Breaking News

ມາເບິ່ງ!!! 5 ຂໍ້ຄິດດີໆ ປ່ຽນມຸມມອງໃນການເຮັດວຽກ ເພື່ອໃຫ້ມີຄວາມສຸກຍິ່ງຂຶ້ນ…

ແບ່ງປັນ

ຖ້າເຈົ້າຕ້ອງເຮັດວຽກຮ່ວມກັບເພື່ອນຮ່ວມງານເປັນຈໍານວນຫຼວງຫຼາຍ ແລະເຈົ້ານາຍຍຈຸກຈິກ ເຈົ້າຄວນພະຍາຍາມເຂົ້າກັບເພື່ອນຮ່ວມງານໃຫ້ໄດ້ ພະຍາຍາມຄວາມສ້າງຄວາມສໍາພັນທີ່ດີກັບເພື່ອນຮ່ວມງານໄວ້ ແຕ່ນັ້ນກໍອາາດຈະບໍ່ແມ່ນຂໍ້ແກ້ໄຂທັງໝົດ ເພາະວຽກທຸກຢ່າງມັນມີບັນຫາສະເພາະ ແລະ ນີ້ຄື 5 ຂໍ້ຄິດປ່ຽນມຸມມອງໃນການເຮັດວຽກ ເພື່ອການເຮັດວຽກທີ່ມີຄວາມສຸກຍິ່ງຂື້ນ…

บ.วิสด้อม แม็กซ์ เซ็นเตอร์ จำกัด /Wisdom Max Center / การทำงาน ...
  1. ຄວາມຜິດພາດເປັນເລື່ອງທໍາມະດາ ບໍ່ແມ່ນເລື່ອງໃຫຍ່

ໃນການເຮັດວຽກນັ້ນຄົນເຮົາຍ່ອມມີຄວາມຜິດພາດເກີດຂຶ້ນໄດ້ສະເໝີ ສະນັ້ນ ການທີ່ເຮົາມານັ່ງໂທດຕົວເອງນັ້ນມັນກໍບໍ່ມີປະໂຫຍດຫຍັງດອກ ລອງປ່ຽນມຸມມອງໃໝ່ ມາເປັນໃຫ້ກໍາລັງໃຈຕົວເອງເພື່ອວຽກງານທີ່ດີຂຶ້ນຈະດີກວ່າ ແລ້ວຖ້າວ່າເຮົາມາຢູ່ກັບຄວາມຜິດພາດຊໍ້າໆເກົ່າໆ ເຮົາກໍບໍ່ສາມາດເຮັດວຽກຕໍ່ໄປໄດ້ ເຮົາລອງປ່ຽນຄວາມຜິດພາດນັ້ນມາເປັນການຮຽນຮູ້ໃນການເຮັດວຽກຕໍ່ໄປຈະດີກວ່າ…

  1. ເຮັດວຽກໜັກຕອນນີ້ ເພື່ອຄວາມສະບາຍໃນອະນາຄົດ

ບາງຄົນມີວຽກເຂົ້າມາຫຼາຍໃນຊີວິດ ບາງຄັ້ງອາດຈະເກີດຄວາມທໍ້ຖອຍຂຶ້ນມາ ນັ້ນເປັນເລື່ອງທໍາມະດາ ເພາະວ່າຄົນເຮົາເມື່ອມີວຽກເຂົ້າມາມັນກໍຈະເຂົ້າມາເລື້ອຍໆ ຖ້າເົາເຮັດໄດ້ດີ ມັນກໍເປັນຄວາມພາກພູມໃຈຂອງເຈົ້າຫຼາຍກວ່າ ເພາະມັນໝາຍຄວາມວ່າມີຄົນມັກໃນການເຮັດວຽກຂອງເຈົ້າ ດີກວ່າຄົນທີ່ບໍ່ມີວຽກໃຫ້ເຮັດເລີຍ ແມ່ນບໍ່? ແຕ່ເຈົ້າຊໍ້າພັດມານັ່ງອຸກໃຈວ່າວຽກຫຼາຍ ບໍ່ມີເວລາພັັກຜ່ອນ ເອົາເວລາທີ່ນັ່ງອຸກໃຈມາເຮັດວຽກໃຫ້ແລ້ວຮຽບຮ້ອຍໄດ້ຕາມກໍານົດຈະດີກວ່າ ເພາະເມື່ອຜ່ານມັນໄດ້ໄດ້ ຈະພົບກັບຄວາມສະບາຍໃນອະນາຄົດນັ້ນເອງ.

ไม่เครียด งานสำเร็จ มีความสุข
  1. ວຽກນີ້ເຮົາບໍ່ເກັ່ງ ແຕ່ເຮົາກໍຮຽນຮູ້ໄດ້

ຫຼາຍຄັ້ງທີ່ເຮົາອາດຈະໄດ້ຮັບມອບໝາຍວຽກທີ່ເຮົາບໍ່ຖະນັດ ແລ້ວເຮົາກໍມານັ່ງອຸກໃຈຢູ່ ແມ່ນຢູ່ວ່າເຮົາບໍ່ສາມາດເຮັດວຽກໃນສິ່ງທີ່ເຮົາບໍ່ຖະນັດໄດ້ ໃນຊີວິດນີ້ມັນກໍຕ້ອງມີເລື່ອງທີ່ເຮົາບໍ່ມັກເຂົ້າຢູ່ຕະຫຼອດແຫຼະ ເຊິ່ງມັນກໍເຂົ້າມາເພື່ອຈະທົດສອບວ່າເຮົາເຮັດມັນໄດ້ດີສໍ່າໃດ ຄືເປັນການທົດອບຕົວເອງໄດ້ອີກດ້ວຍ ໃນການເຮັດວຽກກໍເຊັນກັນ ເຈົ້າອາດຈະຕ້ອງເຮັດໃນເລື່ອງທີ່ບໍ່ຖະນັດ ຂໍໃຫ້ເຈົ້າປ່ຽນມຸມມອງໃນການເຮັດວຽກ ມາເຮັດກັບມັນໃຫ້ເຕັມທີ່ກ່ອນ ເພາະຄົນອ້ອມຂ້າງຈະເປັນຄົນບອກວ່າມີຂໍ້ຜິດພາດຫຍັງແດ່ ແລ້ວກໍບໍ່ຕ້ອງເສຍໃຈຖ້າມີຂໍ້ຜິດພາດເກີດຂຶ້ນກັບວຽກທີ່ເຮົາບໍ່ເກັ່ງ ເພາະເຮົາເອງກໍອາດຈະເກັ່ງໃນດ້ານອື່ນ ແຕ່ພຽງແຕ່ເຮົາບໍ່ຖະນັດດ້ານນີ້ເທົ່ານັ້ນເອງ.

  1. ເຈົ້າບໍ່ໄດ້ເປັນຄືເຂົາເຈົ້າເວົ້າ ແລ້ວຈະໄປສົນໃຈເຮັດຫຍັງ

ເປັນເລື່ອງທໍາມະດາຢູ່ແລ້ວທີ່ຈະມີຄົນມາເວົ້າໃຫ້ເຈົ້າວ່າເປັນແບບນັ້ນແບບນີ້ ແຕ່ຖ້າເຈົ້າບໍ່ໄດ້ເປັນຄືທີ່ເຂົາເວົ້າ ແລ້ວເຈົ້າຈະໄປໃສ່ໃຈກັບມັນເຮັດຫຍັງ? ໃນເລື່ອງຂອງການເຮັດວຽກກໍເຊັ່ນກັນ ເລື່ອງການເຂົ້າໃຈຜິດກັນໃນໜ້າວຽກກໍອາດຈະເກີດຂຶ້ນໄດ້ ຖ້າມັນເປັນເລື່ອງເລັກໜ້ອຍກໍຄວນຫຼີກລ່ຽງບໍ່ຕອບໂຕ້ ພຽງແຕ່ເຮົາຮູ້ວ່າເຮົາເຮັດຫຍັງຢູ່ກໍພໍແລ້ວ ແຕ່ຖ້າມັນໜັກເກີນໄປກໍອະທິບາຍໄປເທົ່າທີ່ເຮົາຈະເຮັດໄດ້ ແຕ່ສຸດທ້າຍແລ້ວຄົນຟັງຈະເຊື່ອ ຫຼືບໍ່ນັ້ນ ມັນກໍຂຶ້ນກັບເຂົາເຈົ້າ ເພາະແນວໃດຄົນທີ່ຮູ້ຈັກຕົວເຮົາດີທີ່ສຸດກໍຄືຕົວເອງນີ້ແຫຼະ

  1. ໃຫ້ກຽດກັບວຽກທີ່ເຮັດຢູ່ ຢ່າຈົ່ມວ່າມັນບໍ່ເໝາະສົມກັບເຮົາ

ບໍ່ວ່າເຮົາຈະເປັນຫຍັງກໍຂໍໃຫ້ເປັນສິ່ງນັ້ນໃຫ້ດີທີ່ສຸດ ບໍ່ວ່າເຈົ້າຈະເັດວຽກຫຍັງ ທຸກວຽກມີກຽດ-ສັກສີທັງໝົດ ຢ່າມົວແຕ່ຈົ່ມວ່າເມື່ອຍ ຫຼືບໍ່ມ່ວນ ບໍ່ຢາກເຮັດ… ຖາມແທ້ໆ ແລ້ວວຽກນີ້ເຮັດໃຫ້ເຈົ້າເປັນທຸກ ຫຼືບໍ່? ຄໍາຕອບທີ່ແທ້ຈິງແລ້ວມັນບໍ່ໄດ້ເຮັດໃຫ້ເຈົ້າເປັນທຸກດອກ ແຕ່ເຈົ້າຕ່າງຫາກທີ່ທຸກກັບສິ່ງທີ່ຕົວເອງສ້າງຂຶ້ນມາ ແລະ ວຽກທຸກຢ່າງນັ້ນມັນມີຄວາມເມື່ອຍຄືກັນທຸກວຽກ ແຕ່ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ມັກວຽກນີ້ແທ້ໆ ກໍຄວນທີ່ຈະປ່ຽນວຽກໃໝ່ຈະດີກວ່າ ເພາະການເຮັດວຽກທີ່ບໍ່ມັກມັນເຮັດໃຫ້ເຮົາເປັນທຸກ…

10 วิธีทำให้พนักงานมีความสุขตลอดปี | SoftBankThai

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: moneyhub

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ