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ